Tuesday, January 10, 2012

                            "ສັກດິນາຕົວຈິງກໍຄືກຸ່ມກຳອຳນາຈຣັຖຫຸ່ນທຣົງປັຈຈຸບັນໃນລາວ"
ຢ່າງໃດກໍຕາມ"ຂໍເຕືອນວ່າ ຈະບໍ່ມີຊາຕິໃດມາຮັກຄົນລາວຢ່າງຈິງຈັງ ເທົ່າກັບຄົນລາວຮັກຄົນລາວ..ພວກ
ສຫາຍຈົ່ງທົບທວນຄືນວ່າ ພວກສຫາຍໄດ້ເດີນທາງຜິດແລ້ວ..ເພາະຫັນໄປເຫັນຂີ້ດີກວ່າໄສ້ ໄປເຫັນຕ່າງ
ຊາຕິໂດຍສເພາະຈີນ-ແກວແລະສຍາມດີກວ່າຊົນຊາຕິຕົນເອງ!!ພວກເຮົາຈຶ່ງຂໍຝາກບົທກອນສບັບນີ້ໃຫ້ໄປ
ອ່ານທົບທວນວ່າເທັຈຫຼືຈິງ?ແລະພວກສຫາຍຍັງນັບຖືພຸທສາສນາຢູ່ບໍ?ຫຼືວ່າເວົ້າໃຫ້ເປັນບໍ່ເສັຽກາຣເມືອງ.
 ຫຼືວ່າຫັນໄປນັບຖືສາສນາຜີຕາມກົ້ນແກວແລ້ວ?ຫຼືວ່າເປັນພຽງອາໃສໃບບຸນຫາກິນກັບສາສນາພຸທ?

             ຫຼັກແຫ່ງຄວາມເຊື່ອທີ່ພຼະພຸທອົງຄ໌ທຣົງວາງໄວ້ໃຫ້ແກ່ພຸທສາສນິກາຊົນບໍ່ໃຫ້ເຊື່ອຢ່າງງົມງາຍ
 ກາລາມສູຕຣເປັນຫຼັກແຫ່ງຄວາມເຊື່ອທີ່ພຼະພຸທອົງຄ໌ທຣົງວາງໄວ້ໃຫ້ແກ່ພຸທສານິກຊົນ ບໍ່ໃຫ້ເຊື່ອສິ່ງໃດໆ
ຢ່າງງົມງາຍໂດຽບໍ່ໃຊ້ປັນຍາວິເຄາະຫ໌ພິຈາຣນາໃຫ້ເຫັນຈິງເຖິງຄຸນໂທສຫຼືດີບໍ່ດີກ່ອນຈະເຊື່ອມີຢູ່ 10 ປຼະ
ກາຣໄດ້ແກ່:
-ຢ່າຟ້າວເຊື່ອຕາມທີ່ໄດ້ຟັງກັນມາ
-ຢ່າຟ້າເຊື່ອຕາມທີ່ກຼະທຳຕໍ່ກັນມາ
-ຢ່າຟ້າວເຊື່ອຕາມຄຳບອກເລົ່າຫຼືຂ່າວລື
-ຢ່າຟ້າວເຊື່ອໂດຽອ້າງຕຳຣາ
-ຢ່າຟ້າວເຊື່ອໂດຽນຶກເດົາເອົາ
-ຢ່າຟ້າວເຊື່ອໂດຽຄາດຄເນເອົາ
-ຢ່າຟ້າເຊື່ອໂດຽນຶກຄິດຕາມແນວເຫຕຸແລະຜົລ
-ຢ່າຟ້າວເຊື່ອເພາະຖືກກັບທຶສດີຂອງຕົນ
-ຢ່າຟ້າເຊື່ອເພາະມີຮູປລັກສນະທີ່ຄວນເຊື່ອໄດ້
-ຢ່າຟ້າວເຊື່ອເພາະຜູ່ເວົ້າເປັນຄຣູບາອາຈາຣຍ໌ຂອງຕົນ.
  ທັງນີ້ເພາະໃນປັຈຈຸບັນແນວຄິດແລະຫຼັກສູຕຣທີ່ສອນໃຫ້ຄົນມີເຫຕຸຜົລບໍ່ໃຫ້ຫຼົງເຊື່ອງົມງາຍໃນທຳນອງ
ດຽວກັບຄຳສອນຂອງພຼະພຸທອົງຄ໌ເມື່ອ 2500 ປີກ່ອນໄດ້ຮັບກາຣບັລຈຸເປັນວິຊາບັງຄັບວ່າ ດ້ວຍກາຣສ້າງ
ທັກສະໃນກາຣຄິດຫຼືຮຽກຂານວ່າ"ກາຣຄິດເຊິງວິຈາຣນ໌"(Critical thinking) ໄວ້ໃນກຼະບວນກາຣຮຽນຮູ້ໃນ
ມະຫາວິທຍາລັຍທີ່ພັຄ-ຣັຖໃຊ້ໃຫ້ເປັນທຶສດີຫຼືນະໂບຍາຽທີ່ຫຼອກໃຫ້ຫຼົງເຊື່ອເພາະກຸ່ມຜເດັຈກາຣພັຄ-ຣັຖ
ບໍ່ໄດ້ປະຕິບັຕິໃຫ້ເຫັນຕາມທຶສດີຈຶ່ງຖືວ່າເປັນ"ທຶສດີນ້ຳເຕົ້າເປົ່າ"ເພາະພວກນີ້ມັນເປັນໂຈຣ ໂຈຣບໍ່ມີສັຈຈະ

ຊາຕິອື່ນທີ່ກ່າວອ້າງ                               ວ່າເຂົານັ້ນຮັກແພງລາວ
ບໍ່ຫ່ອນທໍ່ລາວຮັກລາວ                            ຊາຕິດຽວຕະກຸລເຊື້ອ
ລາວເໜືອ ກາງ ລາວໃຕ້                          ຄືລາວດຽວກັນນ້ອງພີ່
ເຂົ້າເມັດຫັຜັກເສັ້ນນ້ອຽ                           ຫາມາໄດ້ກໍແບ່ງກັນ
ຈັບມືກັນໃຫ້/ຽວແໜ້ນ                             ລາວໃນແລະລາວນອກກໍຄືດ້າມດ່ັງດຽວ!
ໃຜຫວັງເພເປ້ມ້າງ                                  ໃຫ້ໂຮມແຮງສູ້ຢ່າຖອຍ
ລາວເຮົາບໍ່ໄດ້ຕ່ຳຕ້ອຽ                              ລາວຄືຊາຕິວິຣະຊົນ
ລາວເດັ່ນຢູ່ໃນສາກົລ                               ໂລກລືຊາຍົກຍ້ອງ
ຕັ້ງທ່າເປັນຄືລຳຮົ້ວ                                  ຄະຍຸງແຄນໄມ້ໝາກຂ່າ
ປົກປັກຮັກສາຊາຕິໄວ້                               ໃຫ້ລາວໝັ້ນບໍ່ສລາຽ
ຜິດຖືກ ດີແລະຮ້າຽ                                    ພ້ອມພ່ຳກໍ່ປົວແປງ
ສມາຄັຄຄີໂຮງແຮງ                                   ປຼະກອບກັນໂຮມທ້ອນ
ຄືດັ່ງເກືອເຄັມກ້ອນ                                    ຮັກສາຄວາມເຄັມບໍ່ມີຈືດ
ເລືອດສີແດງຂຸ່ນເຂັ້ມ                                 ເລືອດລາວລ້ວນລູກເຂົ້າໜຽວ
ກົມກຽວກັນໃຫ້ໜຽວແໜ້ນ                         ສາມັຄຄີກັນໃຫ້ໝັ້ນແກ່ນ
ແສນຈະທຸກຂ໌ຍາກຫຍຸ້ງ                            ໂຮມພລັງສູ້ເພື່ອຊາຕິລາວ
ຢ່າໄດ້ຕົກຄາຣົມລວງລໍ້                              ຜິດຖຽງກັນບໍ່ຮ່ວມກຸ່ມ
ຮັກແພງກັນຮໍ່ຫຸ້ມ                                      ແນວບໍ່ຖຶກໃຫ້ປະລະ
ຕັ້ງຕໍ່ທຳແຕ່ຄວາມດີໆ                                ຮ່ວມພລັງກັນເປັນກ້ອນ
ພາກັນສິຕສອນໃຫ້                                    ລູກຫຼານລາວຜູ່ເກີດໃໝ່
ໃຫ້ເອົາໃຈຮຽນຮ່ຳຮູ້                                  ວິຊາຊັ້ນສ່ວນສູງ
ຢ່າໄດ້ພາກັນຫຍຸ້ງ                                     ແນວບໍ່ຖືກຢ່າຫຼົງຜິດ
ເຫັນກົງຈັກຣເປັນດອກບົວ                         ຢ່າໄດ້ມົວເມົາເຊີ້
ຢ່າລະເມີແລ່ນນຳກົ້ນ                                 ຈີນ-ແກວມັນລວງກືນກິນຊາຕິ
ຢ່າໃຫ້ເຂົາລູບຫຼິ້ນໆ                                   ຜົມຂາວແກ້ວຫງອກງາ
ເຮົາບໍ່ໄດ້ເວົ້າບ້າໆ                                      ອວດເກັ່ງທາງວາຈາ
ສາມສິບເຈັດປີມີບົທຮຽນ                             ໃສ່ຫົວໃຈເອົາໄວ້
ຕາມີ ເຫັນ ຮຽນ ຮູ້                                       ຈົດຈຳເອົາມາແຕ້ມແຕ່ງ
ແປງເປັນກາບກອນກໍໄດ້                              ເພາະຫົວໃຈຂ້ອຽກໍແມ່ນລາວ
ຄາວກ່ອນກີ້                                                ບໍ່ເຄີຽເວົ້າດອກ ເຣື້ອງກາຣເມືອງ
ເຄີຍແຕ່ນອນຢູ່ໃນຫຼຸມຄອງ                          ຖືກກຼະສຸນທີ່ຂາຊ້າຽ
ເລືອດສີແດງໄຫຼລິນຍ້ອຽ                              ໄຫຼລົງລົ້ນອັ່ງ
ໄຫຼຫຼັ່ງລົງສູ່ພຶ້ນ                                            ຖວາຍເຈົ້າແມ່ທໍຣະນີ
ເພື່ອໃຫ້ພຼະແມ່ເຈົ້າ                                       ໄດ້ຮູ້ຂ່າວມາຄຸ້ມຄອງ
ເລືອດສີແດງລິນໄຫຼນອງ                              ຄືເລືອດລາວຜູ່ຫາຣກ້າ
ບໍ່ໃຫ້ໄຫຼເສັຽຖິ້ມ                                           ໃຫ້ໄຫຼລົງທາພຶ້ນແຜ່ນ
ດິນແດນລາວລ້ານຊ້າງ                                  ຕ້ອງຮັກສາໄວ້ເພື່ອລູກຫຼານລາວ
ລາວຄືວີຣະຊົນຊາຕິເຊື້ອ                                ເລືອດວີຣະບຸຣຸສຜູ່ຊານໄຊຍ໌
ລາວອາດຫານທາງແນວຄິດ                           ຮັກເຜົ່າພົງພັນທ໌ເຊື້ອ
ເຮືອນຫໍລາວຕ້ອງສ້າງ                                   ດິນແດນລາວ-ລາວຕ້ອງຢູ່
ສາຍອູ່ແມ່ເຮົາແຂນຫ້ອຽ                                 ຝັງໃຈໄວ້ຢ່າໄດ້ລືມ
ລາວທຸກຄົນຕ້ອງຊາບຊຶ້ງ                                ໃນຄວາມເປັນຊາຕິຂອງລາວ
ກອດຄໍກັນສຸຂທຸກຂ໌                                         ຮ່ວມຕາຍນຳກັນໄດ້
ຍາມໃດມີໂພຽໄພຮ້າຽ                                      ສັຕຼູມາຣມາຂົ່ມຂູ່
ລາວຕ້ອງລຸກຂຶ້ນສູ້                                          ຕົວຕາຽຊາຕິຍັງຢູ່   ທ່ານເອີຍ!!    
                 ຈຶ່ງຂໍຝາກໄວ້ນຳພີ່ນ້ອງເພື່ອນຮ່ວມຊາຕິທຸກໆທ່ານ!!
 



No comments:

Post a Comment