Friday, December 23, 2011

                  ຜົລປຼະໂຍຊນ໌ດ້ານສິດທິຂອງມວລມະນຸສຍ໌ຊາຕິຕາມປຕິນຍາສາກົລ
                   ປະຕິນຍາແລະກະຕິກາຣະຫວ່າງປຼະເທສເຕຶອນໃຈສຫາຍລາວແດງ
                             (Universal Declaration of human Rights 1948, UDHR)
                                                                    (ພາຄ ຕົ້ນ)
               (ເຊິນພວກສຫາຍຣັຖຯຫຸ່ນຜເດັຈກາຣອ່ານໃຫ້ຖິ່ຖ້ວນວ່າຕົນເອງຜິດມາຕຣາໃດ?)

ສິດທິມະນຸສຍ໌ຊົນ (Human Rights) ແລະເສຣີພາບຂັ້ນພຶ້ນຖານ ເປັນມາຕຣກາຣຂັ້ນຕ່ຳທີ່ມະນຸສຍ໌ເພິ່ງມີ
ເພື່ອກາຣດຳຣົງຊີວິຕທີ່ມີສັກດິ໌ສີແຫ່ງຄວາມເປັນມະນຸສຍ໌ ສິດທິ ເສຣີພາບ ແລະຄວາມສເມີພາບຂອງບຸຄ
ຄົລຍ່ອມໄດ້ຮັບກາຣຣັບຣອງແລະຄຸ້ມຄອງ ເປັນສິດທິຕາມທັມຊາຕິ ທີ່ຄວບຄຸມວິຖີຊີວິຕຂອງມະນຸສຍ໌ຕັ້ງ
ແຕ່ເກີດໄປຈົນຕາຍແລະໝາຍຄວາມເຖິງທີ່ໄດ້ຮັບຮອງໄວ້ເປັນລາຍລັກອັກສອນ ທັງໃນຮູປກົຕໝາຍແລະ
ພາຽໃນປຼະເທສແລະກົຕໝາຽຣະຫວ່າງປຼະເທສ.

ປະຕິນຍາສາກົລວ່າດ້ວຍສິດທິມະນຸສຍ໌ຊົນປຼະກອບຂໍ້ຄວາມໄວ້ 30 ຂໍ້ມີເນື້ອຫາແບ່ງອອກເປັນ 4 ສ່ວນຄື

ສ່ວນແຣກ ກ່າວເຖິງຫຼັກກາຣສຳຄັນຂອງສິດທິມະນຸສຍ໌ຊົນ
ຂໍ້ 1ແລະ 2 ທີ່ວ່າມະນສຍ໌ມີສິດທິຕິດຕົວມາແກ່ເກີດ ມະນຸສຍ໌ມີສັຄດິ໌ສີ ມີຄວາມສເມີພາບກັນ ດັ່ງນັ້ນຈຶ່ງຫ້າມ
ເລືອກປະຕິບັຕິຕໍ່ມະນຸສຍ໌ແລະຄວນປະຕິບັຕິຕໍ່ກັນຕໍ່ກັນເໝືອນກັບເປັນພິ່ນ້ອງກັນ ສິດທິມະນຸສຍ໌ນີ້ເປັນສິ່ງທີ່
ບໍ່ສາມາດໂອນໃຫ້ແກ່ກັນໄດ້ ຈຶ່ງເປັນໜ້າທີ່ຂອງຣັຖບາລທຸກປຼະເທສທີ່ຕ້ອງສ້າງຫຼັກປຼະກັນແກ່ທຸກຊີວິຕດ້ວຽ
ກາຣເຄົາຣົພຫຼັກກາຣຂອງສິດທິ ເສຣີພາບ ທີ່ປຼາກົຕໃນປຕິນຍາສບັບນີ້ເພື່ອໃຫ້ສິດທິມະນຸສຍ໌ຊົນເປັນມາຕຣ
ຖານຮ່ວມກັນ ສຳລັບກາຣປະຕິວັຕິຕໍ່ກັນຂອງຜູ່ຄົນໃນສັງຄົມທັງໃນປຼະເທສແລະ  ຣະຫວ່າງປຼະເທສອັນຈະ
ເປັນພຶ້ນຖານແຫ່ງສິດທິ ເສຣີພາບ ຄວາມຍຸຕິທັມແລະສັນຕິພາບໃນໂລກມະນຸສຍ໌.

ສ່ວນທີສອງ ກ່າວເຖິງສິດທິຂອງພົລເມືອງ ສິດທິທາງກາຣເມືອງ (Civil and Political Rights)
ຕັ້ງແຕ່ຂໍ້ 3 ເຖິງຂໍ້ 21 ສິດທິດັ່ງກ່າວປຼະກອບໄປດ້ວຽ ສິດທິໃນຊີວິຕ ເສຣີພາບຄວາມໝັ້ນຄົງໃນຊີວິຕ ສິດທິ
ໃນກຼະບວນກາຣຍຸຕິທັມ ເສຣີພາບໃນຄວາມເປັນສ່ວນຕົວ ເສຣີພາບໃນກາຣສະແດງຄວາມຄິດເຫັນແລະ
ກາຣສະແດງອອກ ເສຣີພາບສື່ມວລຊົນ ເສຣີພາບໃນກາຣຊຸມນຸມ ກາຣສມາຄົມຣວມກຸ່ມ ສິດທິໃນກາຣມີ
ສ່ວນຮ່ວມໃນທາງກາຣເມືອງແລະກາຣເຂົ້າເຖິງບໍຣິກາຣສາທາຣະນະ.

ສ່ວນທີ 3 ກ່າວເຖິງສິດທິທາງເສຖກິຈ ສັງຄົມ ວັທນະທັມ (Economic Social and Cultural Rights
 ຕັ້ງແຕ່ຂໍ້ 22 ຫາ 27 ໄດ້ແກ່ສິດທິໃນກາຣເຂົ້າເຖິງຊັພພຍາກອນຂອງຣັຖຯແລະໄດ້ຮັບຜົລທາງເສຖກິຈ ສັງ
ຄົມແລະວັທນະທັມ ທີ່ຈຳເປັນຕໍ່ກາຣພັທນາຕົນເອງ ສິດທິໃນກາຣສຶກສາ ສິດທິໃນດ້ານແຮງງານ ສິດທິໃນ
ມາຕຣຖານກາຣຄອງຊີພທີ່ພຽງພໍ ສິດທິໃນສວັສດິກາຣສັງຄົມ ກາຣຄຸ້ມຄອງແມ່ແລະເດັກ ສິດທິໃນກາຣໄດ້
ຮັບຄວາມຄຸ້ມຄອງທາງວັທນະທັມ ສິລປະ ລິຂສິດທິ ແລະສິດທິບັຕຣ.

ສ່ວນທີສີ່ ກ່າວເຖິງໜ້າທີ່ຂອງບຸຄຄົລ ສັງຄົມແລະຣັຖຯ
ໂດຽກາຣທີ່ຈະດຳເນິນກາຣສ້າງຫຼັກປຼະກັນໃຫ້ມີກາຣຄຸ້ມຄອງສິດທິທີ່ປຼາກົຕໃນປຕິນຍານີ້ໃຫ້ໄດ້ຮັບກາຣ
ປະຕິບັຕິຢ່າງຈິງຈັງ ຫ້າມຣັຖຯກຼະທຳກາຣລະເມີດສິດທິມະນຸສຍ໌ຊົນແລະຈຳກັດສິດທິຂອງບຸຄຄົລບໍ່ໃຫ້
ໃຊ້ສິດທິມະນຸສຍ໌ຊົນລະເມີດສິດທິຂອງຜູ່ອຶ່ນ ສັງຄົມແລະໂລກ ສິດທິເຫຼົ່ານີ້ປຼາກົຕຢູ່ໃນຂໍ້ 28 ຫາ 30 .

                                          (ເຊິນຕິດຕາມຕໍ່ສບັບໜ້າ)


 



No comments:

Post a Comment