Sunday, January 1, 2012

(Convention on the Elimination of All Forms of Discrimination against Women-CEDAW)

2.ກ່າວເຖິງຄວາມເທົ່າທຽມກັນຣະຫວ່າງບຸຣຸສແລະສຕຼີໃນດ້ານກາຣເມືອງແລະກາຣດຳຣົງຊີວິຕ
(public life) ທັງໃນຣະດັບປຼະເທສແລະຣະຫວ່າງປຼະເທສເຊັ່ນ ສິດທິໃນກາຣເລືອກຕັ້ງ ກາຣສນັບ
ສນຸນໃຫ້ດຳຣົງຕຳແໜ່ງທີ່ສຳຄັນຄວາມເທົ່າທຽມກັນໃນກົຕໝາຍວ່າດ້ວຽສັນຊາຕິແລະກາຣສຶກສາ

3. ກ່າວເຖິງກາຣທີ່ສຕຼີຈະໄດ້ຮັບກາຣດູແລທາງເສຖກິຈໂດຽໄດ້ຮັບຄວາມເທົ່າທຽມກັນໃນດ້ານສິດ
ທິແລະໂອກາສທີ່ຈະໄດ້ຮັບກາຣຈ້າງງານແລະສິດທິດ້ານແຮງງານຣວມເຖິງກາຣປ້ອງກັນຄວາມ
ຮຸນແຮງຕໍ່ສຕຼີໃນສຖານະທີ່ທຳງານຄວາມເທົ່າທຽມກັນໃນກາຣເຂົ້າເຖິງບໍຣິກາຣດ້ານສຸຂພາບໂດຽ
ສເພາະສຕຼີມີທ້ອງ(ຄັນພ໌)ແລະຫຼັງຄອດລູກ ກາຣທີ່ຣັຖພາຄີຈະປຼະກັນຄວາມເປັນອິສຣະຂອງສຕຼີ
ດ້ານກາຣເງິນແລະຄວາມໝັ້ນຄົງດ້ານສັງຄົມແລະກາຣໃຫ້ຄວາມສຳຄັນແກ່ສຕຼີໃນຊົນບົທທັງໃນ
ດ້ານແຮງງານແລະຄວາມເປັນຢູ່.

4. ກ່າວເຖິງຄວາມເທົ່າທຽມກັນຂອງບຸຣຸສແລະສຕຼີໃນດ້ານກົຕໝາຍໂດຽສເພາະໃນດ້ານກົຕໝາຍ
ແພ່ງແລະກົຕໝາຍຄອບຄົວ ຊຶ່ງເປັນກາຣປຼະກັນຄວາມເທົ່າທຽມກັນໃນຊີວິຕສ່ວນບຸຄຄົລ.

5. ກ່າວເຖິງກາຣຈັດຕັ້ງຄນະກັມກາຣກຳຈັດກາຣເລືອກປະຕິບັຕິຕໍ່ສຕຼີໃນທຸກຮູປແບບ ພັນທ໌ກໍຣະນີ
ໃນກາຣຈັດທຳຣາຽງານຂອງຣັຖພາຄີ ກາຣປະຕິບັຕິໜ້າທີ່ຂອງຄນະກັມກາຣ ແລະກາຣມີສ່ວນຮ່ວມ
ຂອງທະບວງຊຳນັນພິເສສທີ່ກ່ຽວຂ້ອງ.

6. ກ່າວເຖິງ ກາຣບໍ່ໃຫ້ຕີຄວາມຂໍ້ບົທຂອງອະນຸສັນຍາທີ່ຈະຂັດຕໍ່ກົຕໝາຍພາຽໃນທີ່ດຳເນີນກາຣມາກ
ໄປກວ່າທີ່ກຳນົດໄວ້ໃນອະນຸສັນຍາແລະກົຕໝາຍຣະຫວ່າງປຼະເທສທີ່ມີຢູ່ ກາຣນຳພັນທ໌ກໍຣະນີໄປປະ
ຕິບັຕິໃນຣະດັບປຼະເທສ ກາຣເປີດໃຫ້ລົງນາມແລະກຼະບວນກາຣເຂົ້າເປັນພາຄີຂອງອະນຸສັນຍາ ກາຣ
ແກ້ໄຂອະນຸສັນຍາ ເງື່ອນໄຂກາຣມີຜົລບັງຄັບໃຊ້ຂອງອະນຸສັນຍາ ກາຣຕັ້ງຂໍ້ສງວນ ກາຣຂັດແຍ່ງໃນ
ກາຣຕີຄວາມຣະຫວ່າງຣັຖພາຄີ.

ວັນທີ່ມີຜົລບັງຄັບໃຊ້

ສມັຊຊາໃຫຍ່ສຫະປຼະຊາຊາຕິໄດ້ຮັບຮອງອະນຸສັນຍາວ່າດ້ວຍກາຣກຳຈັດກາຣເລືອກກາຣປະຕິບັຕິຕໍ່ສຕຼີໃນ
ທຸກຮູປແບບເມື່ອວັນທີ 18 ທັນວາ 2522 ແລະມີຜົລບັງຄັບໃຊ້ເມື່ອວັນທີ 3 ກັນຍາ 2524 ສຳລັບພິທີສາຣເລືອກ
ຣັບ ສມັຊຊາໃຫຍ່ສຫະປຼະຊາຊາຕິໄດ້ຣັບຣອງເມື່ອ 6 ຕຸລາ 2542 ແລະມີຜົລບັງຄັບໃຊ້ເມື່ອວັນທີ 22 ທັນວາ
2543.

5. ອະນຸສັນຍາວ່າດ້ວຽກາຣກຳຈັດກາຣເລືອກປະຕິບັຕິທາງເຊື້ອຊາຕິໃນທຸກຮູປແບບ
International Convention on the Elimination of All Forms of Racial Discrimination-ICERD)

ສາຣະສຳຄັນ[4] 
ອະນຸສັນຍາວ່າດ້ວຽກາຣກຳຈັດກາຣເລືອກປະຕິບັຕິທາງເຊື້ອຊາຕິໃນທຸກຮູປແບບປຼະກອບດ້ວຽວັຄ ອາຣັມ
ພະບົທແລະບົທບັນຍັຕິ 25 ຂໍ້ ຊຶ່ງແບ່ງອອກເປັນ 3 ສ່ວນດັ່ງນີ້:

1.ກ່າວເຖິງຄຳຈຳກັດຄວາມ "ກາຣປະຕິບັຕິທາງເຊື້ອຊາຕິ" ໝາຍເຖິງກາຣຈຳແນກ ກາຣກີດກັນ ກາຣຈຳກັດ
ຫຼືກາຣເອຶ້ອອຳນວຍພິເສສ ເພາະເຊື້ອຊາຕິ ສີຜິວ ເຊື້ອສາຍ ຫຼືຊາຕິກຳເນີດ ຫຼືເຜົ່າພັນທ໌ ໂດຽບໍ່ຣວມເຖິງກາຣ
ປະຕິບັຕິທີ່ແຕກຕ່າງຣະຫວ່າງບຸຄຄົລທີ່ເປັນພົລເມືອງແລະບໍ່ແມ່ນພົລເມືອງ ນະໂຍບາຽຂອງຣັຖພາຄີແລະ
ກາຣດຳເນີນມາຕຣກາຣເພື່ອກຳຈັດກາຣເລືອກປະຕິບັຕິທາງເຊອຊາຕິ ໃນທຸກຮູປແບບເຊັ່ນ ກາຣຫ້າມກາຣ
ໂຄຊນາຊວນເຊື່ອ ກາຣປຼະກັນສິດທິ ປຼະກັນສິດທິອັນເທົ່າທຽມກັນຂອງບຸຄຄົລພາຽໃຕ້ກົຕໝາຍ ທັງໃນດ້ານ
ສິດທິພົລເມືອງ ສິດທິທາງກາຣເມືອງ ສິດທິທາງເສຖກິຈ ສັງຄົມ ແລະວັທນະທັມ ກາຣໃຫ້ຄວາມສເມີພາບ
ຄວາມເປັນທັມເມື່ອຖືກລະເມີດ ກາຣໃຫ້ຄວາມສຳຄັນດ້ານມາຕຣກາຣໃນກາຣສຶກສາ ວັທນະທັມແລະຂໍ້ມູລ
ເພື່ອກຳຈັດກາຣເລືອກປະຕິບັຕິທາງເຊື້ອຊາຕິ.

2. ກ່າວເຖິງຄນະກັມກາຣກາຣກຳຈັດກາຣເລືອກປະຕິບັຕິທາງເຊື້ອຊາຕິ ແລະກາຣຈັດທຳຣາຍງານຂອງຣັຖ
ພາຄີ ກາຣປະຕິບັຕິງານແລະກາຣຮັບເຣື້ອງຣ້ອງຣຽນຂອງຄນະກັມກາຣ.

3. ກ່າວເຖິງກຼະບວນກາຣເຂົ້າເປັນພາຄີ ແລະກາຣແກ້ໄຂເພິ້ມເຕິມບົທບັນຍັຕິຂອງອະນຸສັນຍາ.

ວັນທີ່ມີຜົລບັງຄັບໃຊ້
ສມັຊຊາໃຫຍ່ສຫະປ+ຊາຊາຕິໄດ້ຣັບຣອງອະນຸສັນຍາວ່າດ້ວຍກາຣກຳຈັດກາຣເລືອກປະຕິບັຕິ
ທາງເຊື້ອຊາຕິໃນທຸກຣູປແບບເມື່ອວັນທີ 21 ທັນວາ 2508 ແລະມີຜົລໃຊ້ບັງຄັບໃນວັນທີ 4 ມົກຣາ
2532.

ຂໍ້ 22 ວ່າດ້ວຍກໍຣະນີເກີດຂໍ້ພິພາທຣະຫວ່າງຣັຖພາຄີໂດຽບໍ່ສາມາດເຈຣຈາຕົກລົງດ້ວຍວິທີກາຣ
ອື່ນໃດແລະຣັຖຄູ່ກໍຣະນີສເມີໃຫ້ສາລຍຸຕິທັມຣະຫວ່າງປຼະເທສພິຈາຣນາ.

ຂໍ້ 2. ກາຣບັງຄັບໃຊ້ສົນທິສັນຍາຣະຫວ່າງປຼະເທສ (International Treaty Making Process)

ສົນທິສັນຍາ ຄື ຂໍ້ຕົກລົງຕ່າງໆຣະຫວ່າງຣັຖ ຫຼືອາຈມີອົງຄ໌ກາຣຣະຫວ່າງປຼະເທສເຂົ້າຮ່ວມດ້ວຽກໍໄດ້
ໂດຽຈະມີກາຣຮຽກຊື່ທີ່ແຕກຕ່າງກັນໄປ ບໍ່ວ່າຈະເປັນ ກະຕິກາ ອະນຸສັນຍາ ພິທີສາຣ ຫຼືຂໍ້ຕົກລົງ ກໍຢູ່ໃນ
ຄວາມໝາຽຂອງສົນທິສັນຍາທັງສິ້ນ ກາຣທີ່ກະຕິກາຫຼືສົນທິສັນຍາຣະຫວ່າງປຼະເທສໃດໆຈະມີຜົລບັງຄົບ
ໃຊ້ ໄດ້ຕາມກົຕໝາຍນັ້ນຕ້ອງມີກາຣຍອມຮັບຢ່າງເປັນທາງກາຣແລະໂດຽສມັຄຣໃຈຈາກປຼະເທສທີ່ມີອຳ
ນາຈ ອະທິປໄຕຍ[5] ກາຣເຂົ້າເປັນພາຄີຂອງສົນທິສັນຍາຣະຫວ່າງປຼະເທສນັ້ນເຣິ້ມດ້ວຍກາຣ:

*1. ລົງນາມ (Signing) ກາຣລົງນາມນີ້ເປັນພຽງກາຣຍອມຮັບໂດຽຣັຖອະທິປໄຕຍວ່າມີຄວາມຕັ້ງໃຈທີ່
ຈະເຂົ້າຜູກພັນສົນທິສັນຍາດັ່ງກ່າວໃນອະນາຄົຕ(ສ່ວນກາຣໃຫ້ສັຕຍາບັນຫຼືກາຣພາຄຍານຸວັຕິ ທີ່ຈະເຮັດ
ໃຫ້ສົນທິສັນຍາດັ່ງກ່າວມີຜົລບັງຄັບໃຊ້ນັ້ນຕ້ອງ ໄປເບິ່ງກົຕໝາຍຣັຖທັມນູນຂອງແຕ່ລະປຼະເທສດ້ວຽວ່າ
ກາຣເຂົ້າມາຜູກພັນ ຂອງແຕ່ລະປຼະເທສຫຼັງຈາກລົງນາມແລ້ວເປັນໄປຢ່າງໃດ ປຼະເທສສຫະຣັຖຯເມື່ອ
ປຼະທານາທິບໍດີລົງນາມແລ້ວ ກາຣໃຫ້ສັຕຍາບັນຕ້ອງໄດ້ຮັບຄະແນນສຽງຢ່າງນ້ອຽ 2/3 ຂອງສມາຊິກ
ຣັຖສະພາກ່ອນຈຶ່ງຖືວ່າມີກາຣໃຫ້ສັຕຍາບັນເປັນຕົ້ນ) ຂໍ້ດີຂອງກາຣລົງນາມຄື ແມ້ຈະຍັງບໍ່ມີຜົລຜູກພັນ
ດັ່ງກ່າວກໍຕາມແຕ່ ຕາມຫຼັກກົຕໝາຍຣະຫວ່າງປຼະເທສກໍຫ້າມປຼະເທສທີ່ລົງນາມກຼະກາຣໃດໆທີ່ເປັນ
ກາຣຂັດຂວາງ ຫຼື ຕຼົງກັນຂ້າມກັບ "ເປົ້າໝາຍແລະວັດຖປຼະສົງຄ໌"ຂອງສົນທິສັນຍາສບັບທີ່ຕົນລົງ
ນາມໄວ້.

2.ກາຣເຂົ້າຜູກພັນ
2.1 ກາຣໃຫ້ສັຕຍາບັນ (Ratification) ຄືກາຣເຂົ້າຜູກພັນຕາມສົນທິສັນຍາສບັບນັ້ນໆຫຼັງກາຣໄດ້ມີ
ກາຣລົງນາມແລ້ວ ຊຶ່ງໂດຽຫຼັກກາຣນ໌ແລ້ວກາຣທີ່ສົນທິສັນຍາສບັບໃດໆຈະມີຜົລບັງຄັບໃຊ້ກໍຕ້ອງມີ
ປຼະເທສທີ່ໃຫ້ສັຕຍາບັນຄົບຕາມຈຳນວນທີ່ກຳນົດເອົາໄວ້ເສັຽກ່ອນ. 

                            (ຕໍ່ສບັບໜ້າ)
 

No comments:

Post a Comment