Saturday, January 21, 2012

ຂໍກ່າວເປັນຂໍ້ປຽບທຽບແລະຕາມຄວາມເຂົ້າໃຈຂອງຜູ່ຂຽນ..ສ່ວນທ່ານໃດເຂົ້າໃຈເປັນຢ່າງອື່ນກໍສຸດແລ້ວ
ແຕ່ຈະຕີຄວາມແລະຫາຂໍ້ເທັຈຈິງເອົາເອງຄື: "ເປັນຫັຽງຂນະນີ້ປຼະຊາຊົນໃນເກືອບທົ່ວໂລກຈຶ່ງລຸກຮືຂຶ້ນ
ຕໍ່ຕ້ານຂັບໄລ່ຜູ່ນຳຜເດັຈກາຣຢ່າງຟົດເດືອດເຖິງຂັ້ນນອງເລືອດ ທັງນີ້ກໍເພາະກຸ່ມຜູ່ນຳແຫ່ງຣັຖຯໃຊ້ຣະ
ບອບຜເດັຈກາຣແບບຕົກຂອບຊຶ່ງໃນຣະບອບດັ່ງກ່າວມີທັງ"ຣະບອບຊ້າຽຈັດຕົກຂອບຄືຣະບົບສັງຄົມນິ
ຍົມຄອມຯແລະຣະບອບຣາຊາທິປໄຕຍຊຶ່ງຣາຊາຢູ່ນອກເໜືອອຳນາຈໃນຣັຖທັມນູນນັນເອງ.
  -ໃນຣະບອບດັ່ງກ່າວຄື ຣະບອບຣາຊາທິປໄຕຍອຳນາຈກາຣບໍຣິຫາຣຈັດກາຣຣັຖບາລແລະປົກຄອງປຼະ
ເທສແມ່ນພຼະຣາຊາມີອຳນາຈສູງສຸດໃນກົກຊີ້ຕາຍປາຍຊີ້ເປັນ. ອຳມາຕໃນຣະບອບຣາຊາຯກໍເຊັ່ນດຽວກັບ
ຄນະໂປລິສບູໂຣຂອງຣະບອບຄອມຯນັ້ນເອງ ສ່ວນເລຂາທິກາຣພັຄກໍຄືພຼະຣາຊາຄົນຈຳພວກນີ້ມີອຳນາຈ
ສູງສຸດໃນກາຣບໍຣິຫາຣຣັຖເຊັ່ນດຽວກັບພຼະຣາຊາມີໄມ້ກົກຊີ້ຕາຍປາຍຊີ້ເປັນແບບດຽວກັນຕ່າງກັນແຕ່ຊືທີ່
ຮຽກຂານກັນເທົ່ານັ້ນເອງ.
   -ສນັ້ນທັງສອງຣະບອບນີ້ເປັນອັນຕຼາຍຕໍ່ສັງຄົມໂລກແລະຂັດຕໍ່ວັທນະທັມຈາຣິຍະທັມຂອງໂລກຢ່າງຮ້າຽ
ແຮງຕໍ່ມະນຸສຍ໌ຊາຕິເພາະໃນຣະບອບນີ້ເຫັນຄົນເປັນສັຕວ໌ແລະຄົນກັບສັຕວ໌ໃຊ້ແແຮງງານທຳນອງດຽວກັນ
ຕ່າງແຕ່ງວິທີກາຣແລະເປັນໄປຕາມສາກລະຄອນຂອງກຸສໂລບາຍຂອງຄນະກົມກາຣເມືອງທີ່ສັ່ງໃຫ້ຫຼິ້ນ.
    ສນັ້ນທັງສອງຣະບອບນີ້ໄດ້ທຳລາຍອະນາຄົຕຂອງເດັກປຖົມວັຍແລະວັຍທຳງານໂດຽພວກເຂົາໄດ້ມ້າງ
ເພແລະທຳລາຍຍະບົບນິເວສຂອງວັທນະທັມແລະທຳລາຍຈາຣິຍະທັມອັນດີງາມເກົ່າແກ່ນັ້ນຖິ້ມແລ້ວຫັນ
ມາສ້າງຣະບົບສັງຄົມໃໝ່ໃຫ້ເຫັນຜິດເປັນຖືກ ທຳລາຍແນວຄິດທຳລາຍຄວາມຮູ້ສຶກຂອງຣະບົບນິເວສໃນ
ສັງຄົມປຼະຊາທິປໄຕຍເດີມ.
    ໂດຽພຶ້ນຖານຂອງພວກເຂົາຄືສ້າງໃຫ້ເດັກປຖົມວັຍລຸມຫຼົງກັບວັດຖຸສິ່ງຂອງທີ່ຂັດຕໍ່ຈາຣິທັມຈົນກາຽເປັນ
ພວກວັດຖຸນິຍົມຈຶ່ງເຮັດໃຫ້ເດັກປຖົມວັຍແລະວັຍທຳງານໄດ້ຖລຳຕົວເຂົ້າໄປເປັນທາຕຸຮັບໃຊ້ໃນສັງຄົມນິ
ຍົມຄອມຯບາງປຖົມວັຍເມື່ອບໍ່ມີທາງເລືອກກໍຈຶ່ງນຳຕົວເປັນໄປແລກກັບສິ່ງຕ້ອງກາຣເຊັ່ນ ກາຣຂາຍຕົວ
ແລກເງິນກໍເພາະທາງຄອບຄົວທຸກຂ໌ຈົນ,ຕ້ອງກາຣຄວາມກ້າວໜ້າທາງສັງຄົມໃຫ້ທັດທຽມຕາມວັທນະທັມ
ໃໝ່ແລະຕ້ອງກາຣອະນາຄົຕຂອງຕົນໃນກາຣຮ່ຳຮຽນຫາຄວາມຮູ້ໃສ່ຕົນ.
    ສິ່ງຕ່າງໆເຫຼົ່ານີ້ລ້ວນແຕ່ເປັນໝາກລຸກທາງກາຣເມືອງຂອງກຸ່ມຜເດັຈກາຣຂອງສອງຣະບອບທັງສິ້ນທີ່
ວາງໄວ້ແລະນອກນັ້ນຍັງໄຈ້ແຍກແລະສອດແຊກໃນສັງຄົມເດັກປຖົມວັຍບໍ່ໃຫ້ລວມຕົວກັນໄດ້ດັ່ງນັ້ນຣະບົບ
ກາຣສຶກສາຂອງສອງຈຳພວກນີ້ຈຶ່ງບໍ່ມີຄວາມກ້າວໜ້າເທົ່າທີຄວນໂດຽມີແຕ່ສ້າງຄວາມງົມງາຍໃຫ້ກັບສັງ
ຄົມເດັກປຖົມວັຍແລະວັຍທຳງານໂດຍບໍ່ໃຫ້ພວກເດັກດັ່ງກ່າວຮູ້ສຶກຕົວເພື່ອງ່າຍແກ່ກາຣໝູນໃຊ້ແລະງ່າຍ
ແກ່ກາຣຄວບຄຸມໂດຽອາໃສເຄື່ອງມືບັລດາຕຳຣວຈ,ສາລ,ທຫາຣເປັນກົລໄກຮັບໃຊ້ທີ່ຊື່ສັຈຂອງພວກຕົນ.
   ໃນຂນະດຽວກັນພວກເຂົາກໍສວຍໃຊ້ຊັພພຍາກອນທັມຊາຕິທີ່ມີຢູ່ໄປຂາຍກິນແລະສ້າງວິວທັສນ໌ວ່າເປັນ
ກາຣສ້າງສາພັທນາປຼະເທສຊຶ່ງໂດຍໃຊ້ຣະບົບອຸປຖັມພ໌ທີ່ປ່ອຍໃຫ້ຕ່າງຊາຕິເຂົ້າມາຜູກຂາດກັມສິດທິທີ່ດິນ
ແລະອື່ນໆພຽງອາໃສແຕ່ເງິນກ້ອງໂຕະແລະນາຍໜ້າຢ່າງເປີດແປນ.ສ່ວນຄົນໃນປຼະເທສນ້ອຍຄົນຈະມີໂອ
ກາສລົງທຶນເປັນຂອງຕົນເອງໄດ້ນອກຈາກກຸ່ມທຶນລາວຜູ່ເປັນລູກຫຼານແລະພັກພວກໃນເຄືອຂ່າຍຂອງພັຄ
ໂທນເທົ່ານັ້ນເອງ ແມ້ແຕ່ໃນກາຣບໍຣິຫາຣຈັດກາຣພາຽໃນກົງຈັກຣຣັຖບາລກໍລ້ວນແຕ່ແມ່ນລູກຫຼານຂອງ
ກຸ່ມພັຄໂທນ ຊຶ່ງບໍ່ມີຄວາມຮູ້ຄວາມສາມາດແມ້ແຕ່ກາຣຂຽນຣາຽງານກໍຕ້ອງໃຫ້ຊາວຕ່າງຊາຕິຂຽນໃຫ້ດັ່ງ
ນັ້ນຄວາມຈິງຈຶ່ງບໍ່ເກີດບໍ່ມີໃຜສາມາດຮູ້ໄດ້ຈຶ່ງພາກັນຕົກຢູ່ໃນຫຼຸມພາງຂອງພວກເຂົາຕຼອດມາເຖິງ 35 ປີ.
    ສິ່ງທີ່ກ່າວມານີ້ເປັນພຽງສ່ວນນ້ອຍໆແລະຍັງມີຕໍ່ໂປຼດຕິດຕາມອ່ານຕໍ່..ໜ່ວຍຣາຊກາຣລັບມີໄວ້ພຽງຕິດ
ຕາມກາຣເຄື່ອນໄຫວແລະໃສ່ຮ້າຽຄົນຜູ່ມີແນວຄິດຕຼົງກັນຂ້າມ ບໍ່ແມ່ນຕິດຕາມພຶຕຕິກັມຂອງເຈົ້າໜ້າທີ່ຣັຖຯ
ກາຣສໍ້ຣາສບັງຫຼວງຫຼືທຳຜິດກົຕໝາຍ ແລ້ວຣາຍງານດອກໄມ້ໃຫ້ແກ່ກັນເທົ່ານັ້ນເອງ.
                                       ໂດຽລາວເສຣີຜູ່ມີເສຣີພາບທາງຄວາມຄິດ

  

No comments:

Post a Comment