Friday, January 20, 2012

          ພວກກຸ່ມໂຈຣກ່າວກ່ອນປຸ້ນອຳນາຈປຼະຊາຊົນໄປວ່າ"ປຼະຊາຊົນຕ້ອງເປັນໃຫຍ່ໃນແຜ່ນດິນ"ແລ້ວ
ຫຼັງຈາກພວກເຂົາປຸ້ນອຳນາຈໄປໄດ້ແລ້ວເປັນໄປຢ່າງໃດ..ມັນຖືຄຳເວົ້າບໍ?ບອກແລ້ວໂຈຣບໍ່ມີສັຈຈະ!!
          ແຕ່ຫຼັງຈາກກຸ່ມຜເດັຈກາຣຫຸ່ນທຣົງປຸ້ນອຳນາຈຂອງປຼະຊາຊົນລາວໄປແລ້ວ ແຜ່ນດິນລາວກາຍໄປ
ເປັນຂອງຂອງແກວ-ຈີນແລະສຍາມຄວບຄຸມໂດຽທາງກາຣຫຸ່ນອ້າງວ່າເປັນແຜນກາຣພັທນາ ແຕ່ທາຕຸແທ້
ຄືເປັນກາຣຂາຍກັມສິດທິຜູ່ເປັນເຈົ້າຂອງແຜ່ນດິນແລະຂນະນີ້ນັບມື້ນັບຂຍາຽເປັນວົງກວ້າງອອກໄປທົ່ວປຼະ
ເທສ. ໃນກາຣຂັບໄລ່ປຼະຊາຊົນອອກຈາກພຶ້ນທີ່ຕ່າງໆຊຶ່ງເປັນມໍຣະດົກຕົກທອດຂອງບັລພະບຸຣຸສຂອງພວກ
ປຼະຊາຊົນນັ້ນ ພັຄ-ຣັຖຫຸ່ນໄດ້ນຳໄປຂາຍໃຫ້ກັບຕ່າງຊາຕິແລະຈ່າຍຄ່າຊົດເຊີຍໃນຣາຄາຖືກທຳນອງດຽວ
ກັນກັບທີ່ກຸ່ມກຳອຳນາຈຣັຖຈີນທີ່ໃຊ້ກັບປຼະຊາຊົນຈີນໃນເວລານີ້ແລະຂນະນີ້ເຫຕຸກາຣນ໌ດັ່ງກ່າວກຳລັງບານ
ປາຍຖືກປຼະຊາຊົນຈີນຜູ່ຖືກໄລ່ທີ່ລຸກຮືແລະປະທະກັນກັບເຈົ້າໜ້າທີ່ຣັຖໄປທົ່ວແດນມັງກອນຂນະນີ້.
            ເພື່ອເປັນກາຣຕອບສນອງບຸນຄຸນແຜ່ນດິນພວກເຮົາຄນະລາວເສຣີຈຶ່ງຂໍຝາກຄຳກອນປູ່ສອນຫຼານ
ມາໃຫ້ຄິດຮິ່ນຕອງເຕືອນຈິຕໃຕ້ສຳນຶກກຸ່ມຄົນລາວທີ່ວ່າ"ຊ່າງມັນເຖາະ..ສິ່ງທີ່ມັນຈະເກີດ ມັນຕ້ອງເກີດ"
ມາໄວ້ເປັນຂອງຂວັນປີ 2012 ຄືປີ "ພຍານາຄຣາຊໃນຍຸຄ"ກຸງສຣີສັຕນາຄຣາຫຸຕ"ວ່າໄວ້ດັ່ງນີ້:


                                                    "ປູ່ສອນຫຼານ"


ບັດນີ້ ຂ້າຂໍຂຽນຂີດແຕ້ມ                         ເກັບກ່າຍເປັນກອນ   ກ່ອນເນີ!
ພໍໄດ້ສອນຫຼານລາວ                               ຜູ່ເກີດມາພາຽຊ້ອຍ
ຈົ່ງໄດ້ກອຍໃຈຕັ້ງ                                   ບຳເພັນພຽນຮຽນຮ່ຳ  ເອົາເນີ!
ທຳດີ..ສ້າງແຕ່ຄວາມດີ                            ມີສີແກ່ໜ້າ..ພາເຈົ້າຮຸ່ງຈເຣີນ
ຊາຕິທີ່ແນວນາມບົ້ງ                                ແປນໂຕ ກາຊິຕອດກິນໄດ໋
ຕ້ອງມີໃຍຫໍ່ຫຸ້ມ                                       ຕົນຕົວໄວ້ ຈຶ່ງຄ່ອຍດີ


ໃຍນັ້ນປຽບປະມານຄືຄວາມຮູ້                   ຄຣູອາຈາຣຍ໌ ຜູ່ສອນສັ່ງ
ໃຜຫາກຈຳຈື່ໄດ້                                      ເອົາມາໃຊ້ເມື່ອລຸນ
ອັນວ່າ ຄົນດາຍດື້                                     ດ້ອຍຊັພຍ໌ ອັບປັນຍາ
ຍ້ອນບໍ່ມີຄວາມພຽນ                                  ບໍ່ຫ່ວງຫາຄວາມຮູ້


ຫຸນລູ ຫຸນລັງດັ້ນ                                       ເມົາກັນຊາ ຕິດຝິ່ນ
ເຮໂຣອິນ ປ່ວງບ້າ                                     ພາໃຫ້ໝົ່ນໝອງ
ຄົນດີ ມີສີໜ້າ                                            ກິຣິຍາວາດກໍຄ່ອງ
ຄົນຊົ່ວໝອງໝົ່ນເສົ້າ                                 ຜອງເທົ່າຊົ່ວຊິວັງ  ແທ້ແລ້ວ!


ລູກຫຼານລາວຕ້ອງຫາໄວ້                            ເງິນຄຳ ຄາວຍັງໜຸ່ມ
ເຖິງເມື່ອຍາມແກ່ເຖົ້າ                                  ເຮົາຊິໄດ້ຢູ່ສະບາຍ
ຢ່າຫາເມົາມົວຫຼິ້ນ                                       ກາຣງ່ຣໃຫ້ຄິດຮ່ຳ


ເງິນຄຳຂອງເຄື່ອງໃຊ້                                   ມີໄວ້ໃຫ້ຮ່ຳເພີງ  ແທ້ເນີ!
ຫຼອນວ່າໄປພາຍໜ້າ                                    ເກັບຫາມາ ຈັບຈ່າຍ
ສຸຂສະບາຍ ຍາມເມື່ອເຖົ້າ                             ເງິນຄຳໃຊ້ບໍ່ຂາດເຂິນ


ແນວວ່າ ຄົນຂີ້ຄ້ານ                                       ບໍ່ຕັ້ງຕໍ່ ຫາງານທຳ
ຕຼອດກາຣສຶກສາ                                           ບໍ່ຮ່ຳເພີງ ຮຽນຮູ້
ອົດສູ ໄປພາຍໜ້າ                                          ຈະພາຕົນຈົມຈຸ່ມ
ຕົກລຸ່ມໃຕ້ໂລກຫຼ້າ                                         ຊີວາເຈົ້າຊິໝົ່ນໝອງ  ຫຼານລາວເອີຍ!!!
 

No comments:

Post a Comment