Thursday, January 5, 2012

   ເຣື້ອງກາຣປ່ຽນຣະບອບເປັນເຣື້ອງໃຫຍ່ແລະສຳຄັນຕໍ່ວິຖີຊີວິຕຂອງຄົນທັງຊາຕິເພາະຣະບອບ
ຖືເປັນສູນຍ໌ກາງເພື່ອກາຣປັບປ່ຽນໃນຣະບົບກາຣບໍຣິຫາຣຈັດກາຣໃຫ້ສອດຄ່ອງກັບຄວາມປ່ຽນ
ແປງຂອງສັງຄົມໂລກ!!ແລະໝາຍເຖິງສເຖັຽຣະພາບຫຼັງກາຣປ່ຽນແປງ.

                                               ນົກເຄົ້າທ້ວງຕາແມ່ ພາຄ ສອງ

"ນົກເຄົ້າທ້ວງຕາແມ່" ເຖົ້າແກ່ບູຮານກ່າວໄວ້ນັ້ນ ມັນມາຖືກແນວລາວຯ ຣັຖຫຸ່ນທຣົງປັຈຈຸບັນ

      ເຫັນແຕ່ຝ່າຍເຂົາຜິດ              ຝ່າຍໂຕບໍ່ຫຼິງຢ້ຽມ
ບໍ່ທັນເຫິງໂຕຊ້ຳ                           ຍອມເປັນຂ້ອຍແຫ່ງວຽຕ
ທາສໂຊວຽຕຕຶ່ມຊ້ອນ                   ສອງຊັ້ນຄົງມ່ວນໃຈ   ສຫາຽເອີຍ!

      ຄິດສົງສາຣແຕ່ຊາຕິເຊື້ອ         ລາວເກົ່າປາງປະຖົມ  ເຮົາເດ!
ເຄີຍມີ ນາມລືໄກ                           ກຽຕິສູງມາແລ້ວ
ຕົກຕ່ຳ ຍ້ອນວ່າຕົນເປັນຂ້ອຽ        ສຍາມມາແລ້ວຮ້ອຍຂວບ ປາຍ ແທ້ແຫລ້ວ!
ຍັງມາເປັນປຼະເທສຣາຊຂຶ້ນ          ຊາວເຊື້ອຝຼັ່ງຖຽມ

     ເຄິ່ງສັຕວັຕິ ຂວບຊ້ອນ              ຝຼັ່ງມອບເມືອງຄືນ
ໃຫ້ລາວປົກຄອງໂຕເອງ                   ກໍໄປ່ສົມກະສັນແມ້ງ
ເອກຣາຊານັ້ນ                                ອົລວົນວຸ້ນ ເຮັ່ງ
ເພາະລາວພວກນຶ່ງນັ້ນ                   ໄປນິຍົມກ້ຳຝ່າຍຄອມຯ   ໜ່າຍເດ!

     ແກວເລີຍເຂົ້າຊ່ອຍຍູ້                 ພວກໝາປ່າແນວລາວຯ
ຈີນກໍເປັນໃຈດອມ                          ຝ່າຍເຂົາຝູງນັ້ນ
ຣັຖບາລວຽງຈັນທຣ໌ໄດ້                   ອະເມຣິກາຊູຊ່ອຍ
ເສິກເລີຍລາມວາບໄໝ້                    ລາວຮ້ອນທົ່ວແດນ

     ຄອບວ່າ ເສີກເລີກແລ້ວ              ພວກໝາປ່ານິຍົມແກວ  ຫັ້ນນາ!
ໂລດເລົ່າ ມີໄຊຍເໜືອ                     ຝ່າຍວຽງຈັນທຣ໌ເລີຍຫຼົ້ມ
ຝຼັ່ງເສັຽໄຊຍໃຫ້                               ແກວຕີແຕກພ່າຍ
ອະເມຣິກາຖອຍທັພຟ້າວ                ເມື່ອບ້ານແຫ່ງເຂົາ(ຫັນໄປລົ້ມຣະບອບໂຊວຽຕແທນ)

      ຕໍ່ແຕ່ນັ້ນ                                     ລາວເລີຍໄລ່ຂ້າກັນເອງ
ແນວລາວຯເມິງໃນໄຊຍ                   ເປີບໃຈເຫຼືອລົ້ນ
ຂົ່ມເຫງຄົນພາຍກ້ຳ                           ວຽງຈັນທຣ໌ ສຸດຂນາດ
ໄທລາວຊາວຕ່າງເຊື້ອ                       ໜີບ້ານແຕກເມືອງ

     ແນວລາວຯ ມັນມ່ວນແມ້ງ            ໃນປຽບໄຊຍຊນະ
ບໍ່ເຖິງສອງ-ສາມປີ                               ປຼະເທສລາວກໍເລີຍເສົ້າ     
ເອົາແຕ່ສັມນາວຸ້ນ                                ວົນວາຍຫາຈັບໝູ່
ໜ້ອຍນຶ່ງແກວເຄື່ອນເຂົ້າ                     ເປັນເຈົ້າເທື່ອລະແນວ         ຄັກບໍ່?
      ຣະບົບກາຣເມືອງແກວຊອກໃຫ້      ກົລຫຼ່ຽມອັນເລິກ
 ບັງຄັບເຊັນສັນຍາ                                ມອບເມືອງທາງອ້ອມ
ສາມສິບຫ້າບວກສອງມັນກົດຫົວໄວ້     ສັນຍາແປຼກປລາດ
ແນວລາວຯຊຸມໂງ່ຈ້າ                           ເລີຍເຊັນໃຫ້ຍື່ນຖວາຍ

     ຖັດຈາກນັ້ນ                                     ມັນກໍສົ່ງກອງທັພ-ປຼະຊາຊົນແກວ
ຍ້ອນວ່າອາຫາຣອຶດ                              ບໍ່ພໍພຽງທ້ອງ
ມັນຈຶ່ງເອົາມາໄວ້                                  ໃນດິນລາວທຸກແຂວງເຂຕ
ມັນບໍ່ກິນຕັ້ງແຕ່ເຂົ້າ                               ປອງປຸ້ນຊູ່ແນວ ແທ້ນາ!


     ໄມ້ແນວດີໆຫຼາຽເຫຼືອລົ້ນ                 ປ້ຳແກ່ເມື່ອແກວ
ຖ່ານຫິນດີໆ ເງິນຄຳຂຸດ                        ກົ່ນເອົາກອຍກ້ຽງ
ຄັນວ່າ ສິນໃນນ້ຳ                                   ປູປາທຸກຫ້ວຽຮ່ອງ ເຮົານາ!
ຕຶກແຫກິນຍັງບໍ່ແລ້ວ                             ເອົາບົມຖິ້ມຕຸ້ມຕາຍ ຕຶ່ມອີກ!

               (ເຊິນຕິດຕາມ ພາຄສາມ)

                    
        

No comments:

Post a Comment