Tuesday, January 3, 2012

   ເມື່ອໃດຫາກຍັງເປັນນາສອງເໝືອງ ເມືອງສອງທ້າວ ກ້າວເດີນຍ່ຳຢູ່ກັບທີ່ດັ່ງກາຣບໍຣິຫາຣ
ຂອງກຸ່ມກົບໃນນ້ຳສ້າງແລະຍັງມີສມອງຕືບໃນກຸ່ມບໍຣິຫາຣຣັຖຯໃນປັຈຈຸບັນ ລາວທັງຊາຕິກໍ
ຢ່າຫວັງເລີຍຈະມີໂອກາສເດີນໜ້າໃນກາຣພັທນາຊາຕິໄດ້!!

   ແລະປຼະເທສໃດຫາກຍັງຫວງແຫນອຳນາຈຜເດັຈກາຣແລະປຼະຊາຊົນຖືກກົດຂີ່ຂູດຮີດມີວັທ
ນະທັມຣະບົບອຸປຖັມພ໌ ມີຣະບົບພັຄພວກແລະຣະບົບຄອບຄົວຄອບງຳວັມນະທັມສັງຄົມລາວຢູ່
ດັ່ງປັຈຈຸບັນເມື່ອນັ້ນມາເຖິງເຊື່ອວ່າເຖິງບ່ອນບັ້ນຊາຕິຕ້ອງແຕກສລາຍ ຜູ່ທີ່ລໍຈັງຫວະສວຍໂອ
ກາສຄື:-ສຍາມ-ແກວແລະຈີນແລະຂນະນີ້ວັທນະທັມຂອງສາມຊາຕິແຊກຊຶມທຳລາຍວັທນະ
ທັມສັງຄົມລາວໄປເກືອບຈະຫາບໍ່ເຫັນແລ້ວ.

    ຣະບົບສັງຄົມວັທນະທັມລາວປັຈຈຸບັນຄືຣະບົບສັງຄົມວັທນະທັມກ້າວກະໂດດຊຶ່ງຢູ່ໃນແຜນ
ກາຣລຶບລ້າງແລະສ້າງຄວາມສັບສົນ ສ້າງຄວາມເຫັນຜິດເປັນຖືກໃຫ້ກັບເດົກແລະເຍົາວະຊົນ
ລາວເພື່ອເປັນກາຣຂ້າແນວຄິດອຸດົມກາຣບໍ່ໃຫ້ມີໂອກາສຕໍ່ຕ້ານພັຄ-ຣັຖເທົ່ານັ້ນເອງ. ທັງນີ້ພັຄ
ຣັຖບໍ່ຕ້ອງກາຣໃຫ້ມີກາຣປ່ຽນແປງຣະບອບໄປເປັນປຼະຊາທິປໄຕຍກໍເພາະພວກເຂົານັ່ງຢູ່ບົນ
ກອງເງິນກອງຄຳ ບໍ່ເດືອດຮ້ອນໃນຂນະທີ່ພວກເຂົານັ່ງຢູ່ບົນກອງທຸກຂ໌ຂອງປຼະຊາຊົນລາວທັງ
ຊາຕິແລະພວກເຂົາເອງຖືວ່າ"ຊາຕິຄືພວກກູ ພວກກູຄືຊາຕິ"ນັ້ນເອງ.


  ຍຸຄນັກລ້າເມືອງຂຶ້ນສຍາມບຸກຍຶດອາຍາຈັກຣລ້ານຊ້າງ ສຍາມໄດ້ເກັບກຳເອົາຕຳຣາບາຣີ
ເອົາຂອງມີຄ່າໄປ ສິ່ງໃດພວກເຂົາເອົາໄປບໍ່ໄດ້ພວກເຂົາຈູດເຜົາທຳລາຍປົ່ນປີ້ ດັ່ງນັ້ນສິ່ງຂອງ
ໂບຮານທີ່ບັລດາທ່ານຄົ້ນພົບໃນຖ້ຳເລິກແຕ່ເໜືອເຖິງໃຕ້ແມ່ນປຼະຊາຊົນແລະຄຣູອາຈາຣຍ໌ນຳ
ໄປເກັບເສື່ອງນັກລ້າສຍາມ ໃນຂນະດຽວກັນພວກເຂົາໄດ້ກວາດຕ້ອນປຼະຊາຊົນລາວໄປເປັນ
ທາສສ້າງຄອງແສນແສບ,ສ້າງສຳນັກກຼະສັຕຣິຍ໌,ສ້າງໂຮງລ້າໂຮງກາຣບາງກອກແລະທົນບຸຣີ
ນີ້ຄືຍຸຄເປັນເມືອງຂຶ້ນສຍາມຣະຫວ່າງສັຕວັຕິທີ 18-19 ໃນຍຸຄຂອງຣາຊກາຣທີ 4 ທິສທອງດ້ວງ
ຊຶ່ງເປັນທວດຂອງທໍຣະຣາຊພູມິພົລ ອະດູລຍະເດຊໃນຣາຊກາຣທີ 9 ຂອງສຍາມປັຈຈຸບັນ.
ມໍຣະດົກຊາຕິຂອງແຜ່ນດິນລ້ານຊ້າງຜູ່ທີ່ເກັບເກນທ໌ໄປມີສອງຊາຕິຄື:ສຍາມແລະແກວ ພິສູຈນ໌
ໄດ້ໃນພິພິທພັນທ໌ຂອງສອງປະເທສນີ້.
     ດ້ານສາຍແດນແກວລາວເສັຽດິນແດນໃຫ້ແກວ 13 ແຂວງ ມີແຂວງໃດແດ່ກະຣຸນາໄປເປີດ
ອ່ານໄດ້ໃນປຶ້ມພົງສາວະດານລາວ. ດ້ານຂເມຣເສັຽໄປສອງແຂວງມີຄື: ກະແຈະແລະຊຽງແຕງ
ດ້ານພມ້າເສັຽໄປສາມແຂວງ..ສ່ວນດ້ານສຍາມປຼະເທສເສັຽໄປ 17 ແຂວງຊຶ່ງແມ່ນຝຼັ່ງເສສນຳ
ໄປແລກ ພຼະຕະບອງແລະສຣີໂສພົນໃຫ໊ກັບຂເມຣ ທັງໝົດນີ້ປຼະຊາຊົນລາວບໍ່ໄດ້ຮັບຮູ້ວ່າຝຼັ່ງ
ເສສເອົາອຳນາຈອັນໃດມາໃຊ້ບັງຄັບເພາະເມືອງລາວບໍ່ແມ່ນເມືອງຂຶ້ນຝຼັ່ງເສສແລະອານາຈັກຣ
ລາວແລະອານາຈັກຣກັມພູຊາເປັນພຽງປຼະເທສອານານິຄົມ ຄົງມີແຕ່ປຼະເທສວຽຕນາມເທົ່ານັ້ນ
ເປັນເມືອງຂຶ້ນຂອງຝຼັ່ງເສສ(ພິສູຈນ໌ໄດ້ສົນທິສັນຍາອິນໂດຈີນ-ຝຼັ່ງເສສສບັບປີ 1929-1945 ຫາກ
ຈຳບໍ່ຜິດ ແຕ່ເພື່ອຄວາມກຼະຈ່າງກະຣຸນາສືບຕໍ່ເພາະມັນຈະຍາວເກີນໄປ.
     ສນັ້ນທີ່ມາຄຳວ່າ"ໄທ"ສັພທ໌ນີ້ມາຈາກຄຳວ່າ"ໝູ່-ຝູງຫຼືຄນະ"ຫຼັງຈາກນັ້ນມາສຍາມຈຶ່ງເອົາ
ສັພທ໌ຄຳວ່າ"ໄທ ຄຳນີ້ມາຕຶ່ມຕົວອັກສອນ (ຍ)ໃສ່ຫຼັງຈຶ່ງແປວ່າ"ໄທສຍາມຫຼືສຍາມ"ນັ້ນເອງ
ຫາກຈະກ່າວຕາມຄຣູອາຈາຣຍ໌ລຸ້ນ ປີແອຣ໌ຍິນ"ແລ້ວເພິ່ນບອກວ່າ"ໄທ"ກໍຄືໝູ່ຊາວລາວຫຼື
ຄນະຄົນລາວ"ນີ້ຄືໄທແທ້ໆ"ແຕ່ໄທຍຄຳວ່າຄືທໄທສຍາມ"ມີກາຣຖົກຖຽງກັນມາຕັ້ງແຕ່ນັ້ນ
ແລ້ວ.
     ພວກເຂົາປຸ້ນອຳນາຈຈາກປຼະຊາຊົນມາແລະຂຶ້ນກຳອຳນາຈໃນປີ 1975 ຜ່ານມາໄດ້ 36 ປີ
ແລ້ວໂຄງສ້າງກາຣບໍຣິຫາຣຊາຕິບໍ່ໄປບໍ່ວ່າເພາະເປັນບ້າຢູ່ກັບຄວາມຢາກແລະຊີ້ນຳຂອງໄທຍ
ໃນຄຳວ່າ"ໝໍ້ໄຟແຫ່ງເອເຊັຽ"ຈຶ່ງບໍ່ສົນໃຈນຳຣະບົບກາຣສຶກສາ-ສາທາຣະນະສຸຂແລະອື່ນໆ
ເພາະຣາຽໄດ້ເຂົ້າຖົງຢ່າງເປັນຣະບົບຣະບຽບທັງໃຕ້ໂຕະແລະເທິງໂຕະແລະອຳນາຈອະທິປໄຕຍ
ບໍ່ໄດ້ຢູ່ໃນມືຂອງຄົນລາວຜູ່ເປັນເຈົ້າຂອງປຼະເທສ ຈຶ່ງສາມາດເວົ້າໄດ້ວ່າ"ພວກເຂົາຂາຍຊາຕິ
ຂາຍແຜ່ນດິນລາວມາຕັ້ງແຕ່ຍຸຄສຫາຍໄກສອນ ພົມວິຫາຣທາງດ້ານສາຍແດນແກວ ຍຸຄສຫາຍ
ຈຸມມະລີ ໄຊຍະສອນຂາຍແຜ່ນດິນດ້ານເໜືອໃຫ້ຈີນ. ດ້ານເຄິ່ງກາງຂາຍຕລາດລາວໃຫ້ກັບໄທຍ
    ຂໍກ່າວສັ້ນໆພຽງເທົ່ານີ້ເພາະເຊື່ອວ່າບັລດາທ່ານຄົງຈະຮູ້ແລະເຂົ້າໃຈໄປເຫັນດ້ວຽຕາມາແລ້ວ.


                                 ລາວເສຣີຜູ່ມີອິສຣະພາບທາງຄວາມຄິດ    
 
    
      

No comments:

Post a Comment