Saturday, December 24, 2011

                                   ຄຳເຕືອນແຈ້ງເຫຕຸ ປີ 2012  ປີມະໂຣງ
ປີກະຕ່າຍຜ່ານພົ້ນ (2011)ໄພຍພິບັຕິ     ກຳຈັດຄົນບໍ່ດີໃຫ້ເກືອດສິ້ນ
ພາຍຸໂຫມທຳລາຍ                         ເປົ່າແປນເກືອບໝົດໂລກ!!

ປີມະໂຣງ(2012)ມາເຖິງແລ້ວ        ພຍານາຄຊິຄືນຖິ່ນ ເຈົ້າເອີຍ!
ແຜ່ນດິນລາວລ້ານຊ້າງ                  ຈະເຜົາໄໝ້ເລົາໝູ່ມາຣ
ປີມະໂຣງຈະໂຮມເຕົ້າ                   ເຜົ່າພັນທ໌ລາວທົ່ວທຸກຖິ່ນ
ບິນຂ້າມບົນຜ່ານຟ້າ                      ຄືນຫ້ອງສູ່ນະຄອນ  ແທ້ເນີ!



                         ກຸງສີສັຕນາຄແຄວ້ນ!
              ປີມະໂຣງ ຄ.ສ.2012 ຈະວຽນມາເປັນປີໃໝ່            
ຈົ່ງມີໄຊຍທຸກຖ້ວນໜ້າ               ຍິງຊາຽນ້ອຍໃຫຍ່ລາວ
ພ້ອມທັງອາວອາປ້າ                    ລຸງຕາພໍ່ເຖົ້າໃຫຍ່
ປີໃໝ່ ຂໍໃຫ້ລຸລ່ວງໄດ້                  ເງິນຄຳແກ້ວໃຫ້ລັ່ງມາ ເຈົ້າເນີ!
ທ່ານຫາກປຼາຖນາຢາກໄດ້           ໃນສິ່ງທີ່ເປັນທັມ ໃນໂລກນີ້!
ຂໍໃຫ້ເງິນຄຳໄຫຼ                           ຫຼັ່ງມາຄືສາຍນ້ຳ


ອັນວ່າ  ກັມເຂັນຂ້ອນ                   ພຍາທເກົ່າໃຫ້ຫາຽໜີ ແດ່ທ້ອນ!
ຂໍຈົ່ງມີແຕ່ຄວາມສຸຂຂີ                  ຢູ່ສະບາຽຫາຽຮ້ອນ
ໂຫຣາທຳນາຍໄວ້                        ໂລກາວິບັຕິໃຫຍ່
ວິກຣິຕກາຣໂລກຮ້ອນ                  ປີນີ້ເພີ້ມທະວີ ແທ້ເນີ!

ຕະເວັນແດງແດດເຮັ່ງກ້າ             ຊິເຜົາໄໝ້ແຜ່ນໂລກາ
ອາກາສເສັຽ ເປັນພິສ                     ຊິປ່ອຍຄວັນມົວກຸ້ມ ແທ້ນາ!
ອຸນພູມິມີຄວາມຮ້ອນ                     ທວີສູງເອົ້າອູ່
ເຖິງຣະດູໜາວມາ                         ໝອກຊິມົວມຸງກຸ້ມ

ເຖິງເມື່ອຍາມຣະດູຮ້ອນ                ຮ້ອນເຮັ່ງເຫຼືອຄນາ
ເຂົ້າປາອາຫາຣຈະແພງ                ຖີບຕົວໃຫ້ສູງຂຶ້ນ
ມວລໝູ່ພົງພັນທ໌ໄມ້                        ຜັກປ່າໃບຂຽວ
ຈະແຫ້ງຫ່ຽວຕາຍຄາເຄືອ              ຈະບໍ່ຍັງເຫຼືອຄ້າງ

ປູປາແນວສັຕວ໌ນ້ຳ                          ຈະສູນຍ໌ພັນທ໌ຫາບໍ່ຈວບ
ນົກກາບິນເສິ່ນຟ້າ                           ຊິສູນຍ໌ສ້ຽງບໍ່ຍັງ
ແມ້ແຕ່ປາກາຣັງຢູ່ໃນພຶ້ນ                 ທະເລຫຼວງຊິເປຶ້ອນເປຶ່ອຽ
ບໍ່ສວຍງາມຄືດັ່ງດ້າມ                       ສມັຍກີ້ເກົ່າຫຼັງ

ຟັງເບິ່ງເນີ! ພີ່ນ້ອງ                          ນ້ຳຈະຖ້ວມປ່າໄຫຼຫລາກ
ຈະເຫັນຝູງຊົນແຊວຮ້ອງ               ກອງກັນຕາຽອະນັນເນກ
ອົງຄ໌ອິນທຣາເທພເຈົ້າ                   ໃຊ້ເຂິງຄຳແກ້ວຮ່ອນຄົນ ອີກແຫຼວ!
ຮ່ອນຈົນວ່າ ຂິ້ຊ້າງເຖົ້າ                   ກ້ອນໃຫຍ່ລອຮູເຂິງ
ຮ່ອນຈົນວ່າຂິ້ມອດຜົງຄືຮຳ             ຄ້າງຢູ່ເທິງເຂິງແກ້ວ

ແລ້ວເລົ່າປົງຜຽນໃຫ້                      ອາຣິຍະເມຕໄຕຣໂຍລົງມາໂຜດ
ຜຶນແຜ່ນຫລ້າ                                 ຈຶ່ງເຊົາຮ້ອນຊຸ່ມເຢັນ ທ່ານເອີຍ!
ຢ່າໄດ້ປະລະເວັ້ນ                            ໃຫ້ຕັ້ງຕໍ່ຄຸນທັມ ແທ້ຯເນິ!
ພິສຮ້າຽເສຖກິຈກາຣເງິນ                 ໂລກຫຼິ້ນງານທັງສຫາຍຈີນ
ສຫາຽວຽຕ-ຂເມຣ-ສຍາມ                 ລາວພາກັນດິ່ງລົງເຫວ  ແທ້ແຫລ້ວ!

ປີ 2011 ພິສຮ້າຍໃນໂລກາ                ຍັງບໍ່ວາຍຕາຍໄປໃນປີ 2012 ນີ້
ຫາກປຼາສຈາກສິລຫ້າ                       ລະອາຍແກ່ບາປ ກັມນັ້ນຍ່ອມສນອງ ແທ້ແຫລ້ວ!

ທ້າຽສຸດນີ້ ຂໍໃຫ້ລາວທັງຊາຕິຈົ່ງຍືນຍາວໝັ້ນ    ພັນວັສສາຢ່າເຫຼືອງຫລ່າ ເຈົ້າເນີ!
ວັນນະ ຂໍໃຫ້ໃສສ່ອງເຫຼື້ອມ       ສເມີແກ້ວມິ່ງມະນີຍ໌
ສຸຂຂະ ຂໍຈົ່ງມີສຸຂລົ້ນ                  ຄວາມຈົນໆຢ່າມໍ່
ພາລະຜົລທີ່ລາວສ້າງ                  ຂໍມາສນອງຄ້ຳຊ່ອຍຊູລາວ ດ້ວຽເຖິ້ນ!!                          
   

No comments:

Post a Comment