Sunday, February 3, 2013

                                                                     ທັມ​ເຕືອນ​ໃຈ 4
                         "Environmental graffiti.com ຫ​ນັງ​ສື​ທັມ​ເຕືອນ​ໃຈ ແຕ່​ທ່ານ​ປ​ຼະ​ມາ​ທ"
    "ດູ​ກ່ອນ ພິກ​ສຸ​ທັງ​ຫລາຍ ສຸ​ນັ​ຂ​ເຂົາ​ຜູກ​ໄວ້​ດ້ວຍ​ເຊືອກ ຖືກ​ຫລອມ​ໄວ້​ທີ່​ຫຼັກ​ຫຼື​ເສົາ​ອັນ​ຫມັ້ນ​ຄົງ"ຍ່ອມ​ຈະ
ວິ້ງວົນ​ວຽນ​ຫຼັກ​ຫຼື​ເສົາ​ນັ້ນໆ​ເອງ..ແມ້​ສັນ​ໃດ ປຸ​ຖຸ​ຊົນ​ຜູ່​ບໍ່​ໄດ້​ສ​ດັບ​ຣັບ​ຟັງກໍ​ສັນ​ນັ້ນເຫມືອນ​ກັນ​ແລ..ບໍ່​ໄດ້​ເຫັນ
ພ​ຼະ​ອະ​ຮິ​ຍະ​ເຈົ້າ ບໍ່​ສາ​ມາດ​ໃນ​ອະ​ຮິ​ຍະ​ທັມ ບໍ່​ເຫັນ​ສັ​ຕ​ບຸ​ຮຸ​ສ ບໍ່​ສາ​ມາດ​ໃນ​ສັ​ປ​ປຸ​ຮິ​ທັມ​ຍ່ອມ​ຕາມ​ເຫັນ​ຣູ​ປ
ໂດຽ​ຄວາມ​ເປັນ​ຄົນ ເຫັນ​ຕົນ​ມີ​ຣູ​ປ ເຫັນ​ຣູ​ປ​ໃນ​ຕົນ ເຫັນ​ຕົນ​ໃນ​ຣູ​ປ​ກໍ​ຄົງ​ບໍ່​ພົ້ນ​ຈາກ​ຊາ​ຕິ​ຊ​ຮາ ມໍ​ຮະ​ນະ ໂສ
ກະ ປ​ຮິ​ເທວະ ທຸກ​ຂ໌ ໂທ​ມະ​ນັ​ສ ອຸ​ປາ​ຍາ​ສະ ເຣົາ​ກ່າວ​ວ່າ​ຍ່ອມ​ບໍ່​ພົ້ນ​ໄປ​ຈາກ​ທຸກ​ຂ໌​ແນ່ນອນ.
     -ໂອ​ກາ​ສ​ທີ່​ເປັນ​ມະ​ນຸ​ສ​ຍ໌​ໃນ​ໂລກນີ້​ກຳ​ລັງ​ຫມົດ​ໄປ​ທຸກ​ຄືນ​ວັນ
     -ວັຍ​ເສື່ອມ​ໄປ​ທຸກ​ຂ​ນະ ທີ່​ຫລັບ​ຕາ​ແລະ​ມືນ​ຕາ.
       ຂອງ​ຫາຍ​ຄື​ຕົວ​ຢ່າງ​ຂອງ​ກາ​ຮ​ພັດ​ພາກ​ເລັກ​ນ້ອຍ ສ່ວນ​ກາ​ຮ​ຕາຍນັ້ນ​ຕ້ອງ​ຈາກ​ທຸກ​ສິ່ງ​ພຽງ​ຊາ​ຕິ​ດຽວ​ທີ່
ພົບ​ກັນ ແລ້ວ​ບໍ່​ໄດ້​ພົບ​ກັນ​ອີກ ຕ່າງ​ຄົນ​ກໍ​ຕ່າງ​ໄປ​ຕາມ​ກັມ​ຂອງ​ຕົນ​ທີ່​ໄດ້​ສ້າງ​ສະ​ສົມ​ໄວ້. ເກີດ​ມາ​ເປັນ​ບຸ​ຄ​ຄົ​ລ
ນຶ່ງໆ​ພຽງ​ຊາ​ຕິ​ດຽວ​ບໍ່​ນານ​ແລ້ວ​ກໍ​ຈາກ​ໄປ​ພົ້ນ​ສະ​ພາບ​ຄວາມ​ເປັນ​ບຸ​ຄຄົ​ລນັ້ນ​ບໍ່​ເຫຼືອ​ໄວ້​ເລີຍ..ບໍ່​ຣູ້​ໂລກ​ຊາ​ຕິ
ປາງ​ກ່ອນ​ທີ່​ທຸກ​ຄົນ​ຈາກ​ມານັ້ນ ບໍ່​ຣູ້​ວ່າ​ຊາ​ຕິ​ປາງ​ກ່ອນ​ມີໃຜຍັງ​ຣ້ອງ​ໄຫ້​ຄິດ​ເຖິງເຣົາ​ຢູ່..ບໍ່​ຣູ້​ວ່າ​ຄົນ​ເກີດ​ໃຫມ່
ເຄີຍ​ເປັນ​ໃຜ​ທີ່ເຣົາ​ເຄີຍ​ຣູ້​ຈັກ​ມັກ​ຄຸ້ນ​ມາ​ກ່ອນ​ແມ້​ແຕ່​ລູກ​ແລະ​ເມັຍ​ເຮົາ ສນັ້ນ​ຈຶ່ງ​ຄວນ​ມີ​ເມ​ຕ​ຕາ​ຕໍ່​ກັນ​ເອົາ​ໄວ້
      ດັ່ງ​ນັ້ນ​ເຣົາ​ຕ້ອງ​ທຳ​ດີໄວ້ກັບ​ທຸກ​ຄົນ​ທີ່​ເຣົາ​ພົບ​ເຫັນ ເພາະ​ບໍ່​ຣູ້​ວ່າ​ເມື່ອ​ໃດ​ຈະ​ຈາກ​ກັນ​ໄປ ຈະ​ຕ້ອງ​ທອດ​ຖິ້ມ
ທຸກ​ສິ່ງ​ຢ່າງ​ໄວ້​ຄື​ທຸກ​ບົ​ທ​ແຫ່ງ​ກັມ​ທີ່​ສ້າງ​ໄວ້​ຄາວ​ເປັນ​ມະ​ນຸ​ສ​ຍ໌​ສາ​ໂລກນັ້ນ​ເອງແລະ​ຢຸດ​ແຕ່​ວັນ​ນີ້​ເປັນ​ຕົ້ນ​ໄປ
ຫາກ​ຕ້ອງ​ກາ​ຮ​ເປັນ​ປຸ​ຕຸ​ຊົນ​ທີ່​ປອດ​ຄວາມ​ຊົ່ວ​ຕຼອດ​ກາ​ລ.

No comments:

Post a Comment