Monday, January 9, 2012

                           ບົທທົບທວນ"ແມ່ທໍຣະນີລາວ"ເພື່ອເຕືອນຈິຕສຳນຶກເຜົ່າພັນທ໌ລາວ

ດິນລາວ ຫອນໃຫຍ່ກວ້າງ  ສເມີເພື່ອນທັງປວງ ຕາມຖ້ອນ  ແຕ່ທຸກຕາກິໂລແມຕຣແມ່ນແມ່ນແຕ່ດິນ
 ດີລ້ວນ  ຊັພພຍາກອນໜາແໜ້ນ  ຝັງໃນເປັນປຼະໂຍຊນ໌  ຫິນກໍແມ່ນຫິນຄ່າລ້ານ  ພຽງພ້ອມຖ່ານຫິນ

ແມ່ນວ່າ ທາຕຸອຶ່ນນັ້ນ  ເຫຼັກົວຊືນທອງ   ເງິນຄຳມີ  ຄວ່າເຫັນຫຼາຽແລ້ວ  ອາຈມີກ໊າຊແລະນ້ຳ ມັນຫຼາຍ
                           ຄັນຫາກຊອກ  ຂໍໂອກາສແຕ່ໃຫ້   ລາວໄດ້ຢູ່ສແວງ  ວ່ານາ!

ຍ້ອນວ່າ ດິນທຸກໝ້ອງ  ກໍມີຝຸ່ນສຸດດີ   ຈັກປູກຝັງແນວໃດ  ຫວ່ານລົງກໍຂຽວຂຶ້ນ  ບໍ່ວ່າຜັກຫຼືເຂົ້າ  ຫົວມັນ
                             ແກວຕ່າງໆ  ວ່າແຕ່ເຮົາບໍ່ຄ້ານ  ອຶດນັ້ນແມ່ນບໍ່ມີ   ແທ້ແລ້ວ!

ຍັງມີສາຽແມ່ນ້ຳ ນ້ອຽໃຫຍ່ລຳເຊ  ໄຫຼຫຼັ່ງລົງລຳຂອງ  ແຕ່ເໜືອເຖິງໃຕ້  ເກີດຈາກສາຍພູໃກ້ ພູໄກນັບຮ້ອຍໆ
                              ແຫ່ງດິນກໍຊຸ່ມລ້ຽງໝູ່ໄມ້   ຂຽວສະອຶ້ນທົ່ວແດນ  ເຈົ້າເອີຍ!

ນອກຈາກນີ້ ວັງບວດບຶງໜອງ   ນ້ອຽໃຫຍ່ຊົລທາຂັງ   ເກີດເອງກໍຫຼາຽລ້ຳ   ທຸກທົ່ວສາຽນະທີນ້ຳ  ກໍມີປານ້ອຽ
                               ໃຫຍ່  ນັບແຕ່ດຸກຄໍ່ຄ້າວ    ບຶກພ້ອມພ່ຳເລິມ

ນອກຈາກນ້ຳ  ເປັນທີ່ຢູ່ປູປາ ແລ້ວນັ້ນ     ຍັງເລົ່າເປັນສຖານທີ່ນົກ  ຄວ່າກິນທັງຄ້າຽ   ເປັນບ່ອນແນວຜັກນ້ຳ
                                 ແໜບົວອໍອັ່ງ   ຄົນລາວໄດ້ເພິ່ງນ້ຳ   ໄດ້ກິນເຂົ້າແລະປາ   ແທ້ນາ!

ຄັນວ່າ ດົງດ້ານດ້າວ   ມວລໝູ່ພຶສສາ  ນານາແນວ  ດູ່ ແດງ ແຄນຄໍ້  ຍຸງ ຍາງ ແຕ້ ຮັງ ສັກ ສີສຽດ ສຸດທີ່ມີຄ່າ
                                           ລົ້ນ ເປັນສິນຄ້າສົ່ງຂາຍ ແທ້ເດີ!

               ມີທັງ ຮາກະຍ່ອມ  ຢາຫົວກັບໝາກແໜ່ງ   ຂອງແພງມີຄ່າລ້ຳ   ກຳຍານເຂົາກວາງອ່ອນ
ດູກເສືອ ດູກໝີ ໜັງ  ມີພ່ຳພ້ອມ ຝູງນີ້ຄ່າສູງ   ນັບທັງຕົ້ນໄມ້ຈວງຈັນທຣ໌ຫວ້ານ  ແຂ່ນາງຂອງປ່າ ພວກນີ້
                                         ເປັນຢາພຶ້ນບ້ານ    ມີມາກລົ້ນໃນພຶ້ນແຜ່ນດິນລາວ

ອີກທັງ ຫວາຍບຸ່ນແຍ້  ຍາວຍື່ນເປັນເຄືອ  ແມ່ນແຕ່ແນວມີຣາຄາ  ສົ່ງຂາຽຄົນຊື້  ມີພືຊແນວກິນໄດ້ ເປັນເອງ
                                           ທັມຊາຕິ  ແມ່ພຼະທໍຣະນີລາວແຕ່ງໃຫ້  ລາວໄດ້ເພິ່ງພາ  ແທ້ນາ!

ອັນນຶ່ງ ທຸກປ່າໄມ້  ດົງດ່ານພູຜາ  ມີໝູ່ແສນສັຕວ໌ເນົາ   ແພ່ພັນທ໌ກຼະເສິມຊົ້ນ  ນັບແຕ່ກວາງຟານພ້ອມ  ງົວປ່າ
                                           ອົງ ມັ່ງ  ເຫງັນ  ກຼະຕ່າຍ  ໄກ້  ໝີເໝັ້ນ ລິ່ນແລນຯລຯ

ຄິດເບິ່ງ  ຫຼາຽປຼະເທສແທ້  ອັປໂຊຄທາງດິນ  ດິນບໍ່ດີມີໄຮ  ຝຸ່ນຈາງ ເຄັມ ສົ້ມ  ປູກແນວໃດຫອນຂຶ້ນ  ເປັນລຳ
                                         ລຳເປັນໜ່ວຍ  ຄອບວ່າ ເກີດໃຫຍ່ແລ້ວ  ເຫຼືອງແຫ້ງຫ່ຽວຕາຍ

ດັ່ງນັ້ນ ຂໍແກ່ລາວຮຸ່ນຫຼ້າ  ນ້ອຽໜຸ່ມແຂງແຮງ  ໃຫ້ເອົາໃຈທວນຄຶດ  ຮອດລາວເລີງເລື້ອຽ  ຄວນທີ່ຫວັງຄືນກ້ຳ
                                       ກຸງລາວຂອງເກົ່າ  ເຮົາເນີ...ດິນລາວ ລາວບໍ່ສ້າງຈະວາງໃຫ້ໝູ່ແກວ ຊັ້ນບໍ?

ຂໍເຊິນລາວພີ່ນ້ອງ  ຢ່າປຼະມາທລືມໂຕ  ເພິ່ງທີ່ ຫລິງຫຼຽວຄືນ ໃຄ່ຄະນຶງເດິມດັ້ງ ວ່າເຮົານີ້    ເດິມດາແທ້ສກຸລ
                                      ລາວຊາຕິເຊັ່ນ  ບໍ່ແມ່ນແຊງຊາຕິເຊື້ອ ຂາວເນື້ອໂດ່ງດັງ  ແດ່ເນີ!

ແນວໃດ ເຮົາຈັກໄດ້ກັບຕ່າວດິນລາວເຮົານັ້ນ   ພ້ອມພ່ຳກັນໂຮມແຮງເຮັດ  ຮ່ວມສາມັຄຄີໝັ້ນ  ຝູງທີ່ແຮງ
                                       ຍັງເຂັ້ມ  ວັຍປະຖົມຢ່າໃຈອ່ອນ   ພໍທີ່ຄືນຕ່າງຕັ້ງ  ຊົນສູ້ໃຫ້ຮີບຄືນ ວ່າເນ!

ສ່ວນວ່າ ຜູ່ໃຫຍ່ພົ້ນແຮງອ່ອນຊຣາກາຣແລ້ວນັ້ນ  ຊ່ອຍກັນຈູງໃຈຊັກລູກຫຼານທັງຄ້າຽ  ພ້ອມພ່ຳເສັຽສລະ
                            ເຂົ້າ   ຂອງດີມີຄ່າ  ເງິນຄຳມ້ວນມອບໃຫ້ ປຼະສົງຄ໌ຊວ້ານຊ່ອຍແຮງ  ແດ່ທ້ອນ! 

ນັ້ນລະ  ເຮົາຜູ່ພັດພາກບ້ານ  ຈະໄດ້ຕ່າວຄືນລາວ  ໄດ້ນັ່ງເນົາດິນເດີມ  ຍູຖ່າງປຸນແປງສ້າງ  ຍູຖ່າງຫາກັດ
                              ຕ້ອນ  ຕຶກແຫປາໃຫຍ່   ຍູຖ່າງສນຸກມ່ວນແມ້ງ  ກະເສິມດ້າມດັ່ງຫຼັງ  ທ່ານເອີຍ!

          ດັ່ງນັ້ນ ຈຶ່ງຂໍເຕືອນພີ່ນ້ອງ ລາວພັດຖິ່ນທັງມວລ

     ຟັງເດີ  ພວກພີ່ນ້ອງ                  ຜອງເພື່ອນໄທລາວ  ເຮົາເອີຍ!
ຢ່າຊິມົວຫຼັບໄຫຼ                            ລຶ່ນຄອງເຫຼືອລົ້ນ
ແມ່ນໄດ້ໜີໄປຊົ້ນ                         ຊາຍຄາເຮືອນບ້ານເພິ່ນ  ກໍດາຍແລ້ວ!
ຫຼືຮ່ອນຄືຮົ່ມບ້ານ                         ເຮືອນຢ້າວແຫ່ງເຮົາ  ດອກນາ!
     ຂໍໃຫ້ຄິດເບິ່ງບ້າງ                    ຂອງເກົ່າໄທລາວເຮົາ
ຊັພຍ໌ໃນດິນກໍມີຫຼາຽ                      ອີກພ່ອງສິນໃນນ້ຳ
ບາດລາວແກວມັ້ນໂຄມບ້ານ         ຄອງເມືອງມັນມ້າງມຸ່ນ  ແລ້ວເດ!
ຂົນຊົພຍ໌ສິນຂອດສ້ຽງ                  ເມືອຂຶ້ນສ່ວຍແກວ  ຮູ້ບໍ!
   ເມື່ອເປັນດັ່ງນແລ້ວ                   ຊິຄິດໃຄ່ປຼະກາຣໃດ
ຈຶ່ງຊິປອງຮັກສາ                          ຊັພຍ໌ສິນແສນຊັ້ນ
ຂອງລາວເຮົາໃຫ້ຄົງໄວ້                ຄືເດິມກີ້ກ່ອນ
ຂໍນຳຫລ້າອ່ອນນ້ອຽ                     ລາວໄດ້ຮ່ຳຄະນຶງ  ເຮົາແດ່ທ້ອນ!   


No comments:

Post a Comment