Tuesday, February 5, 2013

                         ປ​ຼະ​ຊາ​ຊົນ​ລາວເຂົ້າ​ໃຈ​ແລະ​ກໍ​ຫາ​ຣູ້​ຊຶ້ງ​ໃນຮະ​ບົບ​ໂຈ​ຮາ​ທິ​ປ​ັ​ຕ​ຮ​ແຕ່​ກໍ​​ເກືອບສາຍ​ເກີນ​ແກ້
        ແລະ​ປ​ຼະ​ຊາ​ຊົນ​ລາວ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ໃນ​ສິດ​ທິ​ແລະ​ຫ​ນ້າ​ທີ່​ພົ​ລ​ເມືອງ​ດີ​ພຽງ​ພໍ ໃນ​ຂ​ນະ​ທີ່​ກຸ່ມ​ໂຈ​ຮາ​ທິ
ປັ​ຕ​ຮ​ອອກ​ກົ​ຕ​ຄວບ​ຄຸມ,ຕັດ​ສິດ​ທິ​ເສ​ຮີ​ພາບ.
   ແຕ່​ຢ່າງ​ໃດ​ກໍ​ຕາມ ປ​ຼະ​ຊາ​ຊົນ​ບໍ່​ຄວນ​ລົດ​ລະ​ໃຫ້​ພ​ຍາ​ຍາມ​ສ້າງ​ຄວາມ​ສາ​ມັ​ຄ​ຄີ​ກຼົມ​ກຽວ​ຈັບ​ມື​ຖື​ແຂນ​ກັນ
ແລະ​ຕຼຽມ​ຕຼະ​ໂກນ​ພ້ອມໆ​ກັນ​ວ່າ ຮັ​ຖ​ບາ​ລ​ໂຈ​ຮາ​ທິ​ປັ​ຕ​ຮ​ລະ​ເມີດ​ສິດ​ທິ​ເສ​ຮີ​ພາບ​ຂອງ​ປ​ຼະ​ຊາ​ຊົນ​ລາວ​ແລະ
ໃຊ້​ກົ​ຕ​ຫມູ່​ຕາງ​ກົ​ຕ​ຫມາຍ​ບີບ​ບັງ​ຄັບ​ກົດ​ຂີ່​ປ​ຼະ​ຊາ​ຊົນພ້ອມ​ກັບ​ປ​ຼະ​ກາ​ສວ່າ​ພວກ​ເຣົາ​ຕ້ອງ​ກາ​ຮ​ປ່ຽນ​ຮະ​ບອບ
ໄປ​ສູ່​ປ​ຼະ​ຊາ​ທິ​ປ​ໄຕ​ຍ​ໃຫ້​ເປັນ​ສາ​ກົ​ລ​ເພື່ອ​ຄວາມ​ຄົງ​ຢູ່​ແລະ​ເປັນ​ປ​ຼະ​ໂຍ​ຊ​ນ໌​ໄວ້​ໃຫ້​ແກ່​ລູກ​ຫຼານ​ລາວ.
     ໃນ​ເຫ​ຕຸ​ປັ​ຈຈັຍຜ່ານ​ມາ​ທີ່​ແກວ​ຕັດ​ສິນ​ໃຈ​ຣ່ວມ​ກໍ​ເພາະ​ແກວ​ຫລິງ​ເຫັນ​ໃນ​ອະ​ນາ​ຄົ​ຕວ່າ:
-ປ​ຼະ​ເທ​ສ​ລາວ​ຄື​ສ​ຖານ​ທີ່​ລະ​ບາຍ​ປ​ຼະ​ຊາ​ຊົນ​ແກວ
-ແກ​ວ​ສ​ນັບ​ສ​ນຸນ​ແລະ​ສົ່ງ​ກຳ​ລັງ​ຫ​ນຸນ​ກາ​ຮ​ປຸ້ນ​ອຳ​ນາ​ຈ​ປ​ຼະ​ຊາ​ຊົນ​ຂອງ​ກຸ່ມ​ໂຈ​ຮາ​ທິ​ປັ​ຕ​ຮ​ລາວ​ກໍ​ເພາະ​ຫວັງ
  ຜົ​ລ​ປ​ຼະ​ໂຍ​ຊ​ນ໌​ຫຼາຍ​ດ້ານ​ຄື:ວັດ​ຖຸ​ດິບ​ປ້ອນ​ໂຣງ​ງານ​ແກວ,ປ່າ​ໄມ້​ເປັນ​ເຮື້ອງ​ຫຼັກ.
-ເພື່ອ​ເປັນ​ທາງ​ຜ່ານ​ໄປ​ຕີ​ແກວ​ໃຕ້​ຕາມ​ເສັ້ນ​ທາງ​ໄມ້​ລົ້ມ​ແບ່ງ​ຫຼື​ເສັ້ນ​ຂ​ນານ​ທີ 17 ຮະ​ຫວ່າງ​ແກວ-ລາວ.
-ແລະ​ຍຶດ​ຄອງ​ລາວ-ກັມ​ພູ​ຊາ​ໃຫ້​ຂຶ້ນ​ກັບ​ແກວ​ຕາມ​ຣອຍ​ຝ​ຼັ່ງ​ເສ​ສ​ຄື​ສ​ຫະ​ພັນ​ອິນ​ໂດ​ຈີນ​ແຫ່ງວຽ​ຕ​ນາມ​ສືບ
  ຕໍ່ນະ​ໂຍ​ບາຍ​ຝ​ຼ່ັງ​ເສ​ສແລະ​ຊ່ວງ​ກາ​ຮ​ຕໍ່​ສູ້​ກຸ່ມ​ກາ​ຮ​ຂ່າວ​ພິ​ເສ​ສ​ຂອງ​ຝ​ຼັ່ງ​ທີ່​ຢູ່​ໃນ​ວຽ​ຕ​ນາມ​-ຂ​ເມ​ຮ​ແລະ​ນັ້ນ
  ເອງ​ເປັນ​ຜູ່ສັ່ງ​ຂ່າວ​ກາ​ຮ​ເຄື່ອນ​ໄຫວ​ຕ່າງໆ​ທັງ​ລາວ​ແລະ​ຂ​ເມ​ຮ​ໃຫ້​ແກ່​ກຸ່ມ​ສ​ຫາຍ​ວຽ​ຕ​ນາມໂດຽ​ສ​ເພາະ
ກາ​ຮ​ເຄື່ອນ​ໄຫວ​ຂອງ​ຮັ​ຖ​ບາ​ລ​ປ​ຼະ​ເທ​ສ​ທີ່​ສ​ຫະ​ຮັ​ຖຯ​ໃຫ້​ກາ​ຮ​ຊ່ອຍ​ເຫຼືອ​ໃນ​ພູ​ມິ​ພາ​ຄ​ເອ​ເຊັຽ​ຕະ​ວັນ​ອອກ​ສຽງ
 ໃຕ້​ເພາະ​ຄິດຄຽດ​ແຄ້ນ​ໃຫ້​ອະ​ເມ​ຮິ​ກາ​ທີ່​ຝ​ຼັ່ງ​ເສັຽໄຊຍ໌​ດຽນ​ບຽນ​ຟູບໍ່​ຍອມ​ຣ່ວມ​ມື​ກັບ​ຝ​ຼັ່ງ​ເສ​ສ ອັນ​ນີ້​ຄື​ປັ​ຈ​ຈັຍ
ຕົ້ນ​ຕໍ​ຂອງ​ສົງ​ຄາມ​ເຢັນ​ທີ່​ອະ​ເມ​ຮິ​ກາ​ສັ່ງ​ຖອນ​ກຳ​ລັງ​ສ​ຫະ​ຮັ​ຖຯ​ອອກ​ຈາກ​ພູ​ມິ​ພາ​ຄ​ແລ້ວ​ຫັນ​ໄປ​ຫຼິ້ນ​ງານ​ເສົາ
ຫຼັກ​ຂອງ​ລັດ​ທິ​ໂຊວຽ​ຕນັ້ນ​ຄື​ໄປ​ພັງ​ກຳ​ແພງ​ເບີ​ຮ໌​ລີນນັ້ນ​ເອງ ບໍ່​ແມ່ນ​ອະ​ເມ​ຮິ​ກາ​ເສັຽ​ໄຊ​ຍ໌​ໃຫ້​ວຽ​ຕ​ນາມ​ຕາມ
ກາ​ຮ​ໂຄ​ຊ​ນາ​ຊວນ​ເຊື່ອ​ຂອງ​ຝ່າຍ​ຕຼົງ​ຂ້າມ.
                                  
 

No comments:

Post a Comment