Thursday, January 5, 2012

                 ກາຣປ່ຽນຣະບອບກາຣເມືອງກາຣປົກຄອງຕ້ອງເປັນໄປຕາມວັດຖຸປຼະສົງຂອງສັງຄົມ
ໂລກເພາະລາວເປັນປຼະເທສອານານິຄົມຂອງສັງຄົມໂລກ. ດັ່ງນັ້ນມະນຸສຍ໌ທຸກຮູປທຸກນາມຕ່າງ
ລ້ວນແຕ່ມີຂີດຈຳກັດຄວາມສາມາດມະນຸສຍ໌ຈຶ່ງຕ້ອງກາຣປ່ຽນຣົສນິຍົມຂອງສັງຄົມ  ໃຫ້ມີກາຣ
ເລືອກຕັ້ງເພື່ອຄົ້ນຫາບຸຄຄົນໃໝ່ມາເປັນຜູ່ນຳພາຣັຖຯ(ບໍ່ແມ່ນເລືອກນາຍ)ແລະບໍຣິຫາຣຈັດກາຣ
ກົງຈັກຣຣັຖຯເພື່ອຫວັງໃຫ້ບັລລຸເປົ້າປຼະສົງຄ໌ຂອງສັງຄົມຂອງຍຸທຈັກຣຕາມຍຸຄສມັຍ ສນັ້ນປຼະຊາ
ຊົນລາວຜູ່ໄດ້ຮັບເຄາະຫ໌ກັມທັງຫຼາຍບໍ່ວ່າສາຍໃດໆຕ້ອງລຸກຂຶ້ນຂັບໄລ່ຫາກຍັງບໍ່ຍອມປ່ຽນທິສ
"ໂລກແຫ່ງປຼະຊາທິປໄຕຍມີຄວາມໝາຍເລິກເຊິ່ງ ມີກົຕໝາຍໃນກົລໄກອຳນາຈຣັຖຯແລະມີວິທີ
ກາຣບັງຄັບໃຊ້ໄປຕາມກະຕິກາຂອງຫຼັກກົຕໝາຍທີ່ບໍ່ຂັດກັບຫຼັກປຼະຊາທິປໄຕຍຂັ້ນພຶ້ນຖານແລະ
ນອກນັ້ນຣັຖຯບໍ່ຄວນປິດກັ້ນຂໍ້ມູລຂ່າວຕໍ່ສາທາຣະນະແລະບໍ່ຄວນໃຫ້ປຼະຊາຊົນຮັບຮູ້ແຕ່ຝ່າຍກຼະ
ບອກສຽງຂອງຣັຖຯແລະບໍ່ຄວນຕັດສິດທິພຶ້ນຖານຄວາມເປັນມະນຸສຍ໌ຂອງປຼະຊາຊົນ ປຼະຊາຊົນ
ລາວຄວນໄດ້ຮັບເສຣີພາບ ມີປຼະຊາທິປໄຕຍຢ່າງສົມບູນໃນອະນາຄົຕ.
    ຢ່າງໃດກໍຕາມພວກເຮົາຂໍຝາກກາບແລະກອນໄປຍັງພີ່ນ້ອງລາວທຸກເຜົ່າພັນທ໌ດ້ວຍຄຳວ່າ"ໄຫ
ໃຫຍ່ລົ້ນ...ໄຫນ້ອຍເຫລົ່າບໍ່ເຕັມ"


         ອັນວ່າ...ນ້ຳເມິກແດງເລືອດເຂົ້ມ           ປົນເລືອດລາວເຊັງ
ບັລເລງເປັນອັກສອນ                                     ຈາກໃຈລົງໃນເຈັ້ຽ
ປຸນປຽບສຽງລະຄັງກ້ອງ                                 ເຕືອນສະຕິລາວທຸກຊົນເຜົ່າ
ຂຸນບູຣົມໂຄຕຣເຫງົ້າ                                     ລາວໃຫ້ສະເດືອກຄຽງ  ແດ່ເນິ!

         ລຽງອັກສອນໂກຕຕຶ້                              ປ່າວປຼະກາສອຸດົມກາຣ
ອາຈຫາຣໃນແນວຄິດ                                   ຊາຕິນິຍົມໃຫ້ໜັກແໜ້ນ
ຢຶນຢັນໃນຫຼັກໝັ້ນ                                         ຄວາມເປັນລາວໃຫ້ເດັດດ່ຽວ
ເຖິງມີພາຍຸໜ໋ຽວໂນ້ມ                                    ຢ່າໄດ້ງໍ້ງ່ຽງຄອນ    ແທ້ເນີ!


         ຫຼັງນ້ຳເໝິກເພື່ອປ່າວໂປ້ງ                   ເປີດໂປ່ງຄວາມເປັນຈິງ
ກຸ່ມຜູ່ນຳລາວແດງຫຼົງຜິດ                              ໄປຄົບແກວກິນບ້ານ
ດິນແດນລາວມູລມັງເຄົ້າ                                ນັບວັນນັບຮອມແຄບ ແລ້ວເດ!
ຫຼັກສາຍແດນຖືກເຄື່ອຍ້າຍ                            ຂະຍັບເຂົ້າສູ່ລາວ   ພີ່ນ້ອງເອີຍ!

         ລາວຜູ່ໄກບ້ານຂໍບອກແຈ້ງ                    ແສງຕາສ່ອງເຫັນໄກ
ຍຸຄສມັຍຜເດັຈກາຣ                                        ບໍ່ອາຈຍືນຍົງໝັ້ນ
ມັນກອບໂກຽໂກງກິນສໍ້                                   ບັງຫຼວງທັງບັງຣາສ
ມວລປຼະຊາຮອບຮູ້                                          ເຫັນແລ້ວປາກບໍ່ດັງ

        ຜູ່ນຳແດງນັ່ງເກົ້າອີ້                                  ປຸກປຼະສາທກາງນະຄອນ
ຣັຖກອນ ກຳລັງທັພ                                          ຢູ່ຕູບຕອງຝາຫ້ຽນ
ຝົນຫຼັ່ງລົງເທນ້ຳ                                              ເຕັມຕາຍແຕ່ໄຫໃຫຍ່
ຊຸມໄຫອອມແອ່ງນ້ອຍ                                     ບໍ່ມີໄດ້ເມັດຝົນ    ໜ່າຍເດ!

        ກາຣເມືອງຍັງບໍ່ລຶບສົ້ນ                               ກົລໄກເກົ່າ ມາກຊ໌-ເລນິລ
ເສຖກິຈພຽງວາງແຜນ                                       ເພາະເງິນບໍ່ມີຄ້າງ    ຂນະນີ້!
ນັກລົງທຶນຊັງໜັງໜ້າ                                        ຍ້ອນພັຄດຽວຄອງປຼະເທສ
ກົຕໝາຍຊູຊ່ອຍຄ້ຳ                                           ເງິນທຶນຊ້ຳພັດໂຄງໃນ


       ກາຣສຶກສາຍັງບໍ່ເທົ່າ                                  ຄຸນພາບຖອຍຫຼັງ
ໂຮງໝໍຢາເຕັມເມືອງ                                        ແຕ່ບໍ່ມີຢາແກ້
ວັທນະທັມມົວໝອງເສົ້າ                                   ສັງຄົມລາວເປື່ອຍເຍື່ອຍ
ຜູ່ນຳພາລັກປຸ້ນ                                                 ເລງລົ້ວໂລບຫຼົງ


        ລາວຜູ່ໄກບ້ານຂໍບອກແຈ້ງ                       ສະຕິຊາຕິຜູ່ນຳລາວ
ມໍ່ມາເຖິງຄາວດັບສູນຍ໌                                     ເສື່ອມພັນທ໌ສຸດສ້ວຍ
ອຸດົມກາຣນ໌ຊາຕິນິຍົມຍືນໝັ້ນ                          ພິນັຍກັມອັນລ້ຳຄ່າ  ເນິພີ່ນ້ອງລາວ!
ຄອງປາກກາເຮົາຂຽນຝາກໄວ້                          ໃຫ້ລາວໄດ້ຮິ່ນຕອງ    ແທ້ເນີ!
 
                 
 

No comments:

Post a Comment