Friday, December 9, 2011

                                           ຄວາມຜິດພາດຄັ້ງປຼະວັຕິສາສຕຣ໌ລາວ 2 ທັນວາ 1975
                            ຖືເປັນວັນປຸ້ນອຳນາຈຂອງປຼະຊາຊົນລາວ ທີ່ຍັງບໍ່ຍອມປ່ຽນແປງແລະແກ້ໄຂ

  ເມື່ອ 2 ທັນວາປີ 1975 ຖືວ່າເປັນປີທີ່ຊາວເຜົ່າພັນທ໌ລາວມີຄວາມແຕກແຍກຄັ້ງໃຫຍ່ແລະຖືວ່າເປັນວັນປຸ້ນ
ອຳນາຈຈາກປຼະຊາຊົນລາວທີ່ມີຣັຖບາລມາຈາກກາຣເລືອກຕັ້ງຢ່າງຖືກຕ້ອງຕາມປະຕິນຍາສາກົລແລະຖື
ເປັນກາຣປຸ້ນອຳນາຈທີ່ແອບອ້າງເອົາໜ້າປຼະຊາຊົນມາປຼະກາສເປັນພັຄປະຕິວັຕິປຼະຊາຊົນໂດຍແມ່ນແກວ
ເປັນຜູ່ຢູ່ເບື້ອງຫຼັງຂອງກາຣຍຶດອຳນາຈຣັຖດ້ວຽກອງກຳລັງທຫາຣ.
    ຢ່າງໃດກໍຕາມເຫຕຸກາຣນ໌ທາງກາຣເມືອງໃນລາວຂນະນີ້ຫາກມອງຜິວເຜີນວ່າມີຄວາມສງົບ ນັ້ນເປັນພຽງ
ລໍວັນຣະເບີດ ຊຶ່ງໃນຂນະທີ່ກຳລັງດຳເນີນໄປຢູ່ເວລານີ້ ຄົງບໍ່ມີນັກວິຊາກາຣລາວຄົນໃດທີ່ບໍ່ຮູ້ຈັກວ່າຄວາມຈິງ
ນັ້ນຄືຫັຽງ? ຄົງມີຫຼາຽຄົນພຍາມປະຕິເສທຄວາມຈິງທີ່ຈະຮັບຮູ້ແລະຍອມຮັບຢູ່ໃນໃຈອາຈມີ ຊຶ່ງຂນະດຽວກັນ
ກໍຍັງມີຫຼາຽພາຄສ່ວນໄປຍອມຮັບໃຊ້ໃນລັດທິອຸບາຕນີ້ ທັງນີ້ກໍເພາະຍັງຂາດຄວາມກ້າຫາຣ  ໃນຈິຕວິນຍານ
ແຫ່ງປຼະຊາທິປໄຕຍແລະອີກຫຼາຍເຫຕຸຜົລທີ່ພຍາຍາມໃຫ້ເຫຕຸຜົລກັບສັງຄົມດ້ວຍຈິຕວິນຍານແຫ່ງຄວາມ
ຢ້ານກົວເພາະຍັງເຊື່ອວ່າ"ຄອມມິວນິສຍ໌"ຍັງມີບົທບາດໃນສາກົລແລະຄອບງຳອິດທິພົລເຖື່ອນ ເປັນປັຈຈັຍ
ສຳຄັນໃນຣະບອບກາຣປົກຄອງຣັຖປັຈຈຸບັນຯ.
    ໃນຄວາມຢ້ານກົວທີ່ຢູ່ໃນກົ້ນບຶ້ງແຫ່ງພຶ້ນຖານຂອງຄວາມເປັນມະນຸສຍ໌ສາໂລກທີ່ຍັງບໍ່ແມ່ນມະນຸສຍ໌ຢ່າງ
ເຕັມພາຄພູມິເນື່ອງຈາກພຶ້ນຖານແຫ່ງຄວາມຂິ້ຂາດຕາຂາວນັ້ນມີຜົລປຼະໂຍຊນ໌ທັບຊ້ອນທີ່ເຮັດໃຫ້ຄວາມ
ຢ້ານກົວເກີດກາຣຕຶ່ນຕົວແລະສາມາດສ້າງເຫຕຸຜົລເພື່ອຢືນຢັນເຖິງຄວາມຂິ້ຂາດຕາຂາວທີ່ເປັນຢູ່ນັ້ນໃຫ້
ກັບຄືນມາເປັນຄວາມຊອບທັມໃນຄວາມຮູ້ສຶກຂອງສັງຄົມທັ້ງໆທີ່ຮູ້ແລ້ວວ່າ"ແມ່ນຫັຽງຄືຄວາມຈິງ".
     ສິ່ງສະທ້ອນຢ່າງຊັດເຈນທີ່ສຸດໃນສັງຄົມປຼະເທສນັ້ນຄື "ຣະບົບກາຣສຶກສາ"ທີ່ດ້ອຽປຼະສິດທິພາບແລະໄຮ້
ດຽງສາຢ່າງຫາທີ່ປຽບບໍ່ໄດ້ເພາະກຸ່ມກຳອຳນາຈຣັຖຯເອງສ່ວນໃຫຍ່ກໍບໍ່ຈົບ ປ.4 ໂດຍສເພາະຜູ່ກຳອຳນາຈ
ທີ່ສຳຄັນໃນນັ້ນກໍຄື: ສຫາຍ ຈູມມະລີ ໄຊຍສອນ ເປັນທັງປຼະທານປຼະເທສແລະເລຂາທິກາຣໃຫຍ່ຂອງພັຄ
ໂທນ ຊຶ່ງຖືວ່າເປັນຄນະ"ໂປລິຕບູໂລ"ຊຶ່ງມີອຳນາຈສູງສຸດ. ຕໍ່ມາແມ່ນສຫາຍທອງສິງ ທຳມະວົງ ນາຍົກຯ
ຫຸ່ນຜູ່ບອກໄດ້ໃຊ້ຟັງຂອງແກວແລະອັນດັບຕໍ່ມາກໍຄື ສຫາຍນາງປານີ ຢາຕູຊົວ ປຼະທານສະພາຕົບມືແຫ່ງ
ຣັຖຯຄົນທັງໝົດນີ້ຖ້າກາຣສຶກສາດີມີຄວາມຮູ້ 37 ປີຜ່ານມາກາຣພັທນາຄົງໄປໄກແລ້ວເພາະປຼະຊາກອນ
ລາວມີພຽງ 6 ກວ່າຄົນນຳມາສົບທຽບກັບຄວາມຊ່ອຍເຫຼືອຈາກນານາປຼະເທສຢ່າງນ້ອຍຄົນນຶ່ງຈະມີປຼະ
ມານຣາຍໄດ້ບໍ່ຕ່ຳກວ່າ $600-$800 ປີ.
    ໂຄງກາຣພັທນາຕ່າງໆທີ່ເກີດຂຶ້ນໃນປຼະເທສລາວທີ່ຜ່ານມາແລະທີ່ກຳລັງສ້າງຂຶ້ນຢູ່ຂນະນີ້ບໍ່ແມ່ນຈາກ
ຄວາມຮູ້ຄວາມສາມາດຂອງກຸ່ມກຳອຳນາຈຣັຖຯໃນເມື່ອກາຣສຶກສາບໍ່ມີຣະດັບຍ່ອມຈະບໍ່ເກີດວິສັຍທັສນ໌ໄດ້
ແລະທັງໝົດນັ້ນລ້ວນແຕ່ນານາຊາຕິມາສ້າງໃຫ້ປຼະຊາຊົນລາວ ພວກເຂົາພຽງເຊັນຮັບຮູ້ແລ້ວໂຄຊນາວ່າຣັຖ
ບາລລາວສ້າງເອງ ແຕ່ທາຕຸແທ້ຄືນຳເອົາຊັພພຍາກອນຕ່າງໆໃນປຼະເທສໄປແລກກັບກາຣພັທນາ.
     ສນັ້ນສິ່ງຕ່າງໆເຫຼົ່ານີ້ຈຶ່ງສະທ້ອນໃຫ້ເຫັນຊັດເຈນວ່າສັງຄົມປຼະເທສນີ້ຄືຣະບົບກາຣສຶກສາທີ່ດ້ອຍປຼະ
ສິດທິພາບແລະໄຮ້ດຽງສາຢ່າງທີ່ປຼຽບບໍ່ໄດ້ ຣະບົບກາຣສຶກສາທີ່ຖືກວາງຮາກຖານໄວ້ບົນພຶ້ນຖານແຫ່ງອຳ
ນາຈຂອງຄວາມຢ້ານກົວທີ່ຖືກສ້າງຂຶ້ນເພື່ອກົດທັບສັງຄົມສ່ວນໃຫຍ່ໃຫ້ຢູ່ພາຽໃຕ້ອຳນາຈຂອງກຸ່ມຄົນສ່ວນ
ນ້ອຍທີ່ມີອຳນາຈແລະອາວຸທຢູ່ໃນມືປຼະສານກັບພລັງວັທນະທັມທີ່ຖືກສ້າງຂຶ້ນເພື່ອກາຣຄອບງຳເຊັ່ນຕົວ
ຢ່າງທີ່ກຳລັງເກີດຂຶ້ນໃນຣະບົບກາຣສຶກສາຂນະນີ້ຄື ເສັງເຂົ້າຣະດັບປະຖົມສຶກສາຕ້ອງຈ່າຍ 5,000 ບາທ
ຫຼືຈ່າຍເປັນເງິນດອລລາຄົນລະ $1000 ຫາກຂຶ້ນຫ້ອງຣະດັບອຸດົມສຶກສາຕ້ອງຈ່າຍ 10,000 ບາທ
ຫາກເປັນດອລລາຕ້ອງ $2000-5000 ດອລລາ.
     ເມື່ອສອບເສັງອອກຈ່າຍອີກຕ່າງຫາກ ແຕ່ເທົ່າທີ່ຊາບມາປຼາກົຕວ່າ  $3000-5000 ແລະເມື່ອໄປສມັຄຣ
ງານຕ້ອງມີເງິນຕິດຖົງໄປດ້ວຍສຸດແລ້ວແຕ່ຕຳແໜ່ງ ຫາກຕຳແໜ່ງສຳຄັນຕ້ອງຈ່າຍເປັນໝຶ່ນດອລລາ. ອັນ
ນີ້ຄືຄວາມຈິງໃນປັຈຈຸບັນຂອງກົງຈັກຣພັຄ-ຣັຖຯຜເດັຈກາຣລາວ..ຂໍກ່າວພຽງຕົວຢ່າງ..
      ຫຼັງຈາກຂຶ້ນກຳອຳນາຈຣັຖຯຫຼືປຸ້ນອຳນາຈປຼະຊາຊົນລາວກັບສ້າງຄວາມເສັຽຫາຽໜັກຍິ່ງຂຶ້ນໃນສັງຄົມ
ແລະສິ່ງທີ່ກ່າວມານັ້ນເຫັນວ່າຍັງຄົງຢູ່ຄູ່ກັບສັງຄົມລາວໄປອີກນານນັ້ນຄື ກາຣແກ້ບັນຫາຕ່າງໆຕົກຢູ່ໃນ
ຄວາມຄວບຄຸມແລະຄອບງຳຂອງກຸ່ມກຳອຳນາຈຣັຖພຽງບໍ່ເທົ່າໃດຄົນດ້ວຍອຳນາຈເຜດັຈກາຣຊ້າຍຕົກ
ຂອບ..ແທນທີ່ຈະໃຊ້ກົລໄກຂອງປຼະຊາທິປໄຕຍແລະສ້າງກົຕໝາຍເປັນເຄື່ອງມືໃນກາຣຈັດກາຣ ຊຶ່ງທີ່ເປັນ
ຢູ່ປັຈຈຸບັນບໍ່ແມ່ນກົຕໝາຍພຽງເປັນກົຕຣະບຽບຂອງຣະບົບຜເດັຈກາຣຊົນຊັ້ນພັຄດຽວເທົ່ານັ້ນ.
       ຢ່າງໃດກໍຕາມ ບໍ່ວ່າພວກເຂົາຈະໃຊ້ອາວຸທເຂົ້າປຸ້ນອຳນາຈຈາກປຼະຊາຊົນໂດຽອາໃສແກວໜຸນຫຼັງໃນ
ກາຣປຸ້ນອຳນາຈໄປໄດ້ກໍຕາມເຊື່ອວ່າພວກເຂົາຄົງກຸມອຳນາຈເຖື່ອນນັ່ງຢູ່ບົນກອງທຸກຂ໌ຂອງລາວທຸກເຜົ່າ
ພັນທ໌ໄປບໍ່ໄດ້ນານ ເຊື່ອວ່າຟ້າດິນກຳລັງລໍລົງໂທສພວກເຂົາຢູ່ຕຼອດທັງວັນ.
      ມາເຖິງວັນນີ້ຈຶ່ງເຫັນໄດ້ວ່າກຸ່ມກຳອຳນາຈປັຈຈຸບັນບໍ່ໄດ້ຫວັງດີຕໍ່ຊາຕິແລະປຼະຊາຊົນລາວ ພວກເຂົາ
ພຽງປຸ້ນອຳນາຈເພື່ອກອບໂກຽຜົລປຼະໂຍຊນ໌ໃຫ້ຕົນເອງແລະແກວຜູ່ເປັນນາຍ ຍັງບໍ່ພໍພວກເຂົາຍັງປ່ອຍ
ໃຫ້ຈີນເຂົ້າມາຍຶດຄອງຜົລປຼະໂຍຊນ໌ຂອງປຼະຊາຊົນລາວອີກທາງພາຄເໜືອ ສ່ວນທາງພາຄກາງວຽງຈັນທຣ໌
ແມ່ນອະພິສິດທິຊົນຄົນສຍາມເປັນຜູ່ຄອງຜົລປຼະໂຍຊນ໌. ໃນເມື່ອພວກເຂົາໜ້າມືດ ຫູໜວກ ຕາຖົ້ວບໍ່ຮູ້ຈະ
ທຳຢ່າງໃດແລ້ວກໍມີທາງດຽວຄືກອບໂກຍໂກງກິນ ປ່ອຍໃຫ້ຕ່າງຊາຕິຖລຸງຊັພຍ໌ໃນດິນສິນໃນນ້ຳເອງເພາະ
ແມ້ແຕ່ກາຣຂຽນໂຄງສ້າງສັມປະທານຕ່າງໆລ້ວນແຕ່ແມ່ນຕ່າງຊາຕິຜູ່ໄດ້ສັມປະທານຂຽນກັນເອງທັງສິ້ນ
ແລ້ວບັລດາທ່ານຜູ່ອ່ານຄິດວ່າຢ່າງໃດ ຊັພຍ໌ພຍາກອນຕ່າງໆມັນຈະເຫຼືອໄວ້ໃຫ້ລູກຫຼານລາວໄວ້ເປັນຂວັນ
ຕາອີກຢູ່ບໍ? ບໍ່ແມ່ນແຕ່ເສິກແລ້ວແກວບໍ່ໜີເທົ່ານັ້ນ ພວກມັນຍັງດຶງເອົາຈີນ-ໄທຍເຂົ້າມາຂຍົ່ມຂຸດກົ່ນອີກຈົນ
ນານາຊາຕິບໍ່ຢາກເຫັນໜັງໜ້າພວກເຂົາແລ້ວເພາະຢ້ານຂໍຢືມເງິນແລະລະອາຍຕາງ.

                                                    ລາວເສຣີຜູ່ມີເສຣີພາບ
 

No comments:

Post a Comment