Friday, December 2, 2011

                                                        ປຼະຫວັດເຈົ້າແດງ ສຸພານຸວົງຫຼືຜັ້ນ
            ສຫາຽເຈົ້າແດງສຸພານຸວົງບໍ່ແມ່ນເຊື້ອເຈົ້າ ເປັນພຽງ"ລູກທາງ"ຂອງໝ່ອມຄຳອ້ວນ
ຈາກຂໍ້ມູລທີ່ເປັນພາສາຝຼັ່ງທີ່ຣຽບຣຽງແປອອກມາສູ່ສາຍຕາປຼະຊາຊົນລາວສ່ວນຣາຍລະອຽດ
ຍັງບໍ່ທັນນຳເອົາລົງເພາະເຈົ້າຂອງຣາຍງານບອກວ່າຈະສົ່ງໃຫ້ຕາມພາຽຫຼັງ..ໃນສບັບຖາວອນ.


    ສຫາຍເຈົ້າແດງສຸພານຸວົງ ເປັນວິຊວະກອນດ້ານສ້າງຖນົນຫົນທາງແລະຂົວໄຕ່ຄົນທຳອິດຂອງ
ຊາວລາວ ສຫາຍສຳເຣັຈກາຣສຶກສາຮັບໃບປຼະກາສນິຍາບັຕຣຈາກໂຮງຮຽນຊັ້ນສູງທີ່ປຼະເທສຝຼັ່ງ
ເສສ ສຫາຍສຸພານຸວົງບໍ່ແມ່ນເຊື້ອເຈົ້າລາວດັ່ງທີ່ຫຼາຍຄົນເຂົ້າໃຈວ່າເປັນໂອຣົສຂອງເຈົ້າມຫາອຸປ
ຣາຊບຸນຄົງ ກຼະສັຕຣິຍ໌ວັງໜ້າ. ໃນຄວາມເປັນຈິງນັ້ນສຫາຍແມ່ນລູກທາງຂອງໝ່ອມຄຳອ້ວນກັບ
ທິຕຜິວບ້ານວັດທາຕຸຫຼວງພຼະບາງທີ່ໄດ້ຮັບຍົສບັລດາສັກດິ໌ເປັນພຼະຍາມະຫາມົນຕຼີ.
     ເຈົ້າຂອງເອກສິດທິໃນໜັງສືຊີວະປຼະວັຕິຣາຊວົງລາວຍັງໄດ້ຮູ້ເຖິງຄວາມລັບສລັບສັບຊ້ອນເຖິງ
ຂັ້ນຊີວິຕນີ້ມາຕັ້ງແຕ່ສມັຍລາວ"ອິສຣະ"ປີ 1945 ..ທ່ານກ່າວວ່າ ຂ້າພະເຈົ້າມີໜ້າທີ່ແລະຈຳເປັນ
ຕ້ອງນຳອອກເຜີຍແພ່ຄວາມຈິງທີ່ຊາວລາວຣຸ້ນອາວຸໂສ ຊຶ່ງເຣື້ອງນີ້ໃນນະຄອນຫຼວງພຼະບາງໃນຍຸຄ
ຣາຊອານາຈັກຣຖືເປັນຄວາມລັບຣາຊກາຣມາຕັ້ງແຕ່ປີ 1909 ຄືເມື່ອຮ້ອຍປີກ່ອນ.
   ຢ່າງໃດກໍດີເມື່ອບ້ານເມືອງຕົກໃນສະພາບຢ່າງນີ້ເພື່ອໃຫ້ລູກລາວຫຼານລາວໄດ້ນຳໄປເປັນພົງສາ
ວະດາລຈຶ່ງຕັດສິນໃຈນຳເອກສາຣເຣື້ອງນີ້ອອກມາ. ເມື່ອປີ 2010 ທີ່ຜ່ານມານັ້ນທາງກາຣຂອງກຸ່ມ
ຜເດັຈກາຣລາວໃນໂອກາສກາຣສເລີມສລອງຄົບຮອບ 450 ປີຂອງກາຣສ້າງຕັ້ງນະຄອນວຽງຈັນທຣ໌
ໂດຽເຈົ້າມະຫາຊີວິຕໄຊເສຖຖາທິຣາຊ,ສຫາຍສຸພານຸວົງພ້ອມລູກແຖວໄດ້ຖືກຍ້ອງແລະໄດ້ຖືກສຖາ
ປນາໃຫ້ຂຶ້ນມາເກືອບທຽບເທົ່າເຈົ້າມະຫາຊີວິຕຢ່າງບັງອາຈ ຊຶ່ງມັນຕຼົງກັນຂ້າມກັບຄວາມເປັນຈິງທີ່
ພວກເຂົາບໍ່ອາຍຕໍ່ບັລພຼະບຸຣຸສລາວຜູ່ທຣົງສິລ.
   ທາຕຸແທ້ຂອງທ້າວສຸພານຸວົງແລະຖັນແຖວນັ້ນເປັນພຽງກະບົຕຊາຕິແລະເປັນຄາຕກອນຂ້າລ້າງ
ເຜົ່າພັນທ໌ລາວ ສິ່ງເຫຼົ່ານີ້ແຫຼະຈຶ່ງເປັນສິ່ງດົລບັລດານໃຈໃຫ້ນຳເອົາຄວາມຈິງເຫຼົ່ານີ້ອອກເຜີຽແພ່
ຕໍ່ເພື່ອນຮ່ວມຊາຕິແລະໂດຍສເພາະອານຸຊົນຣຸ້ນຫຼັງແລະຊາວໂລກໄດ້ຊາບຄວາມເປັນຈິງຂອງສຸ
ພານຸວົງ ເຖິງແມ່ນເຂົາຈະເສັຽຊີວິຕໄປແລ້ວກໍຕາມ.
   ກາຣທີ່ນຳເອົາຄວາມຈິງເຫຼົ່ານີ້ອອກເຜີຍແພ່ອີກຢ່າງນຶ່ງນັ້ນບໍ່ໄດ້ໝາຍຄວາມວ່າເພື່ອເປັນກາຣ
ປຼະນາມຫຼືກ່າວໂຈມຕີຫຼືກາຣແກ້ແຄ້ນເຣື້ອງສ່ວນຕົວກັບຄອບຄົວຫຼືເພື່ອນມິຕຣຂອງທ້າວສຸພານຸ
ວົງແຕ່ປຼະກາຣໃດ.
    ຫາກມີກາຣກຼະທົບກະເທຶອນຕໍ່ຄອບຄົວເພື່ອນມິຕຣຂອງທ້າວສຸພານຸວົງ ຜູ່ຣຽບຣຽງຣາຍງານນີ້
ຂໍໂທສຂໍອະໄພຍນຳ..ແລະຂນະດຽວກັນຜົລທີ່ຄວນໄດ້ຮັບຈາກເຣື້ອງນີ້ກໍຄືຄອບຄົວເພື່ອນມິຕຣສຸ
ພານຸວົງຈະໄດ້ຮູ້ແລະຊາບຄວາມຈິງວ່າຄອບຄົວແລະເຊື້ອສາຍທີ່ແທ້ຈິງຂອງທີ່ມາທີ່ໄປນັ້ນຮູ້ທີ່ມາ
ຂອງພວກຕົນ.
    ຕາມຄວາມເປັນຈິງແລ້ວນັ້ນສຸພານຸວົງເປັນພຽງລູກທາງຂອງໝ່ອມຄຳອ້ວນກັບທິຕຜິວອະດີຕ
ຂ້າຣາຊບໍຣິພານຂອງຣາຊກາຣ"ທ່າໂຄກເຮືອ"ໃນແຜ່ນດິນຝັ່ງຂວາແມ່ນ້ຳຂອງປາງຣາຊກາຣ
ອະນານິຄົມຝຼັ່ງເສສເມື່ອຕົ້ນສັຕວັຕິທີ 20 . ໃນຕໍ່ມາທິຕຜິວກໍໄດ້ຖືກແຕ່ງຕັ້ງຂຶ້ນເປັນນາຍແຂວງ
ພ້ອມທັງໄດ້ຮັບພຼະຣາຊທານໃຫ້ບັລດາສັກດິ໌ເປັນ"ເພັຍ"ທມານແລະພຼະຍາມະຫາມົນຕຼີ.
    ໃນບັ້ນປາຍຂອງທິຕຜິວໄດ້ກາຽມາເປັນຜູ່ຮັບໃຊ້ແລະໄວ້ເນື້ອເຊື່ອໃຈຂອງເຈົ້າມຫາອຸປລາຊ
ບຸນຄົງຄືແຕ່ງຕັ້ງໃຫ້ເປັນຜູ່ບໍຣິຫາຣໃນ"ຫໍຄຳຝ່າຍໜ້າ..ຄືໂຮງວັງໜ້າທີ່ຕັ້ງຢູ່ຕຼົງຂ້າມຄ້າຽກອມ
ມິແຊຣ໌ເກົ່າ ຊຶ່ງພາຽຫຼັງປີ 1949 ຣັຖບາລລາວໄດ້ນຳເອົາສຖານທີ່ດັ່ງກ່າວມາເປັນໂຮງກາຣແຂວງ
ຂອງນະຄອນຫຼວງພຼະບາງ.ກໍເພາະເຂົາມີໜ້າທີ່ບໍຣິຫາຣ"ຫໍຄຳຝ່າຍວັງໜ້າ".
    ພຼະຍາມະຫາມົນຕຼີທິຕຜິວຈຶ່ງຄຸ້ນເຄີຽສນິທສນົມກັບພວກເຈົ້າຈອມໃນໂຮງວັງໜ້າ. ສ່ວນຍາແມ່
ນາຍແກ້ວລາຊຶ່ງເປັນຍາຕິກັບ(ທ້າວຄຳສຸກ ແກ້ວລາ)ພັລຍາຂອງທິຕຜິວກໍໄດ້ກາຽມາເປັນແມ່ລ້ຽງ
ຂອງເຈົ້າເລັກເຈົ້ານ້ອຽໃນໂຮງວັງໜ້ານັ້ນເຊັ່ນດຽວກັນນັ້ນກໍເພາະຄວາມໃກ້ຊິດກັບຄອບຄົວລູກ
ມັຽຂອງເຈົ້າມຫາອຸປຣາຊໃນວັງໜ້ານັ້ນເອງເຣື້ອງຕ່າງໆຈຶ່ງເກີດຂຶ້ນປະຕິດປະຕໍ່ນໍ່ເນືອງໃນຊ່ວງ
ນັ້ນໝ່ອມຄຳອ້ວນຍັງສວຍສົດງົດງາມໜຸ່ມແໜ້ນປຼະມານປີ 1908 ໃນຂນະນັ້ນມີອາຍຸພຽງ 23 ປີ.
   ສ່ວນໜ່ອມຄຳອ້ວນແມ່ນລູກສາວຂອງພຼຍານາໃຕ້ຊື່ທິຕອຶ່ງບ້ານວັດທາຕຸຕຳແໝ່ງຣອງຫົວໜ້າຕຳ
ຣວຈຫຼຶພາສາຝຼັ່ງເອີ້ນວ່າ"ປາຕິຊັງ"ໃນປີ 1910-1925 ສ່ວນແມ່ຊື່ນາງທອງສີບ້ານຫົວໂພນຕາແສງ
ວັດໜອງ. ທິຕຜິວຄົນນີ້ແມ່ນນ້ອງຊາຽຂອງຈານເພົ້າອະດີຕຂ້າຣາຊກາຣປຼະຈຳທ່າໂຄກເຮືອເໝືອນ
ກັບນ້ອງຊາຍ.ທ່ານຈານເພົ້າໄດ້ຮັບນາມຍົສເປັນພຼະຍາພັນທະລູກທ້າວ. ສ່ວນເຈົ້າແຂວງທ່າເຮືອ
ເປັນອ້າຍເຂິຍຂອງສົມເດັຈພຼະສັງຄະຣາຊລາວອົງຄ໌ສຸດທ້າຽຊື່ບຸນທັນ ບຸບຜາຣັຕນ໌ທີ່ສເດັຈໜີຈາກ
ໄພຍຄອມມິວນິສຍ໌ມາຍັງຝັ່ງໄທຍ ຊຶ່ງໃນຣະຫວ່າງນັ້ນສຫາຍໄກສອນ ພົມວິຫານເປັນນາຍົກໄດ້
ໄປຂົ່ມຂູ່ທ່ານວ່າຈະເອົາພຼະບາງຊຶ່ງເປັນພຼະມິ່ງເມືອງມາຕັ້ງແຕ່ດົນນານນັ້ນໄປຈຳນອງໄວ້ກັບແກວ
ເມື່ອປີ 1976 ຍ້ອນເປັນໜີ້ເລືອດແລະແລກກັບກາຣປຸ້ນອຳນາຈຂອງປຼະຊາຊົນລາວ.
     ກຸ່ມຜເດັຈກາຣທໍຣະຣາຊລາວໄກສອນ ພົມວິຫານຂຶ້ນກຳອຳນາຈໃນລາວເມື່ອປີ 1975 ບັລດາຜູ່
ອາວຸໂສຕ່າງໆໃນນະຄອນຫຼວງພຼະບາງທຸກຄົນຮູ້ຄວາມຈິງຈາກເຣື້ອງນີ້ແລະຮູ້ເຣື້ອງຈິງຂອງສຸພາ
ນຸວົງດີເຊັ່ນ:
-ອາຈານຍ໌ພູມິ ໄຊຍສິດທິ ບັລດາສັກດິ໌ຄືພຼະຍາພຼົມເວຊ ພິທັກສ໌ ເກີດເມື່ອປີ 1806 ເສັຽຊີວິຕເມື່ອປີ
26/07/1980 ຊຶ່ງເປັນອ້າຽພໍ່ຂອງພຼະຍາຮິຣັນຍ໌ ພິທັກສ໌(ຫຸມພັນ ໄຊຍສິດທິ)ຊຶ່ງຖືກແຕ່ງຕັ້ງໃຫ້ຣາຊ
ຄຣູ ພິທີມົນທຽນບາລປຼະຈຳພຼະຣາຊວັງຫຼົງພຼະບາງແລະເປັນຜູ໋ຮູ້ແລະຊາບດີກັບພຼະປຼະຫວັດຣາຊ
ວົງລ້ານຊ້າງຮົ່ມຂາວແລະໃນຊ່ວງເວລານຶ່ງທ່ານເຄີຍໄດ້ເລົ່າເຣື້ອງນີ້ໃຫ້ກັບຂ້າພຼະເຈົ້າຟັງໃນປຼະ
ວັຕິຂອງລາວອິສຣະໃນປີ  1945-1946 ວ່າທ້າວສຸພານຸວົງຫຼືເຈົ້າແດງສຸພານຸວົງນັ້ນເຂົາພ່ຽງເປັນລູກ
ທາງຂອງໝ່ອມຄຳອ້ວນກັບທິຕຜິວພຼະຍາມະຫາມົນຕຼີ ບໍ່ແມ່ນເຊື້ອເຈົ້າ.
-ທ່ານເພັຽພັນ ບັນດາວົງ ອະດີຕພົລພຍາບາລ-ໝໍ ຊຶ່ງເປັນຍາຕິທາງແມ່ຂອງຂ້າພະເຈົ້າແລະບັ້ນປາຍ
ຊີວິຕເຂົາຖືກແຕ່ງຕັ້ງໃຫ້ເປັນພຼາມແລະທາງພຼະຣາຊວັງກໍເຄີຍເລົ່າປຼະຫວັຕຂອງສຸພານຸວົງໃຫ້ຂ້າ
ພະເຈົ້າຟັງເຊັ່ນດຽວກັນ.
-ບັລດາລູກຫຼານຜູ່ສືບທອດຕຼະກຸລພຼະຍາມຫາມົນຕຼີທິຕຜິວເອງໂດຽສເພາະລູກສາວເພັຽຄຳອົ້ນກັບ
ທ່ານຄຣູເພັຽສິງຄຳ ບັລດາວົງປັຈຈຸບັນຍັງມີຊີວິຕຢູ່ທີ່ກຸງລອນດອນປຼະເທສອັງກິສກໍຢືນຢັນກັບຂ້າ
ພະເຈົ້າກ່ຽວກັບສຸພານຸວົງຊຶ່ງເປັນລູງຂອງສຸພານຸວົງເອງເພາະເພັຽຄຳອົ້ນແມ່ນລູກສາວຕ່າງມາຣ
ດາກັບເມັຽແທ້ໆຂອງທິຕຜິວຊື່ນາງແກ້ວລາ ຊຶ່ງເປັນເຈົ້າຈອມເໝືອນກັນໃນວົງຣາຊກຸລຂອງວັງ
ໜ້າ.
-ບັລດາສມາຊິກຂອງຣາຊວົງລ້ານຊ້າງຮົ່ມຂາວຫຼວງພຼະບາງຕ່າງຊາບກັນດີວ່າສຸພານຸວົງບໍ່ແມ່ນ
ລູກຂອງເຈົ້າມຫາອຸປຣາຊບຸນຄົງ ຊຶ່ງໃນຊ່ວງນັ້ນໝ່ອມຄຳອ້ວນຖືກຢ່າຮ້າງຢ່າງລັບໆໂດຽເຈົ້າ
ວັງໜ້າໝ໋ອມຄຳອ້ວນໄດ້ລັກໄປຄອດລູກ(ສຸພານຸວົງ)ໃນປີ 1909 ແລະຫຼັງຄອດໄດ້ຝາກເດັກຊາຍ
ສຸພານຸວົງໄວ້ກັບຊາວບ້ານລ້ອງອໍ້ແຖວຮິມນ້ຳຄານ. ດ້ວຍຄວາມເມຕາສົງສານສາທຸໃຫຍ່ຍິງ ຄຳ
ຕັນ ມາຣດາຂອງເຈົ້າຟ້າຊາຍຣັຕນະ ປັນຍາ ຊຶ່ງເປັນມາຣດາຂອງເຈົ້າຍິງດາຣາວັນພຼະຊາຍາ
ສເດັຈເຈົ້າຟ້າໂສຣິຍາວົງ ສວ່າງໄດ້ເອົາເດັກຊື"ຜັ້ນ"ຊື່ຫຼິ້ນຫຼືສຸພານຸວົງມາລ້ຽງໄວ້ເອົາບຸນ.


                          ຍັງມີຕໍ່ເຊີນຕິດຕາມສບັບຕໍ່ໄປ.
                                                                           ລາວເສຣີຜູ່ມີອິສຣະພາບ


No comments:

Post a Comment