Friday, January 6, 2012

                                                 ຄຳເຕືອນໃນຄວາມເປັນຊາຕິລາວ

                              ພາສາບົ່ງບອກເຖິງຊາຕິ  ມາຣຍາທບົ່ງບອກເຖິງຕຼະກຸລ
      "ໄລຍະທາງພິສູຈນ໌ມ້າ ກາລເວລາພິສູຈນຼຄົນ ຄຸນຄ່າຂອງຄົນ ຢູ່ທີ່ຜົລຂອງງານ"

35+2= 37 ປີ ແຫ່ງຄວາມຣະທົມຂົມຂຶ່ນຂອງຊາຕິແລະປຼະຊາຊົນລາວ..ຂໍເຕືອນພວກສຫາຍວ່າ
ຢ່ານຳຊາຕິລາວໄປເປັນເຄື່ອງພັທນາກາຣແກ່ຊາຕິອື່ນ ຢ່າສ້າງຕົນແລະນຳປຼະຊາຊາຕິລາວໃຫ້
ເປັນໄພຍຕໍ່ສັງຄົມໂລກ ຫາກພວກສຫາຍຕ້ອງກາຣເຊັ່ນນັ້ນ ມັນເຣື້ອງຂອງພວກສຫາຍເພາະມັນ
ຈະເປັນຕຼາບາປແກ່ຊາຕິແລະປຼະຊາຊົນລາວ. ລາວເຄີຍມີບົທບາທອົງອາຈກ້າຫາຣ ສ້າງວີຣະກັມ
ອັນຍິ່ງໃຫຍ່ຜ່ານມາແລ້ວຫຼາຍຍຸຄຫຼາຍສມັຍ.
     ສ່ວນຊາວລາວທົ່ວໄປຕ້ອງກາຣຢາກປຼະພຶຕປຼະຕິບັຕິໃຫ້ເປັນນັກຊາຕິນິຍົມຢ່າງທ່ອງແທ້ບໍ່ແພ້
ຊາຕິອື່ນໃດ ຂໍເຊິນຊວນບັລດາທ່ານໄດ້ເປີດຮັບຟັງສຖານີວິທຍຸ"norporchorsa.com ເຖິງຈະບໍ່
ແມ່ນຂອງຄົນລາວໂດຽຕຼົງກໍຄວນຮັບຟັງໄວ້ເປັນແນວຄິດອຸດົມກາຣເພື່ອຄວາມກ້າວໄກຂອງສັງ
ຄົມຍຸຄໃໝ່ແລະມີປຼະໂຍຊນ໌ສຳລັບນັກຊາຕິນິຍົມລາວນັ້ນເອງ.


                        ສືບຕໍ່ກົຕບັຕຣສຫະປຼະຊາຊາຕິວ່າດ້ວຽ"ສິດທິມະນຸສຍ໌ຊົນ"
                                       (ຢ່າເປັນຄົນນອນຫລັບທັບສິດທິ")
                                 ( International Treaty Making Process)


2.2 ວ່າດ້ວຍກາຣເຂົ້າຮ່ວມເປັນພາຄີ ຫຼື ພາຄຍານຸວັຕິ (Accession) ຄືກາຣເຂົ້າຜູກພັນທ໌ຕາມສົນທິ
ສັນຍາສບັບນັ້ນໆ ຫຼັງຈາກທີ່ສົນທິສັນຍາສບັບນັ້ນມີຜົລບັງຄັບໃຊ້ແລ້ວ ໂດຽບໍ່ຈຳເປັນວ່າປຼະເທສ
ນັ້ນໆຕ້ອງມີກາຣລົງນາມໄວ້ກ່ອນ ຂໍ້ດີຂອງວິທີນີ້ຄືເປີດໂອກາສໃຫ້ປຼະເທສທີ່ຕ້ອງກາຣເປັນພາຄີ
ໃນພາຽຫຼັງສາມາດເຂົ້າຮ່ວມໄດ້ ຊຶ່ງຜົລຕາມກົຕໝາຍກໍເຊັ່ນດຽວກັບກາຣໃຊ້ສັຕຍາບັນນັ້ນເອງ.


ເຄື່ອງມືໃນກາຣເຂົ້າຜູກພັນຕາມສົນທິສັນຍາຣະຫວ່າງປຼະເທສ


ເຄື່ອງມືທີ່ສາມາດຊ່ອຍໃຫ້ປຼະເທສເຫຼົ່ານັ້ນສາມາດເລືອກຜູກມັດກັບສົນທິສັນຍາໄດ້ເທົ່າທີຕົນ
ຕ້ອງກາຣແລະເພື່ອໃຫ້ສອດຄ່ອງກັບສະພາບສັງຄົມແລະເສຖກິຈ ແລະຄວາມພ້ອມຂອງແຕ່ລະ
ປຼະເທສ ເຄື່ອງມືດັ່ງກ່າວຄື:


*1) ກາຣຕັ້ງຂໍ້ສງວນ (Reservation) ກາຣທີ່ປຼະເທສທີ່ເຂົ້າເປັນພາຄີຕັ້ງຂໍ້ສງວນນັ້ນກໍເພື່ອຈຳກັດ
ຄວາມຜູກພັນບາງປຼະກາຣຂອງຕົນ ແຕ່ທັງນີ້ຂໍ້ສງວນນັ້ນເຮັດໄດ້ຕຼາບທີ່ຂໍ້ສງວນດັ່ງກ່າວບໍ່ຂັດຕໍ່
"ເປົ້າໝາຍແລະວັດຖຸປຼະສົງຄ໌" ຂອງສົນທິສັນຍາສບັບນັ້ນໆ ໂດຽຂໍ້ສງວນດັ່ງກ່າວຕ້ອງຍົກຂຶ້ນ
ໄວ້ນັບແຕ່ວັນທີເຂົ້າເປັນພາຄີໂດຽເມື່ອປຼະເທສດັ່ງກ່າວເຂົ້າມາເປັນພາຄີແລ້ວສາມາດເພິກຖອນ
ຂໍ້ສງວນໄດ້ຫາກສຖານະກາຣນ໌ຫຼືສະພາບແວດລ້ອມປ່ຽນແປງໄປ.


*2) ຄວາມເຂົ້າໃຈ (Understanding) ເປັນເຄື່ອງມືທີ່ຊ່ອຍໃຫ້ປຼະເທສພາຄີສາມາດອະທິບາຽວ່າໃນ
ກາຣເຂົ້າຜູກພັນນັ້ນ ປຼະເທສດັ່ງກ່າວມີຄວາມເຂົ້າໃຈຫຼືຕີຄວາມຕອນນຶ່ງຕອນໃດວ່າກັນຢ່າງໃດເຊັ່ນ
ຄຳວ່າ"ກາຣທໍຣະມາຣ"ເປັນຕົ້ນບາງປຼະເທສຕ່າງຕີກຼອບກາຣທໍຣະມາຣແຕກຕ່າງກັນໄປ ແຕ່ທັງນີ້
ຄວາມເຂົ້າໃຈດັ່ງກ່າວຕ້ອງເປັນກາຣກຼະທຳໂດຽບໍຣິສຸທໃຈ.


*3) ກາຣແກ້ໄຂ (Amendment) ກາຣແກ້ໄຂນັ້ນມີຄວາມຍຸ້ງຍາກ ແລະໃຊ້ເວລາກັບກຼະບວນກາຣກາຣ
ໃຫ້ສັຕຍາບັນ ເພາະເມື່ອມີຜົລໃຊ້ບັງຄັບແລ້ວກໍສາມາດຜູກມັດປຼະເທສພາຄີຂອງສົນທິສັນຍາທັງໝົດ


*4) ຕຼາສາຣຫຼືຕຼາສາຣປຼະກອບ (Protocol/Optional Protocol) ເນື່ອງຈາກກາຣແກ້ໄຂສົນທິສັນຍາ
ນັ້ນກິນເວລານານ ແລະອາຈບໍ່ສາມາດເກີດໄດ້ເລີຍ ຫຼືບາງຄັ້ງກໍເພື່ອເປັນກາຣເພິ້ມເຕິມຂໍ້ຜູກມັດ
ເຮັດໃຫ້ມີແນວຄິດໃນກາຣຈັດທຳຕຼາສາຣຂຶ້ນມາເປັນສ່ວນປຼະກອບກັບສົນທິສັນຍາຫຼັກ ຊຶ່ງຜູກພັນ
ທາງກົຕໝາຍນັ້ນກໍມີຜົລສເພາະປຼະເທສທີ່ຍອມຮັບຕຼາສາຣດັ່ງກ່າວເທົ່ານັ້ນ.


        ຂໍ້ມູລຈາກສຳນັກງານສິດທິມະນຸສຍ໌ຊົນ http://.nhrc.or.th/menu_content.php?doc_id=29
                                         ຣຽບລຽງໂດຍລາວເສຣີເພື່ອສິດທິມະນຸສຍ໌                             

No comments:

Post a Comment