Sunday, February 3, 2013

                                              ກົ​ຕ​ແຫ່ງ​ກັມ"ເຣົາ​ຈະແກ້​ກັມ​ຫຼື​ເຣົາ​ຈະ​ເພີ້ມ​ກັມ"
  ກຸ່ມ​ໂຈ​ຮາ​ທິ​ປັ​ຕ​ຮ​ລາວ​ພ​ຍາຍາມແກ້​ກັມ​ຫຼື​ເພີ້ມ​ກັມ​ເພາະ​ດ້ວຍ​ວິ​ທີ​ກັມ​ຕ່າງໆ​ລ້ວນ​ແລ້ວ​ແຕ່​ເປັນ​ກາ​ຮກຼະ
ທຳ​ທີ່ເພີ້ມ​ກັມ​ເຊັ່ນ ກາ​ຮ​ສໍ້​ຮາ​ສ​ບັງ​ຫຼວງ ກາ​ຮ​ໃຊ້​ກົ​ຕ​ປ່າ​ເຖື່ອນ​ຕໍ່​ຊົນ​ໃນ​ຊາ​ຕິ​ດ້ວຍ​ວິ​ທີ​ກາ​ຮ​ຕ່າງໆ ​ເຖິງ​ແມ່ນ
ຈະ​ປິດ​ບັງ​ອຳ​ພາງປານ​ໃດກໍ​ຕາມ​ກໍ​ຍັງ​ບໍ່​ພົ້ນ​ສາຍ​ຕາ​ທູ​ສາ​ນຸ​ທູ​ຕ​ແລະ​ຊາວ​ຕ່າງ​ປ​ຼະ​ເທ​ສ.
  ທຶ​ສ​ດີ​ລວງ​ໂລກ​ແບບ​ປາກວ່າ ຕາ​ຂ​ຍິບ ມື​ຖື​ສາກ​ປາກ​ຖື​ສິ​ລນັ້ນ​ຈະ​ນຳ​ມາ​ໃຊ້​ກັບ​ເທຄໂນ​ໂລ​ຍີ່​ສື່​ສາ​ຮມວ​ລ
ຊົນ​ສ​ມັຍ​ໃຫມ່​ບໍ່​ໄດ້​ອີກ​ຕໍ່ໄປ​ແລ້ວແລະ​ກາ​ຮ​ບໍ​ຮິ​ຫາ​ຮ​ປ​ຼະ​ເທ​ສ​ໃນ​ຮະ​ບົບ​ກົບ​ໃນ​ນ້ຳ​ສ້າງ​ຜ່ານ​ມາ 38 ປີ​ຊຶ່ງ​ໃນ
ກາ​ຮ​ພັ​ທ​ນານັ້ນ​ເທົ່າ​ທີ່​ສັງ​ເກ​ຕ​ຕິດ​ຕາມ​ມາ​ຣູ້​ໄດ້​ວ່າ​ບໍ່​ແມ່ນ​ຈາກ​ຄວາມ​ຣູ້​ຄວາມ​ສາ​ມາດ​ຈາກ​ມັນ​ສມອງ​ຂອງ
ພວກ​ເຂົາ. ທັງ​ຫມົດ​ລ້ວນ​ແຕ່​ແມ່ນ​ຈາກ​ກາ​ຮ​ຈ້າງວານ​ຂອງ​ກຸ່ມ​ສວຍ​ໂອ​ກາ​ສ​ແກວ-ໄທ​ຍເປັນ​ຜູ່​ດຳ​ເນີນ​ກາ​ຮ
ໃຫ້ແລະ​ພວກ​ກຸ່ມ​ບໍ​ຮິ​ຫາ​ຮ​ຈັດ​ກາ​ຮ​ພາຍ​ໃນ​ຮັ​ຖຯ​ກໍ​ລ້ວນ​ແຕ່​ເປັນບຸຄ​ຄ​ລາ​ກອນ​ເກີດ​ໃນ​ຊ່ວງ​ປີ 1970-1975
ແມ້​ແຕ່​ບຸ​ຄ​ຄ​ລາ​ກອນ​ຫົວ​ເກົ່າທີ່​ເອີ້ນ​ຕົນ​ເອງວ່າ​ນັກ​ປະ​ຕິ​ວັ​ຕິ​ຍິ່ງ​ຕົກ​ໄກ​ພວກ​ຫົວ​ດີໆ​ແລະ​ຖືກ​ໄປ​ຣຽນ​ຕ່າງ​ປ​ຼະ​ເທ​ສ
ມາ​ກໍຖືກ​ແກວ​​ຂ້າ​ລ້າງ​ໂຄ​ຕ​ຮ ແມ້​ແຕ່​ລູກ​ຊາຍ​ສ​ຫາຍ​ສຸ​ພາ​ເອງ​ກໍ​ຖືກ​ແກວຂ້າ.
    ສນັ້ນ​ກາ​ຮ​ແກ້​ກົ​ຕ​ຫ​ນີ​ກັມ​ໂດຽ​ຖື​ເອົາ​ແຕ່​ພັ​ຄ​ພວກ​ເຄືອ​ບາ​ຕິ​ໂກ​ໂຫ​ຕິ​ກາ​ຂອງ​ພວກ​ຕົນ​ໂດຽ​ໃຊ້​ອຳ​ນາ​ຈ​ເຖື່ອນ
ຂອງ​ລັດ​ທິ​ຄອມ​ມິວ​ນິ​ສາ​ທິ​ປັ​ຕ​ຮ​ລາກ​ກັນ​ຂຶ້ນ​ດຶງ​ກັນ​ລົງ​ຫຼື​ປ່ຽນ​ກັນ​ກິນ​ປ່ຽນ​ກັນ​ສ້າງ​ກັມ​ໂດຽກະ​ຕິ​ກາ​ຂອງ​ລັດ​ທິ
ໂຈ​ຮາ​ທິ​ປັ​ຕ​ຮ​ໃຊ້​ກົ​ລ​ມົນ​ຕ໌​ອຳ​ພາງ​ທາງ​ປາກວ່າ​ແກ້​ກົ​ຕ ແຕ່​ສ້າງ​ກັມ​ໄວ້​ຫວັງ​ພົ້ນ​ຜິດ ກັມ​ທີ່​ສ້າງ​ບໍ່​ເຄີຍ​ໃຊ້​ທັມ​ມະ
ມາ​ນຳ​ທາງ ມີ​ແຕ່​ປາກ​ແລ້ວ​ສ້າງ​ພາບ​ລວງ​ຕາ. ເສັ​ຈ​ແລ້ວ​ກໍ​ຖື​ວ່າ​ພົ້ນ​ບ່ວງ​ກັມ​ຖິ້ມ​ຄວາມ​ຜິດ​ແລະ​ບາ​ປ​ທັງ​ປວງ
ຜ່ານ​ພົ້ນ​ມາ​ໄດ້ 38 ປີ​ແລ້ວ​ຄົງ​ຫມົດ​ກັມ​ຈຶ່ງ​ຖື​ວ່າ​ກຸ່ມ​ສ​ຫາຍ​ແກ້​ກົ​ຕ​ຫ​ນີ​ກັມ​ທີ່​ທຳ​ຊົ່ວ​ໄວ້​ກັບ​ຊາ​ຕິ​ທີ່​ຫຼົງ​ເມົາ​ມົວ
ເຫຼົ່າ​ນັ້ນ​ຄົງ​ຫ​ນີ​ບໍ່​ພົ້ນ​ກົ​ຄ​ແຫ່ງ​ກັມ​ແລະ​ກົ​ຕ​ແຫ່ງ​ກັມ​ອັນ​ນີ້​ຄົງ​ບໍ່​ມີ​ໃຜ​ສາ​ມາດ​ຫລຸດ​ພົ້ນ​ບ່ວງ​ຂອງ​ກັມ​ທີ່​ຕົນ​ສ້າງ
ໄວ້ ຕ່າງ​ແຕ່​ສ້າງ​ກັມ​ດີ​ຫຼື​ຊົ່ວ​ຕ້ອງ​ໄດ້​ຣັບ​ເທົ່າ​ທຽມ​ກັນ.

No comments:

Post a Comment