Saturday, December 24, 2011

                                           ຂໍສະກິດຈິຕໃຕ້ສຳນຶກພວກກຸມອຳນາຈຣັຖຯທຸກເຜົ່າພັນທ໌
ວ່າ"ນະທີ່ແຫ່ງໃດມີກາຣກດຂິ່ຂູດຮີດ ນະທີ່ນັ້ນຍ່ອມມີກາຣຕໍ່ຕ້ານແລະຕໍ່ສູ້ ແມ້ແຕ່ສຫາຽເໝົາ ເຈິຕົງ
ຜູ່ເປັນເຈົ້າທຶສດີໃນລັດທິເໝົາຯເອງຍັງຍອມຮັບ..ເຖິງພວກສຫາຍຣັຖບາລຫຸ່ນທຣົງຈະປະຕິເສທຫຼື
ຂັດຂວາງປານໃດກໍຄົງຫຼີກບໍ່ພົ້ນກາຣຕໍ່ຕ້ານຂອງຂະບວນກາຣເພື່ອປຼະຊາທິປໄຕຍຂອງມຫາຊົນຊາວ
ລາວຜູ່ຖືກກົດຂິ່ຂົ່ມເຫງ.

ສິດທິມະນຸສຍ໌ຊົນຂັ້ນພຶ້ນຖານທີ່ປຕິນຍາສາກົລວ່າດ້ວຽສິດທິມະນຸສຍ໌ຊົນໃຫ້ກາຣ
ຮັບຣອງແລະຄຸ້ມຄອງນັ້ນມີຄື:
1.ສິດທິພົລເມືອງ
   -ສິດທິໃນຊີວິຕ
   -ສິດທິໃນຊັພຍ໌ສິນ
   -ກາຣໄດ້ຮັບສັນຊາຕິພົລເມືອງ
   -ຄວາມເປັນຢູ່ສ່ວນຕົວ
   -ກາຣສຶ່ສາຣເຖິງກັນ
   -ກາຣເຄື່ອນຍ້າຍ ກາຣເລືອກຖິ່ນຖານທີ່ຢູ່
   -ຄວາມສເມີພາບທາງກົຕໝາຍແລະບໍ່ຖືກເລືອກປະຕິບັຕິ
   -ບໍ່ຖືກທໍຣະມານ ຈັບກຸມ ກັກຂັງຫຼືເນຣເທສໂດຽພລະກາຣ
   -ສິດທິໃນກຼະບວນກາຣຍຸຕິທັມ
   -ກາຣຖືສາສນາ ຄວາມເຊື່ອ.

2.ສິດທິທາງກາຣເມືອງ
    -ກາຣສະແດງຄວາມຄິດເຫັນ ກາຣສະແດງອອກ ເສຣີພາບຂອງສື່
    -ສິດທິກາຣຊຸມນຸມ
    -ສິດທິກາຣຣວມກຸ່ມ
    -ສິດທິກາຣເລືອກຕັ້ງ
    -ສິດທິກາຣຕັ້ງພັຄກາຣເມືອງ

3.ສິດທິທາງເສຖກິຈ
     -ກາຣມີງານທຳ
     -ກາຣເລືອກງານຢ່າງເສຣີ ແລະຄ່າຈ້າງທີ່ເປັນທັມ
     -ກາຣຕັ້ງສຫະພາບ ກາຣນັດຢຸດງານ
     -ກາຣເຂົ້າເຖິງຊັພພຍາກອນທັມຊາຕິ

4.ສິດທິທາງສັງຄົມ
      -ຕ້ອງໄດ້ຮັບປັຈຈັຍສີ່ ທີ່ເໝາະສົມ
      -ໄດ້ຮັບກາຣສຶກສາ
      -ກາຣມີຄອບຄົວ ຄູ່ຄອງ
      -ຣັຖຕ້ອງຄຸ້ມຄອງ ຄອບຄົວ ມາຣດາ ແລະບຸຕຣ
      -ປຼະກັນສັງຄົມແລະສວັສດິກາຣທາງສັງຄົມ

5.ສິດທິທາງວັທນະທັມ
       -ກາຣພັກຜ່ອນ ວັນຢຸດ ນັນທນາກາຣ
       -ກາຣຄຸ້ມຄອງຊັພຍ໌ສິນທາງປັນຍາ
       -ກາຣປົກປ້ອງແລະປະຕິບັຕິຕາມວັທນະທັມ ສາສນກິຈ ພູມິປັນຍາທ້ອງຖິ່ນ

6.ສິດທິສເພາະກຸ່ມ
       -ສິດທິເດັກນ້ອຽ
       -ສິດທິສຕຼີໃນທຸກຮູປແບບ
       -ສິດທິສຖານະພາບຜູ່ລີ້ໄພຍ
       -ສິດທິແຮງງານຂ້າມຊາຕິ
       -ຫ້າມກາຣເລືອກປະຕິບັຕິທາງເຊື້ອຊາຕິ

ຫຼັກກາຣວ່າດ້ວຽຄວາມສເມີພາບແລະຫ້າມກາຣເລືອກປະຕິບັຕິ [1]
ເກນທ໌ກາຣວັດວ່າສັງຄົມໃດມີກາຣລະເມີດສິດທິມະນຸສຍ໌ຊົນຫຼືເຄົາຣົພສິດທິມະນຸສຍ໌ຊົນກໍຄືກາຣເຫັນວ່າ
ສັງຄົມນັ້ນມີກາຣເຄົາຣົພສັຄດິ໌ສີແຫ່ງຄວາມເປັນມະນຸສຍ໌ຈິງຫຼືບໍ່? ຕົວຊີ້ວັດຂອງກາຣເຄົາຣົພສັຄດິ໌ສີແຫ່ງ
ຄວາມເປັນມະນຸສຍ໌ກໍຄືຄວາມສເມີພາບຫຼືກາຣປະຕິບັຕິຕໍ່ທຸກຄົນຢ່າງເທົ່າທຽມກັນ ຫາກມີກາຣປະຕິບັຕິຕໍ່
ມະນຸສຍ໌ໂດຽບໍ່ເທົ່າທຽມກັນເຮົາຮຽກວ່າ ກາຣເລືອກປະຕິບັຕິ.

ຄວາມສເມີພາບຫຼືຄວາມເທົ່າທຽມກັນບໍ່ແມ່ນແປວ່າຄົນທຸກຄົນຕ້ອງໄດ້ຮັບເທົ່າທຽມກັນ ແຕ່ຫາກ
ໝາຍເຖິງຫຼືໝາຍຄວາມວ່າ:
1.ໃນສຖານະກາຣນ໌ນຶ່ງຈະປະຕິບັຕິຕໍ່ຄົນທີ່ມີສາຣະສຳຄັນເໝືອນກັນດ້ວຽຫຼັກກາຣດຽວກັນ.

*2.ໃນສຖານະກາຣນ໌ດຽວກັນ ອາຈມີກາຣໄດ້ຮັບກາຣປະຕິບັຕິທີ່ແຕກຕ່າງກັນໄດ້ເພາະຂໍ້ຈຳກັດຫຼືສາຣະສຳຄັນຫຼືຄວາມຈຳເປັນ
ຂອງບຸຄຄົລນັ້ນ ບໍ່ຖືວ່າເປັນກາຣບໍ່ສເມີພາບຫຼືເປັນກາຣເລືອກປະຕິບັຕິ.
 

No comments:

Post a Comment