Thursday, December 1, 2011

                                   ພມ້າໄປໄດ້ດີແລະສວຍກວ່າລາວເພາະລາວຍັງເປັນກົບໃນນ້ຳສ້າງ
                                 "ເມື່ອໃດຝົນຍັງບໍ່ຕົກນ້ຳເຮັດໃຫ້ນ້ຳເຕັມສ້າງກໍຍັງບໍ່ທັນເປັນຟ້າແຈ້ງ!!"

   ໃນພູມິພາຄເອເຊັຽຕະວັນອອກສຽງໃຕ້ກຳລັງເປີດສັກຣາຊໃໝ່ໂດຍສເພາະຣະຫວ່າງສຫະຣັຖຯ
ອະເມຣິກາກັບສຫະພາບພມ້າຂອງປີ 2011  ຢ່າງໃດກໍດີເມື່ອວັນທີ 1 ທັນວາ 2011 ນີ້ຍານາງຮິລລາ
ລີ ຄລິນຕັນ ຣມຕ.ຕ່າງປຼະເທສສຫະຣັຖຯໄດ້ເດີນທາງໄປຍັງສຫະພາບພມ້າຢ່າງເປັນທາງກາຣແລະ
ໄດ້ຖືກຮັບຕ້ອນຈາກຣັຖບາລພມ້າຢ່າງອົບອຸ່ນເປັນພິເສສ.
   ຫຼັງຈາກສຫະພາບພມ້າຖືກໂດດດ່ຽວໃນເວທີສາກົລທີ່ໄປຫຼົງກົລຈີນທຶສດີເໝົາ ເຈິ ຕົງນານເຖິງ 
50 ປີໃນຣະບອບຜເດັຈກາຣໂດຍກາຣປົກຄອງຂອງທຫາຣ ຊຶ່ງປຸ້ນອຳນາຈໄປຈາກປຼະຊາຊົນພມ້າ.
ຍານາງຮິລລາລີຄລິນຕັນຈະພຳນັກໃນພມ້າເປັນເວລາ 3 ວັນຊຶ່ງມີຈຸດປຼະສົງຄ໌ຕ້ອງກາຣຊົມໂບຮານ
ສຖານຕ່າງໆຂອງພມ້າແລະຢ້ຽມເຢືອນຍານາງອອງຊານ ຊູຈີຜູ່ນຳຝ່າຍຄ້ານທີ່ກຸງຍາງກຸ້ງ.
   ເປົ້າໝາຍແລະຈຸດປຼະສົງຄ໌ຂອງ ຣມຕ.ຕ່າງປຼະເທສສຫະຣັຖຯໄປເຢືອນພມ້າຄັ້ງນີ້ກໍຄື:
-ຜັກດັນຕໍ່ໃຫ້ພມ້າມີກາຣປະຕິຮູປຣະບອບກາຣເມືອງໄປສູ່"ຣະບອບປຼະຊາທິປໄຕຍຢ່າງແທ້ຈິງ.
-ບັນຫາກາຣພົວພັນທ໌ນິວເຄລັຽຣ໌ເກົາຫລີເໜືອນັ້ນຍານາງຮິລລາຣີກ່າວວ່າພິສູຈນ໌ໄດ້ແລ້ວພມ້າ
 ບໍ່ໄດ້ພົວພັນທ໌ດັ່ງທີ່ເປັນຂ່າວ.
-ຜັກດັນໃຫ້ມີກາຣປ່ອບນັກໂທສກາຣເມືອງໃຫ້ໝົດເພາະຖືວ່າເປັນກາຣລະເມີດສິດທິທາງອຸດົມກາຣ
  ບໍ່ແມ່ນຄະດີອາຍາ ຊຶ່ງທຸກເຜົ່າພັນທ໌ສາມາດກຼະທຳໄດ້.
  ຢ່າງໃດກໍຕາມກາຣເລືອກຕັ້ງທົ່ວໄປຂອງພມ້າເມື່ອ 7 ພຶສຈິກາ 2553 ທີ່ຜ່ານມາຖືໄດ້ວ່າເປັນກາຣ
ເລືອກຕັ້ງຄັ້ງປຼະວັຕິສາສຕຣ໌ ຫຼັງຜ່ານມາໄດ້ 20 ປີທີ່ຜເດັຈກາຣທຫາຣຄອງເມືອງຍຸຄຕ່ານສ່ວຍແລະ
ຫຼັງຈາກນັ້ນພມ້າຈຶ່ງມີກາຣປັບປ່ຽນຄັ້ງສຳຄັນເພື່ອແລ່ນໃຫ້ທັນກັບສະພາບກາຣນ໌ໂລກ.
  ສນັ້ນກາຣໄປເຢືອນສຫະພາບພມ້າຂອງ ຣມຕ.ຕ່າງປຼະເທສຄັ້ງນີ້ຈຶ່ງຖືເປັນຮູປທັມທີ່ບົ່ງບອກວ່າ
ສຫະຣັຖຯກຳລັງປັບປ່ຽນແລະເອົາຈິງກັບນະໂຍບາຽຈາກຕະວັນອອກກາງໄປໃຫ້ຄວາມສຳຄັນພິ
ເສສກັບພູມິພາຄເອເຊັຽຕະວັນອອກສຽງໃຕ້(ເອຊ່ຽນ).
   ສະພາບກາຣແລະສະພາວກາຣຂອງໂລກຣວມທັງພູມິພາຄຈຶ່ງມີກາຣປັບປ່ຽນຢ່າງຈິງຈັງໄປຕາມ
ສະພາວະກາຣຂອງໂລກຍຸຄໃໝ່ນັ້ນຄື"ສິດທິມະນຸສຍ໌ຊົນແລະປຼະຊາທິປໄຕຍ"ເປັນເຣື້ອງຫຼັກ ພມ້າ
ຈຶ່ງຈຳເປັນຕ້ອງໄດ້ແລ່ນແລະປັບປ່ຽນໄປຕາມສຖານະກາຣນ໌ຂອງໂລກ.
   ກາຣພັທນາທາງກາຣເມືອງຂອງພມ້າທີ່ປຼະຈັກຣຢູ່ຂນະນີ້ຈຶ່ງເຮັດໃຫ້ພມ້າມີໂອກາສແລະສົ່ງຜົລ
ເຮັດໃຫ້ພມ້າໄດ້ເຂົ້າຮ່ວມກອງປຼະຊຸມເອເຊັຽ-ຍູໂຣປ (ASEM) ທີ່ ສປປ ລາວເປັນເຈົ້າພາບໃນບໍ່ຊ້າ
ນິ້..ໃນຂນະທີ່ພມ້າກຳລັງມີກາຣປັບປ່ຽນຣະບອບເປັນປຼະຊາທິປໄຕຍຢູ່ນິ້ ກຸ່ມທໍຣະຣາສຜເດັຈກາຣ
ລາວຍັງທຳຕົວບໍ່ຮູ້ຮ້ອນຮູ້ໜາວເໝືອນກົບຢູ່ໃນນ້ຳສ້າງຕຼອດມານັ້ນກໍເພາະຣະດັບຄວາມຮັບຮູ້ຍັງບໍ່
ເຖິງຍ້ອນກຸ່ມກຳອຳນາຈຣັຖຯຜເດັຈກາຣສາຍຕາສັ້ນຣະດັບກາຣສຶກສາຕ່ຳຈົນເຫັນຜິດເປັນຖືກໃນ
ຣະດັບ"ທັມມະຮູໂຕ"ຕົວຢ່າງທີ່ເຫັນຊັດແຈ້ງກໍຄື: ພາສາລາວດັ້ງເດີມອຸດົມສົມບູນຢູ່ແລ້ວແລະເປັນ
ອົມຕະເປັນພາສາມາແຕ່ຕົ້ນກຳເນີດທຽບເທົ່າພາສານານາຊາຕິ ກຸ່ມທໍຣະຣາສຕັດອອກຈົນບໍ່ສາມາດ
ມີຄວາມໝາຍຢ່າງເລືກເຊິ່ງໄດ້ ບໍ່ມີພາສາຂຽນ ບໍ່ມີພາສາຣັຖກາຣ ເອົາພາສາເວົ້າມາເປັນພາສາ
ຣັຖກາຣ ກໍຍ້ອນພວກເຂົາຮຽນບໍ່ຈົບ ປ.4 ເພາະພວກເຂົາຮຽນມາໄດ້ເທົ່ານັ້ນເອງຈຶ່ງບໍ່ຮູ້ວ່າອັນໃດ
ຄວນ ອັນໃດບໍ່ຄວນ.
    ຣັຖບາລທີ່ມີຣະດັບ ມີກາຣສຶກສາສູງເທົ່ານັ້ນຈຶ່ງສາມາດຄຳນວນອະນາຄົຕຊາຕິບ້ານເມືອງໄດ້
ເຊັ່ນພມ້າດ້ານກາຣພັທນາຂນະນີ້ເກີດຂຶ້ນຢ່າງເປັນຣະບົບແລະເປັນຮູປທັມ ແຕ່ກາຣພັທນາຂອງ
ກຸ່ມທໍຣະຣາສລາວອາໃສແຕ່ໂຄຊນາຊວນເຊື່ອ ແມ້ແຕ່ພືຊພັນທ໌ທັນຍາຫາຣ ໝາກຜົລໄມ້ຕ່າງໆ
ຍັງບໍ່ສາມາດຜລິຕໃນປູະເທສໄດ້ອາໃສມາຈາກໄທຍ-ວຽຕນາມທີ່ຂາຍຢູ່ຕາມຕລາດ.
   ເຄື່ອງຜ້າສຳເຣັຈຮູປສ່ວນໃຫຍ່ຈາກໄທຍ ແຕ່ນຳເຄື່ອງໝາຍລາວມາຕິດແລ້ວວ່າ Made in lao
ບໍ່ມີປັນຍາສ້າງສື່ສາຣມວລຊົນໃຫ້ມາຕຣຖານສາກົລໄດ້ໂດຍສເພາະໂບຣິໂພຄພຶ້ນຖານຍັງໄກ
ກວ່າພມ້າ..ຍຸຄໃໝ່ນີ້ເຂົາແລ່ນທຳງານ ມີທັງຜັດກາງຄືນແລະກາງວັນ ແຕ່ກຸ່ມທໍຣະຣາສລາວຍັງ
ນອນສວຍແລະຕື່ນເຊົ້າມາອາໃສໂຮງແຮມເປັນບ່ອນກິນກາເຟແລະເຊັນໜັງສືຣັຖກາຣ.
    ເປັນຈັ່ງໃດຄັກບໍ່ ພີ່ນ້ອງລາວເອີຍ ພວກທ່ານຈະເອົາກຸ່ມຄົນຊນິດນີ້ບໍມາເປັນຜູ່ນຳບໍຣິຫາຣປຼະ
ເທສ? ກາຣສໍ້ຣາສບັງຫຼວງເຕັມທົ່ວປຼະເທສເພາະເຂົາກືກຄວາມຮູ້ກືກກາຣສຶກສາເຂົາຣວຍເພາະ
ພວກເຂົາບໍ່ຮູ້ວິທີກາຣດຳເນີນງານຈຶ່ງມີແຕ່ກິນໂກງລູກດຽວ..ສ່ວນໃນຄນະຜູ່ມີຄວາມຮູ້ເປັນພຽງ
ຜູ່ຮັບໃຊ້ ຈຶ່ງບໍ່ສາມາດຮັ່ງມີສໍ້ໂກງກິນໄດ້ນັ້ນເອງ.
                                                                         ລາວເສຣີ ຜູ່ມີອິສຣະພາບທາງຄວາມຄິດ

No comments:

Post a Comment