Tuesday, January 31, 2012

                                3 ຊາຕິອິນໂດຈີນຝຼັ່ງເສສ ກັບ 1 ຊາຕິອານານິຄົມອັງກຣິຕໃນ"ຂໍ້ແຕກຕ່າງ"

3 ຊາຕິອິນໂດຈີນຝຼັ່ງເສສຍຸຄອານານິຄົມຝຼັ່ງເສສ ຊຶ່ງວຽຕນາມເປັນເມືອງຂຶ້ນຂອງຝຼັ່ງເສສ ລາວ-ຂເມຣເປັນ
ພຽງປຼະເທສອານານິຄົມຣະດັບກາຣສຶກສາທັງສາມປຼະເທສໃນຍຸຄສມັຍນັ້ນເຫັນວ່າພໍໃຊ້ໄດ້..ບໍ່ນັບວຽຕແລະ
ຂເມຣແມ້ກຼະທັງຂນະນີ້ກໍຍັງຖືວ່າຕິດອັນດັບເພາະທັງສອງຊາຕິເອົາຕົວລອດແລະປຼະຄັບປຼະຄອງກັນໄປໄດ້
ສ່ວນລາວແລ້ວໜ້າອັບອາຍຂາຍໜ້າບໍ່ວ່າລູກເຈົ້າຫຼານນາຍຜູ່ທີ່ມີໂອກາສໄປຮຽນຕ່າງປຼະເທສພໍກັບເຖິງບ້ານ
ແຕ່ລະຄົນຫາບໃບປຼະກາສນິຍະບັຕຣມາເຕັມກຼະບຸງ ແຕ່ແທນທີ່ຮຽນມາແລ້ວຈະນຳມາໃຊ້ຖ່າຍທອດແຕ້ມ
ແຕ່ງເປັນຕຳຣາເພື່ອໝູນໃຊ້ໃຫ້ກັບລູກຫຼານ ຊ້ຳພັດເອົາໃບປຼະກາສໄປຕິດຝາເຮືອນຂອງຕົນ..ຜ່ານມາເປັນ
ທັສວັຕິຫຼືສັຕວັຕິຍັງບໍ່ປຼາກົຕແມ້ແຕ່ປຶ້ມຕຳຣາຮຽນຫົວດຽວໃນຫໍສມຸທແຫ່ງຊາຕິເພາະອາຈະເປັນເພາະຮຽນ
ບໍ່ສຳເຣັຈຫຼືວ່າຮຽນສຳເຣັຈແຕ່ເປັນພຽງວິຊາກາຣໃນເຈັ້ຽກໍວ່າໄດ້.
  ໃນສາມປຼະເທສນີ້ລ້ວນແຕ່ເປັນລູກນ້ອງຝຼັ່ງເສສເກົ່າຖືກຝຼັ່ງເສສເຕະຖິ້ມແລະດູຖູກມາດ້ວຍກັນ ແຕ່ວຽຕ-
ຂເມຣເຂົາປຼະຄັບປຼະຄອງແກ້ໄຂບັນຫາຊາຕິບ້ານເມືອງຂອງພວກເຂົາມາໄດ້ດີພໍສົມຄວນອາຈເປັນເພາະ
ພວກເຂົາບໍ່ຖືກສຍາມແຊກແຊງແລະແຊກຊ້ອນເປົ່າກຼະໝ່ອມຈຶ່ງຢືນຢັດຢູ່ໄດ້ ອັນນີ້ເປັນອີກເຫຕຸຜົລນຶ່ງພໍ
ມີໄວ້ເປັນອຸທຫອນ..
   ຢ່າງໃດກໍຕາມມັນໜ້າເສັຽດາຍແທ້ໆທີ່ຄົນລາວເຮົາບໍ່ມີຈິຕມີໃຈໃນກາຣເປັນນັກຊາຕິນິຍົມທັ້ງໆທີ່ເອົາ
ເງິນພາສີຂອງປຼະຊາຊົນລາວໄປຮຽນຕ່າງປຼະເທສ ແຕ່ປຼະຊາຊົນລາວບໍ່ມີສິ່ງຕອບແທນຄ່າເງິນພາສີເລົ່າ
ນັ້ນເລີຍ..ແຕ່ໃນຂນະທີ່ບ້ານເມືອງເກີດວິກຣິຕເກີດວົງຈອນອຸບາທດັ່ງເປັນຢູ່ຍັງບໍ່ປຼາກົຕວ່າມີບຸຣຸສຫຼືສຕຼີ
ລາວຄົນໃດຜງາດຂຶ້ນມາເປັນທີ່ເພິ່ງຂອງປຼະຊາຊົນໄດ້ແມ້ແຕ່ຄົນດຽວ?"ໂງ່ງ່າວແລະເປັນກົບໃນນ້ຳສ້າງ
ຄົງໜີບໍ່ພົ້ນກຸ່ມກຳອຳນາຈເຖື່ອນໃນລາວ".
  ເຖິງແມ່ນບັກຝຼັ່ງຊົ່ວຈະສ້າງໃຫ້ຄົນລາວບໍ່ຮູ້ປຼະວັຕິຂອງຕົນເອງກໍຕາມເຊື່ອວ່າບໍ່ແມ່ນອຸປສັກມັນອາຈເກີດ
ຈາກສັນດານທີ່ບໍ່ເປັນສັນດອນຫຼືເກາະແກ່ງພໍທີ່ຈະໃຫ້ຝູງນົກອາໃສໄດ້..ຍິ່ງຕົກມາໃນຍຸຄສມັຍຜເດັຈກາຣ
ອຳນາຈນິຄົມແຝງຕົວໄປໃສ່ເສື້ອສັງຄົມນິຍົມຄອມຯແບບແຕ້ມຮູປເສືອໃຫ້ລີງຢ້ານກໍຍິ່ງເຮັດໃຫ້ເຫັນໄດ້ວ່າ
ຣະບົບຝຼັ່ງຊົ່ວທີ່ໃຊ້ວິທີແຊກຊ້ອນແຍກກຸ່ມເພື່ອງ່າຍແກ່ກາຣປົກຄອງນັ້ນກໍຍິ່ງແຈ້ງຂາວຂຶ້ນທັ້ງໆທີ່ຄວາມຮູ້
ຄວາມສາມາດຣະດັບກາຣສຶກສາຕ່ຳກວ່າຣະດັບກາຣບໍຣິຫາຣດ້ວຽແລ້ວກໍຍິ່ງເຮັດໃຫ້ຊາຕິແລະປຼະຊາຊົນ
ອັປຈົນຍິ່ງຂຶ້ນຄືບໍ່ຍອມຮັບຄວາມຈິງຂອງສັງຄົມທີ່ເກີດຂຶ້ນໃນເວທີໂລກຈົນກາຍເປັນພວກສາຍຕາສັ້ນໄປໝົດ
ທັງກຸ່ມຈຶ່ງໃຊ້ໄດ້ພຽງຄວາມເປັນນາຍ ແຕ່ຄວາມເປັນຜູ່ນຳນັ້ນແມ້ແຕ່ຈະມອບໃຫ້ເປັນຜູ່ນຳໝູ່ບ້ານກໍຄົງບໍ່ຫຼ້ອນ
    ທຸກຢ່າງທີ່ກ່າວມານັ້ນເປັນພຽງອຸທຫອນ..ໃນຂນະຫັນໄປເບິ່ງຂເມຣຂນະນີ້ກາຣພັທນາປຼະເທສໄປໄກກວ່າ
ສຍາມເວລານີ້..ຊຶ່ງບໍ່ມີວຽຕນາມແລະຈີນເຂົ້າໄປຄອບງຳໄດ້ຢ່າງເຕັມພາຄພູມິເໝືອນກັບ "ສາທາຣະນະຣັຖ
ປຼະຊາທິປໄຕຍ ປຼະຊາຊົນລາວ"..ເຂົາມີເອກເທສໃນກາຣບໍຣິຫາຣຈັດກາຣຂອງເຂົາເອງຕ່າງຈາກກຸ່ມ"ນາຍ"
ປຼະຊາຊົນລາວທີ່ບໍ່ມີຫັຽງໃນຕົວຕົນເລີຍ..ຫາກວັນໃດວັນນຶ່ງວຽຕຖອຍແລະອະເມຣິກັນຖີບຈີນອອກຈາກເອ
ເຊັຽຕາວັນອອກກໍຄົງພໍດີກັບຈັງຫວະຊັພພຍາກອນທັມຊາຕິຂອງລາວໝົດແຜ່ນດິນ,ຊັພພຍາກອນມະນຸສຍ໌
ລາວກາຍເປັນຜີດິບຫຼືຂ້າຕອງເຫຼືອງພໍດີ.."ລູກສມູນອັງກຣິຕດີກວ່າຫົວໄວກວ່າສມຸນຝຼັ່ງເສສ"
    ຊຶ່ງໃນຂນະດຽວກັນນີ້ພມ້າກໍເປັນອີກຊາຕິນຶ່ງປຸ້ນອຳນາຈໄປຈາກປຼະຊາຊົນ ຫຼັງຈາກພົ້ນຂອບປາກສ້າງມາ
ຍັງບໍ່ພໍເທົ່າໃດໃນຊ່ວງທີ່ຈີນໃຊ້ອິດທິຄອບງຳຍັງໄດ້ຊັພພຍາກອນໄປໄດ້ບໍ່ນານ..ພວກເຂົາຮູ້ທັນແລະຕື່ນຕົວ
ທັນເວລານີ້ກໍໄລ່ອິດທິພົລຈີນອອກໄປເປີດກວ້າງໃຫ້ທຶນນິຍົມເສຣີເຂົ້າໄປປະຕິຣູປເສຖກິຈເວລານີ້ຄືສິງຄ໌ໂປຣ໌
ພ້ອມເປີດກວ້າງຮອບດ້ານ"ມີຊາຕິພມ້າຊາຕິດຽວ"ຕ່າງໄປຈາກພວກສມອງໝາປັນຍາຄວາຍຫຼືກົບໃນນ້ຳສ້າງ"
ຂອງກຸ່ມຈູມມະລີ ໄຊຍະສອນແລະທອງສິງ ທັມມະວົງ"ໃນໂລກນີ້ເຂົາແກ້ໄຂກົຕໝາຍສັນຊາຕິ"ແຕ່ພວກ
ສມອງໝາກັບສ້າງກົຕໝາຍໃໝ່ຂຶ້ນມາວ່າດ້ວຍເຊື້ອຊາຕິ"ມາເປັນຂໍ້ຖົກຖຽງກັນໃນສະພາຕົບມືແລະມີປຼະເທສ
ດຽວໃນໂລກຂນະນີ້ທີ່ເອົາບັນຫາເຊື້ອຊາຕິມາພິຈາຣະນາ ແລ້ວເປັນຫັຽງບໍ່ເອົາຄົນເຊື້ອຊາຕິແກວເຊື້ອຊາຕິ
ຈີນທີ່ເຕັມໃນດິນລາວມາເປັນຂໍ້ວິນິສສັຍແດ່?
     ສນັ້ນຈຶ່ງໝາຍຄວາມວ່າພວກເຂົາຈະພຍາຍາມປະຕິເສສລາວເສຣີໃນຕ່າງປຼະເທສຕຼອດກາລເພາະພວກ
ເຂົາຢ້ານພວກລາວເສຣີໄປເປັນນາຍພວກເຂົາແລະເຂົາຍອມຮັບວ່າພວກລາວເສຣີມີຄວາມຮູ້ເໜືອກວ່າເຂົາ
ນັ້ນເອງແລະອັນສຸດທ້າຍທີ່ຕາມຫຼອກຫຼອນພວກເຂົາຢູ່ຂນະນີ້ກໍຄືຈິຕວິນຍານຂອງວີຣະຊົນລາວທີ່ພວກເຂົາ
ຫາເຣື້ອງນຳໄປຂ້າແບບປ່າເຖື່ອນເຫຼົ່ານັ້ນຕາມມາຫຼອກມາຫຼອນພວກເຂົານັ້ນເອງ.
   ແຕ່ຂໍເຕືອນພວກສຫາຍວ່າປຼາກົຕກາຣນ໌ທັມຊາຕິເປັນໄປຕາມວາຣະກາລຂອງສັງຄົມໂລກເພາະໂລກນີ້
ມັນເປັນວັຖຈັກຣບໍ່ມີສິ່ງໃດຈີຣັງຢັ້ງຢືນໄດ້..ໂລກມັນກຼົມ..ເມື່ອມັນໝູນໄປຄົບວົງຈອນຂອງມັນແລ້ວ ມັນກໍ
ກັບຄືນສູ່ທີ່ເດິມ ຂຶ້ນສຸດແລ້ວກໍຕົກລົງມາທີ່ເດີມ ອັນນີ້ຄືສັຈຈະທັມໃນວົງວາລກາຣໂຄຈອນຂອງໂລກ.

                                  ຂອບໃຈທີ່ຫຼານທ່ານໂພຕມາໃຫ້ກຳລັງໃຈ 

No comments:

Post a Comment