Monday, December 26, 2011

                                      ຊາຕິລາວທີ່ໜ້າສົງສາຣທີ່ມີຄົນພານຄອງປຼະເທສ!

ປຼະເທສລາວຜູ່ທີ່ກຳອຳນາຈຣັຖຍັງສ້າງໃຫ້ເປັນນາສອງເໝືອງ ເມືອງສອງທ້າວກໍຢ່າຫວັງ
ເລີຍວ່າປຼະຊາຊົນຈະໄດ້ຮັບຄວາມເປັນທັມແລະມີອິສຣະເສຣີໃນວິຖີຊີວິຕຄວາມເປັນຢູ່ຢ່າງຖາ
ວອນແລະສຖາພອນຮຸ່ງເຮືອງໄປໄດ້.
  ແລະຫາກເມື່ອໃດກຸ່ມກຳອຳນາຈຣັຖຮ່າງທຣົງຍັງໃຊ້ຣະບົບອຸປຖັມ ກົດຂິ່ຂູດຮີດເມື່ອນັ້ນກາຣ
ຕໍ່ຕ້ານຍ່ອມຫຼີກລ້ຽງບໍ່ໄດ້..ແລະເມື່ອໃດຍັງມີພຽງຝ່າຍຣັຖພັຄດຽວກຳອຳນາຈບໍ່ມີພັຄຝ່າຽຄ້ານ
ເມື່ອນັ້ນຍ່ອມມຸ້ງໜ້າໄປສູ່ກົ້ນເຫວເລິກຕຼອດກາລ..ແລະເມື່ອໃດກຸ່ມກຳອຳນາຈຫຸ່ນທຣົງຍັງໃຊ້
ຖິຕຖິມານະແລະໂມຫະຄະຕິ ໃຊ້ພຽງແຕ່ຣະບົບມູລເຊື້ອ ຣະບົບພັຄພວກແລະຣະບົບຄອບຄົວ
ຄອບງຳສັງຄົມລາວ ເມື່ອນັ້ນຈະເຮັດໃຫ້ສັງຄົມລາວໂດຍທົ່ວໄປຍິ່ງສັບສົນວຸ້ນວາຍ.
   ອະບາຍມຸຂທີ່ກຳລັງເກີດຂຶ້ນທົ່ວສັງຄົມລາວລ້ວນແຕ່ເປັນອຸຕສາຫະກັມກາຣສ້າງຣາຍໄດ້ໃຫ້
ແກ່ກຸ່ມກຳອຳນາຈຜເດັຈກາຣທີ່ແບ່ງປັນໃຫ້ກັບພວກມີເມັຽນ້ອຍຫ້ອຍເມັຽປາຍຊຶ່ງເປັນຄວາມ
ຕ້ອງກາຣແລະປຼາຖນາຂອງອຸດົມຄະຕິພັຄ-ຣັຖຫຸ່ນທຣົງ ພວກເຂົາພຽງແຕ່ສ້າງສຖານະແກ້ຜ້າ
ເອົາໜ້າລອດໄປວັນໆ.
  ໃນຂນະທີ່ສຫາຍຫວັງ ເຈັຽຮຸ່ຍ ຣອງປຼະທານປຼະເທສຈີນທີ່ກໍຫາມາເຢືອນໄທຍໄດ້ກ່າວໃຫ້
ທັສນະກັບສຳນັກຂ່າວໄທຍຕອນນຶ່ງວ່າ"ສຫາຍເໝົາເຈິຕົງອະດີຕຜູ່ນຳຣຸ້ນແຣກຂອງຈີນໄດ້
ກ່າວໄວ້ວ່າ..ຕ້ອງໄດ້ອາໃສປຼະຊາຊົນເປັນພຶ້ນຖານທີ່ສຳຄັນທາງກາຣເມືອງຈຶ່ງຈະໄດ້ໄຊຍຊນະ
ໃນກາຣຕໍ່ສູ້ ຊຶ່ງບັ້ນທ້າຽມາສຫາຍເໝົາຈຶ່ງໄດ້ສ້າງແນວຮ່ວມກັບທຸກຝ່າຍບໍ່ວ່າຈະເປັນກຸ່ມຕໍ່
ຕ້ານທີ່ມີແນວຄິດອຸດົມກາຣແຕກຕ່າງ ກຸ່ມຜູ່ສນັບສນຸນເພື່ອໃຫ້ເປັນສູນຍ໌ກາງແນວຄິດຣວມ
ຊາຕິກ່ອນກ້າວໄປສູ່ກາຣໄດ້ໄຊຍຊນະຢ່າງສົມບູນ"ເພື່ອຄວາມປອງດອງແຫ່ງຊາຕິຈີນ."
   ແລ້ວເປັນຫັຽງກຸ່ມຜເດັຈກາຣພັຄໂທນລາວຈຶ່ງບໍ່ຍອມຮັບຟັງສຽງມຫາຊົນ?ແລະຄຳຕັກ
ເຕືອນຂອງນານາຊາຕິບໍ່ວ່າດ້ານກາຣສຶກສາແລະອື່ນໆທັ້ງໆທີ່ອົງກາຣຣະຫວ່າງປຼະເທສທີ່
ໃຫ້ຄຳແນະນຳບໍ່ວ່າດ້ານກາຣຂາດຕຳຣາກາຣຮຽນ,ກາຣຂາດຄຣູສອນລວມເຖິງກາຣບູຣະ
ນະຊ້ອມແປງສຖານກາຣສຶກສາ?
    ຣວມຄວາມທັງໝົດທີ່ເກີດຂຶ້ນພາຽໃຕ້ກາຣປົກຄອງຂອງຣັຖຜເດັຈກາຣນັ້ນລ້ວນແຕ່ແມ່ນ
ນະໂຍບາຽແລະໂຄງສ້າງທີ່ພວກເຂົາເຫັນວ່າ ຫາກຣະບົບກາຣສຶກສາເດີນໄປໄດ້ດີ ນັກຮຽນ
ນັກສຶກສາມີຄວາມຮູ້ຄວາມສລາດຫຼາຽຂຶ້ນພວກເຂົາບໍ່ສາມາດຄວບຄຸມສຖານະພາບທາງສັງ
ຄົມໄດ້ເພາະພວກເຂົາຜູ່ເປັນຫົວຈັກຣຫຼັກແຫຼ່ງສ່ວນຫຼາຍຣະດັບກາຣສຶກສາຕ່ຳກວ່ານັກຮຽນ
ນັກສຶກສານັ້ນເອງ. ສນັນຈຶ່ງເຫັນໄດ້ວ່າພລາກອນລາວຫຼືພນັກງານຣັຖຯຍັງມີຫຼາຽຄົນທີ່ມີກາຣ
ສຶກສາສູງແລະຜ່ານກາຣສຶກສາຣະດັບມຫາວິທຍາລັຍຕ່າງປຼະເທສມາກໍຫຼາຍຄົນ ແຕ່ພວກ
ເຂົາເຫຼົ່ານັ້ນບໍ່ມີໂອກາສເຂົ້າຮັບໃຊ້ຊາຕິແລະປຼະຊາຊົນໃນຕ່ຳແໜ່ງສຳຄັນເວັ້ນໄວ້ແຕ່ພວກ
ທີ່ເປັນລູກຫຼານຂອງກຸ່ມກຳອຳນາຈຣັຖເທົ່ານັ້ນທີມີໂອກາສວາສນາ ບໍ່ມີຄວາມຮູ້ຄວາມສາ
ມາດແຕ່ມີຕຳແໜ່ງສູງ ອັນນີ້ກໍສະແດງໃຫ້ເຫັນວ່າໄດ້ມີກາຣແບ່ງແຍກຊົນຊັ້ນຢູ່ພາຽໃນພັຄ
ແລະຣັຖນັ້ນເອງ.    

No comments:

Post a Comment