Monday, January 9, 2012

                                   ອິງຕາມກຼະແສສັງຄົມຫຼືສຽງຈົ່ມຂອງສັງຄົມວັທນະທັມພາຽໃນ ສປປລາວ

ບັນຫາຕ່າງໆຂອງຊາວຕ່າງດ້າວທີ່ພັຄ-ຣັຖຫຸ່ນອະນຸຍາຕໃຫ້ເຂົ້າມາຄ້າຂາຍ-ຕັ້ງຖິ່ນຖານໃນລາວຕາມສັນ
ຍາ"ມິຕຣພາບ"ນັ້ນກາຍມາເປັນສັນຍາ"ມິດອາບຟາບ"ຄືເມື່ອມີບັນຫາຄວາມຂັດແຍ່ງກັບປຼະຊາຊົນລາວ
ທ້ອງຖິ່ນບໍ່ສາມາດຍື່ນມືເຂົ້າໄປແກ້ໄຂໄດ້..ປ່ອຍໃຫ້ອຳນາຈທ້ອງຖິ່ນຈັດກາຣກັນເອງ ແຕ່ກໍໃນທຳນອງຂໍ
ໄປທີເພາະບໍ່ວ່າເຂຕເຊົ່າຈີນຫຼືເຂຕເຊົ່າແກວແລະເຫຕຸກາຣນ໌ດັ່ງກ່າວນັບມື້ນັບຂຍາຍຕົວອອກໄປໃນວົງ
ກວ້າງ..ທາງຣັຖບາລກາງມິດປານແປ້ນອັດປາກ.
   ແຕ່ລະເຂຕດັ່ງກ່າວມານັ້ນບັນດານັກທຸຣະກິຈຕ່າງດ້າວເຫຼົ່ານັ້ນນັບມື້ລຸກໄລ່ທີ່ທຳມາຫາກິນຂອງຊາວ
ບ້ານທ້ອງຖິ່ນໄປເຣື້ອຽໆເຖິງຂັ້ນບາງເຂຕປຼະຊາຊົນລາວເອົາໄມ້ຄ້ອນໄລ່ຟາດຫົວແກວກັບຈີນແລະນັກ
ທຸຣະກິຈຕ່າງດ້າວເຫຼົ່າກໍບໍ່ໄດ້ເສັຽພາສີໃຫ້ແກ່ຣັຖບາລລາວ..ເພາະພວກເຂົາກ່າວວ່າເສັຽໃຫ້ກັບເຈົ້າແຂວງ
ເຈົ້າເມືອງໄປແລ້ວບໍ່ຕ້ອງຈ່າຍໃຫ້ຄັງຫຼວງ.
    ວ່າດ້ວຽກາຣຄ້າມະນຸສຍ໌ໃນລາວມີຜູ່ປົກຄອງບາງໝູ່ບ້ານວ່າ ຫົວໜ້າແກ້ງຕົວຈິງບໍ່ແມ່ນຕ່າງດ້າວ ມັນ
ຕັ້ງແມ່ນພນັກງານຂອງຣັກຯເອງທີ່ລວມຫົວກັບຊາວຕ່າງຊາຕິແລະທາງດ້ານສັງຄົມທົ່ວໄປໃນລາວເວລາ
ນີ້ມັນບໍ່ແມ່ນເປື່ອຍເຍຶ່ອຽທັມດາ ມັນໜັກໜາສາຫັສກວ່າສມັຍຣັຖບາລຣາຊອານາຈັກຣຈິງຢູ່ບໍ່ມີໂຮງແມ່
ຈ້າງນາງເລງ ແຕ່ກາຣຄ້າປຼະເວນີເຂົາມີຄວາມກ້າວໜ້າໄປຕາມເທຄໂນໂລຍີຄື ສ້າງຣິສອຣ໌ຕໄປຕາມສາຍ
ທາງຫຼວງແລະຢູ່ຕາມແຫຼ່ງທ່ອງທ່ຽວໂດຽອາໃສກາຣຕິດຕໍ່ດ້ວຍຣະບົບໂທຣສັພທ໌ຊຶ່ງຜູ່ເປັນຫົວໜ້າຣິສອຣ໌ຕ
ນັ້ນແຫຼະເປັນຜູ່ໂທຣໃຫ້..ຈົນມີຄຳວັທກັມຕິດປາກເົຍາວະຊົນລາວວ່າ"ໂຣຄເອສດ໌ບໍ່ຢ້ານ ຢ້ານແຕ່ໂຣຄອຶດ".
     ສາເຫຕຸມາຈາກຄວາມອັປຍົດອົດສູປູ້ປັນຍາຫາທາງອອກໃຫ້ສັງຄົມຂອງຣະບົບກາຣປົກຄອງຣັຖຯນັ້ນ
ເອງ. ນອກຈາກນັ້ນກຸ່ມກຳອຳນາຈຍັງມີສາຍຕາສັ້ນຕຶ່ມອີກຄືສ້າງໃຫ້ຊາວໜຸ່ມກາຽເປັນພວກວັດຖຸນິຍົມເພື່ອ
ພຽງວ່າເປັນທາງອອກບໍ່ໃຫ້ພວກປຼະຊາຊົນແລະເຍົາວະຊົນເກີດປະຕິກິຣິຍາຕໍ່ຕ້ານພັຄ-ຣັຖຯເຖິງຊັພພຍາ
ກອນມະນຸສຍ໌ຈະເສື່ອມເສັຽມຸ່ນທະລາຍ ລູກຫຼານພັຄ-ຣັຖແລະຣັຖຯກໍບໍ່ເສັຽຫາຍໄປກັບອາຊຍາກັມເຫຼົ່ານີ້
ເທົ່ານັນເອງ
    ດັ່ງນັ້ນມາເຖິງວັນນີ້ຈຶ່ງສາມາດກ່າວໄດ້ວ່າເມື່ອຣະບອບກາຣປົກຄອງບໍ່ດີ ຣະບົບກາຣບໍຣິຫາທີ່ປະຕິບັຕິ
ຕາມກໍໄປບໍ່ໄດ້ເພາະທັງໝົດນັ້ນມັນໄປຂັດກັບສັງຄົມວັທນະທັມພຶ້ນຖານ..ຕາມຈິງແລ້ວເຍົາວະຊົນລາວໃນ
ຍຸຄໃໝ່ເຂົາຕ້ອງກາຣຄວາມກ້າວໜ້າທາງວັທນະທັມສັງຄົມແບບສາກົລ ແຕ່ກົລໄກບໍຣິຫາຣຈັດກາຣຂອງ
ຣະບົບຣັຖບາລມັນໄປຂັດຂວາງຄວາມກ້າວໜ້າຂອງສັງຄົມວັທນະທັມຢ່າງບໍ່ເປັນສາກົລນັ້ນເອງ. ທັ້ງໆທີ່
ພັຄ-ຣັຖປິດຫູບັງຕາທຸກວິຖີທາງເຊັ່ນ ໝົດເມືອງລາວມີສື່ມວລຊົນສອງສບັບຄື ໜັງສືພີມສຽງປຼະຊາຊົນ-
ໜັງສືພິມວຽງຈັນທຣ໌ໃໝ່ ແຕ່ລະສບັບບໍ່ມີເນື້ອຫາສາຣະພໍທີ່ເຍົາວະຊົນຈະນຳໄປສຶກສາເພາະທຸກສບັບມີ
ແຕ່ຍົກຍ້ອງແລະບໍຣິຫາຣກັນເຂົ້າກະຕ່າທັງສິ້ນ. ແມ້ແຕ່ໂທຣທັສນ໌ຫຼືທີວີ ຢູ່ພາຽໃນປຼະເທສອາໃສແຕ່ໂຄສ
ນາສິນຄ້າຂ່າວສາຣອື່ນທີ່ເປັນສາຣະບໍ່ມີ ແລະສິນຄ້າທີ່ໂຄຊນາກໍແມ່ນໂຄຊນາໃຫ້ພໍ່ພ້າແມ່ຄ້າໄທຍ ແມ້
ແຕ່ທີວີທີ່ອ້າງຊື່ລາວໃນສຫະຣັຖຯກໍບໍ່ມີສາຣະສຳຄັນດ້ານຂ່າວສາຣແບບສາກົລມີພຽງໂຄຊນາສິນຄ້າໃຫ້
ໄທຍທັງສິ້ນ.
                                ຍັງມີຫຼາຍກວ່ານີ້ ເຊິນຕິດຕາມອ່ານສບັບຕໍ່ໄປ

No comments:

Post a Comment