Wednesday, January 4, 2012

ກົຕໝາຍຂອງຣັຖບາລຫຸ່ນທຣົງຜເດັຈກາຣລາວເອິ້ນວ່າ"ກົຕໝາຍໃນຣະບົບອຸປຖັມພ໌ແລະບໍ່
ໄດ້ເປັນໄປຕາມກະຕິກາສາທາຣະນະແລະບໍ່ໄດ້ຍຶດຫຼັກນິຕິທັມ ນິຕິຣາສຕາມຫຼັກກົຕໝາຍ ເພາະ
ພວກເຂົາຍຶດຕິດໄປຕາມກົຕກະຕິກາຂອງມະຕິພັຄໂທນບໍ່ໄດ້ຮັບໃຊ້ປຼະຊາຊົນ ທັງນີ້ເພາະທີ່ມາ
ກະຕິກາຂອງກົຕໝາຍບໍ່ມີຝ່າຍຄ້ານມີພຽງພັຄດຽວກຳອຳນາຈຣັຖ ຈຶ່ງຖືວ່າເປັນກົຕໝາຍໃນຣະ
ບົບອຸປຖັມພ໌ແລະນອກນັ້ນຄນະກັມມາທິກາຣຮ່າງກົຕໝາຍບໍ່ຜ່ານກາຣຄັດເລືອກທີ່ມາຈາກປຼະ
ຊາຊົນມີພຽງແຕ່ພັຄໂທນພັຄດຽວສົ່ງຄົນລົງສມັຄຣແລະຊີ້ແນະຫຼືບັງຄັບໃຫ້ປຼະຊາຊົນເລືອກເອົາ
ຕາມຄວາມຕ້ອງກາຣຂອງຣັຖບາລຫຸ່ນທຣົງ ຈຶ່ງຮຽກກັນວ່າ"ຣະບົບລາກຕັ້ງ"ໂດຍຜ່ານສະພາ
ຕົບມືແຫ່ງພັຄຯຊຶ່ງໄປຮັບໃຊ້ຜົລປຼະໂຍຊນ໌ພຽງຂອງພັຄແລະກຸ່ມຜົລປຼະໂຍຊນ໌ບໍ່ໄດ້ຮັບໃຊ້ສາ
ທາຣະນະ ປຼະຊາຊົນລາວຈຶ່ງບໍ່ໄດ້ຮັບຜົລປຼະໂຍຊນ໌ຂອງກົຕໝາຍດັ່ງກ່າວ.
     ດັ່ງນັ້ນພວກເຮົາຈຶ່ງຂໍນຳນິທານເຣື້ອງ"ນົກເຄົ້າທ້ວງຕາແມ່"ໂດຽມີສາມພາຄເພື່ອທົບທວນ
ຄວາມທຣົງຈຳຂອງຊາວລາວທັງຊາຕິທີ່ໄດ້ຮັບເຄາະຫ໌ກັມມີດັ່ງນີ້:

                               ພາຄທີ ນຶ່ງ


   ສຸດທີ່ຄິດຄັ່ງແຄ້ນ         ວ່າແກວຄອບຄອງລາວ
ຝ່າຍກາຣເມືອງ ກອງທຫາຣ    ແມ່ນແກວກຳແໜ້ນ
ສ່ວນແນວລາວຯເຄີຍເວົ້າ         ໂວສຽງວ່າເພິ່ນເກ່ງ ຝູງນັ້ນ
ມາບັດນີ້ ສຸພານຸວົງ-ໄກສອນໂງ່ຈ້າ      ອົມລິ້ນເປົ່າດາຍ  ແລ້ວເດ!

    ປາກກໍປາກບໍ່ໄດ້               ຍ້ອນວ່າຫຼ່ຽມຄົມລຶບ
ຖືກຮ່າໂນຍມັນມັດ                ບໍ່ມີທາງດິ້ນ
ກາຣເມືອງແກວເອົາໂສ້         ສຸບຄໍດຶງລາກແກ່
ເອົາແຕ່ມັນແຕ່ງແຕ້ມ             ໃຫ້ລາວເຕົ້າໄຕ່ຕາມ ຄັກບໍ່!


    ຖຽງກໍຖຽງບໍ່ໄດ້                    ເພາະທຸກເຍຶ່ອງລາວມີໜ້ອຍ
ກອງທຫາຣພໍພຽງຢິບ              ຫ່ອນຊິຫານເຫິມສູ້ ຊ້າໄປແລ້ວ!
ກົລກາຣເມືອງ ກໍຫອນແພ້       ເພາະແກວກຸມອຳນາຈ
ວຽຕແກວຫ້າໂກຕໄດ້              ສາມລ້ານແມ່ນໝູ່ລາວ


    ທັງວ່າ ຊັ້ນໃຫຍ່ນັ້ນ              ມັນຍິ່ງນິຍົມແກວ
ສຸພານຸວົງກໍເຂີຍແກວ               ມອບໃຈກາຍກ້ຽງ
ໄກສອນ ກໍແມ່ນເນື້ອ                 ໜັງແກວໝົດກຼະດູກ
ມອບກາຍ ທັງໃຈແກ່ກ້ຳ            ຮາໂນຍພຸ້ນຕັ້ງແຕ່ໃດ

   ຖັດລົງໄປວ່ານີ້                       ໜູຮັກ ສຫາຍພູລ
ສີຊນະ ຄຳໄຕ                           ພຽງແຕ່ເປັນລູກແຫຼ້ງ
ສຫາຍພູມີ ວິຊຽນພ້ອມ             ມຫາກຸ ທ້າວໂຊຕ   ແມ່ນຕົວແສບໆ
ພວກເຫຼົ່ານີ້  ພຽງຊ່ຳຊັ້ນ            ດົມກົ້ນໝູ່ແກວ ຫັ້ນແລ້ວ!

    ເຂົາຍັງບໍ່ຄິດສເດືອກພໍ້           ຕັ້ງແຕ່ເມື່ອທຳອິດ
ມັນວ່າຝ່າຍວຽງຈັນທຣ໌ເປັນ       ດັ່ງດຽວໝາ-ມ້າ
ວ່າເປັນຫົວເມືອງຂຶ້ນ                  ອະເມຣິກາແລະຝຼັ່ງຊົ່ວ
ແຫຼ້ງຈັກຣພັດປ່ວງບ້າ                 ເປັນຂ້ອຍແຫ່ງເຂົາ ວ່າເນ!

    ບາດເຖິງບັ້ນ ປາງເພິ່ນແລ້ວ      ເປັນໃຫຍ່ໃນລາວ
ເປັນໄດ້ ເຫິງປານໃດ                    ໃຄ່ຂໍຫົວໃນແຂ້ວ
ດຽວນີ້ ສູເປັນເຈົ້າ                          ໂຕເອງເອກຣາຊ ແທ້ບໍ?
ສູເປັນ ທາສໂຊວຽຕແລ້ວ              ຊ້ຳມາເປັນຂ້ອຽໝູ່ແກວ  ຄັກບໍ?

                      ລໍອ່ານສບັບ"ນົກເຄົ້າທ້ວງຕາແມ່"
 
  

No comments:

Post a Comment