Tuesday, January 3, 2012

                        ລັກສນະຜູ່ເຖົ້າທີ່ລະເມີດສິລຫ້າ(ເຖົ້າຈັງໄຮ)
                              (ສັພທ໌ພາສາລາວເດີມ)
                        (ໂບຮານຄະຕິຫຼືໂບຮານວັນຄະດີ)
ເຖົ້າແກ່ແລ້ວຫຼົງໂລພເມັຽສາວ          ເຖົ້າຫົວຂາວມັກເຝືອນຫາຊູ້
ເຖົ້າຊູ່ລູ່ນອນສ້ວມນຳເມັຽ                   ເຖົ້າຊຳເຊັ່ຽນຳສາວສ່ຳນ້ອຍ
ເຖົ້າມັກປ້ອຍເອີ້ນຮ່າເອີ້ນຫຸງ             ເຖົ້າຫົວສູງສິລທານບໍ່ສ້າງ
ເຖົ້າຮ້າງບ້ານຫາຮັ່ງຫາມີ                   ເຖົ້າອັປຣີຍ໌ຂ້າສັຕວ໌ກິນເຫຼົາ
ເຖົ້າວອນເວົ້າຕຶກສ້ອນຕຶກແຫ             ເຖົ້າຕາແສະວາງຫຼານບໍ່ໄດ້
ເຖົ້າຄົນໃບ້ຮັກເພິ່ນຊັງໂຕ                    ເຖົ້າໂມໂຫຄວາມຕາຍບໍ່ຮູ້
ເຖົ້າອູດອູຫາສ້າງແຕ່ເວຣ                    ເຖົ້າທຳເຂັນສອນແຕ່ຄົນອື່ນ
ເຖົ້າຢ້ານລື່ນກາຣໄຮ່ກາຣສວນ            ເຖົ້າຊັກຊວນລູກຫຼານໄປຄ້າ
ເຖົ້າເກັ່ງກ້າສິງຫ້າບໍ່ມີ                           ເຖົ້າບໍ່ດີ ວັນສິລເຂົ້າປ່າ
ເຖົ້າໃຈບ້າຮັກແຕ່ລູກຫຼານ                    ເຖົ້າໃຈມາຣບຸນໂຕບໍ່ເວົ້າ
ເຖົ້າເຄົ້າເມົ້ານັ່ງເຝົ້າແຕ່ເຮືອນ              ເຖົ້າຕາເບືອນຟັງທັມບໍ່ໄດ້
ເຖົ້າເຫັນໃກ້ພາຽໜ້າບໍ່ຫຼຽວ                   ເຖົ້າຄັນຄຽວສາມຊາວວ່າໜຸ່ມ

                                       ຄຳສອນເລືອກເມັຽ

ນາງໃດຍົກຍ່າງຍ້າຽ                              ສຽງບາດຕີນໜັກ
ຍິງນັ້ນ ຢ່າໄດ້ເອົາມາທຽມ                      ຖ່ອຍຄົນຄວນເວັ້ນ
ຍິງໃດປາກກ່າວຕ້ານ                              ສເມີດັ່ງສຽງຊາຍ ນັ້ນນາ!
ບາຄານ ເອີຍ!                                         ຢ່າເອົາມາຊ້ອນ
ຍິງໃດເກສາລ້ວນ                                    ຕົກດຳເລີງແລບ
ມີທັງຜິວບໍ່ເສົ້າ                                        ງາມລ້ວນຢູ່ເລິງ
ຍາມເມື່ອຍົກຍ່າງຍ້າຍ                           ໄປຄຽມມາສເມີ
ຕາແລດູ                                                  ແຕ່ພໍວາດ້າມ
ຊາຍໃດ ໄດ້ຢູ່ຊ້ອນ                                 ຮຽງຮ່ວມເປັນເມັຽ ກໍດີ
ຍູທ່າງ ທຣົງຄວາມສຸຂ                            ນັ່ງປອງເປັນເຈົ້າ.

                               ສຸພາສິຕລາວຍູຮານ

-ອັນວ່າ ຄວາມຕາຽນີ້ແຂນຄໍທຸກບາດຍ່າງ      ໃຜກໍແຂວນອ້ອນຕ້ອນ ສເມີດ້າມດັ່ງກັນ
ຄວາມລັບບໍ່ມີໃຫ້ເຖິງສາມ     ຄວາມງາມບໍ່ໃຫ້ເຖິງສີ່    ຄວາມມິດຄວາມມິ່ບໍ່ໃຫ້ເຖິງຫ້າເຖິງຫົກ   
ຄວາມດີລັ້ງໄວ້ເກົ້າສອກ             ຄວາມຊົ່ວຊອກອອກເກົ້າວາ
ໃຈໜັກໄດ້ກິນເຂົ້າ                      ໃຈເບົາໄດ້ກິນກອຍຫົວໃຫຍ່
ເຈົ້ານາຍດີບໍ່ເຫັນແກ່ເງິນແສນໄຖ່       ແຕ່ເຫັນແກ່ໄພ່ແສນເມືອງ
ຊ້າງຊິຕາຍທາວຫາເຄືອ     ເສືກຊິຕາຍທາວຫາເຫຼົ່າ
ນອນຂວ້ຳໃຫ້ເບິ່ງເຊືອກຄວາຍ     ນອນຫງາຍໃຫ້ເບິ່ງໄພຫຍ້າ
ນອນສູງໃຫ້ນອນຂວ້ຳ       ນອນຕ່ຳໃຫ້ນອນຫງາຍ
ບໍ່ມີຄວາມຮູ້ຢ່າເວົ້າກາຣເມືອງ    ບໍ່ນຸ່ງເຫຼືອງຢ່າເວົ້າກາຣວັດ
ຍ່າງນຳກົ້ນຜູ່ເຖົ້າ ຜີເປົ້າບໍ່ກິນ   ຢ່າງນຳກົ້ນຜູ່ໃຫຍ່ໝາບໍ່ກັດ

                             ຄຳກອນພາສິຕລາວບູຮານ

ກຸນຊອນຊ້າງພຼາຍສາຣເກີດຢູ່ປ່າ       ຍັງໄດ້ມາຢູ່ບ້ານເມືອງກວ້າງກ່ອມຂຸນ
ກຸນຊອນຊ້າງອັສດອນຄຸນມາກ           ກໍຫາກຫາຍາກແທ້ທັງຄ້າຍບໍ່ຄ່ອຍມີ
ສ່ວນວ່າຍຸງຍອງຮິ້ນຝູງໄຮເຮືອດໄຕ່   ບໍ່ຮ່ອນຂີ້ໄຮ້ຫາ ໄດ້ຄູ່ເຮືອນ
ກຸນຊໂຣຊ້າງແນວສູງສັກດິ໌ໃຫຍ່         ຕາຍຍ້ອນມົດແດງນ້ອຍໆ ແນວນັ້ນກໍຫາກມີ
ຄັນໄດ້ຂິ່ຊ້າງແລ້ວຢ່າດັ່ງເປີດດັງເຫີນ   ຢ່າໄດ້ເສິນໆ ຫົວແຍ່ງຊິພານພາຮ້າຍ
ຄັນໄດ້ຂິ່ຊ້າງໃຫ້ຫາແຍ່ງຢອງຫຼັງ        ຄັນບໍ່ຢອງແຍ່ງລົງຊິບໍ່ສົມທຣົງຊ້າງ
                   ມັນຊິເສັຽສຣີເສົ້າ ເສັຽທຣົງຊ້າງໃຫຍ່
ແນວນາມເຊື້ອພລາຍສາຣເຜືອກຜ່ອງ     ມັນຫາກເກີດຢູ່ຫ້ອງດົງກວ້າງດ່ານໄພ
ອັສຈັລຍ໌ໃຈໝາຂົບຊ້າງສາຣແຮງລົ້ມຖ່າວ    ມາອິດູເມື່ອຊ້າງລຸກໄດ້ໝາຊິໄຫ້ຕໍ່ສາຣ
ຄັນວ່າ ໄດ້ຂິ່ຊ້າງ ຢ່າລືມໝູ່ໝູໝາ       ບາດຫ່າຂໂມຍມາລັກຊິເຫົ່າຫອນໃຫ້ມັນຢ້ານ
ລາງເທື່ອກວາງຟານເຕັ້ນນຳດົງຊິໄດ້ໄລ່   ຄັນຫາກໄດ້ຕ່ອນຊິ້ນຍັງຊິໂອ້ອ່າວຄຸນ ແທ້ເນີ!    

                                            ເຕືອນໃຈລາວອົພຍົພ        

ໜີຈາກບ້ານ    ຄນຶງຮ່ຳ ພາຽຫຼັງແດ່ເນີ!
ພົງສ໌ພັນທ໌ລາວ   ຖິ່ນເດີມເຂົາມ້າງ
ອົດສາທ້ອນ         ໂຮມລາວ ໃຫ້ໝັ້ນແກ່ນ
ເພື່ອຈະຫຼົບຕ່າວປີ້ນ ຄືນບ້ານແຫ່ງເຮົາ  ພີ່ນ້ອງເອີຍ!
ພວກເຮົາເນົາເຂຕກວ້າງ    ທຸກແຫ່ງແດນໄກ ກໍດີ  ສຸຂ ທຸກຂ໌ຫັຽງ ກໍຢ່າໄລລືມບ້ານ ເຮົາເນີ!
ລາວຫຼັງພຸ້ນ  ພໍຕາຍຍາກຍິ່ງ ແລ້ວເດ!  ເຂົາເຂັ່ນຂ້າ ຄຸມແຄ້ນຂົ່ມເຫງ ແທ້ນາ!
ນ້ຳຕາລາວຫຼັ່ງລົ້ນ  ປຸນເລືອດລິນໄຫຼ   ສຸດແສນເຈັບທັງທຣວງທົນແຄ້ນ
ຄັນເຮົາຄອງຄອຍແຕ່ຖ້າ  ຊິເປັນອື່ນໄປແຫລ້ວ!  ລາວເອີຍ!
ຢ້ານລາວຈົມແຈບພຶ້ນເປັນຂ້ອຍແຫ່ງໝູ່ແກວ  ຫັ້ນແລ້ວ!       

                                            ເຕືອນສະຕິພີ່ນ້ອງລາວພັດຖິ່ນ

ຟັງເນີ  ພວກພີ່ນ້ອງ     ຜອງເພື່ອນໄທລາວ ເຮົາເອີຍ!
ຢ່າຊິມົວຫລັບໄຫຼ        ລື່ນຄອງເຫຼືອລົ້ນ
ແມ່ນໄດ້ໜີໄປຊົ້ນ        ຊາຍຄາເຮືອນບ້ານເພິ່ນ ກໍດາຍແຫລ້ວ!
ຫາກຫ່ອນຄືຮົ່ມຮ້ານ    ເຮືອນຢ້າວແຫ່ງເຣົາ  ດອກເດີ!
ຂໍໃຫ້ຄຶດເບິ່ງດ້ວຍ    ຂອງເກົ່າໄທລາວເຣົາ
ຊັພຍ໌ໃນດິນກໍມີຫຼາຽ    ອີກພ່ອງສິນໃນນ້ຳ
ບາດລາວແກວມັນໂຄມບ້ານ   ຄອງເມືອງມັນມ້າງມຸ່ນ
ຂົນຊັພຍ໌ສິນຂອດສ້ຽງ   ເມືອຂຶ້ນສ່ວຍແກວ   ຮູ້ບໍ?
ເມື່ອເປັນດັ່ງນີ້ ແລ້ວ     ຊິຄິດໃຄ່ປຼະກາຣໃດ?
ຈຶ່ງຊິປອງຮັກສາ      ສ່ຳສິນແສນຊັ້ນ
ຂອງລາວເຮົາໃຫ້ຄົງໄວ້     ຄືເດີມກິ້ກ່ອນ
ຂໍນຳຫລ້າອ່ອນນ້ອຍ      ລາວໄດ້ຮ່ຳຄນຶງ ແດ່ເຖິ້ນ!!

No comments:

Post a Comment