Wednesday, December 7, 2011

                                                        ວາຖະກັມ"ລາວເສຣີ ຜູ່ມີເສຣີພາບ"
                                        ສກິຈໃຕ້ສຳນຶກລາວທຸກເຜົ່າພັນທ໌ຜູ່ເປັນເຈົ້າຂອງປຼະເທສ !

ເມື່ອເຮົາຮູ້ຕົ້ນເຫຕຸຂອງບັນຫາ:
-ຖ້າທ່ານບໍ່ເປັນສ່ວນນຶ່ງຂອງກາຣແກ້ບັນຫາ ທ່ານກໍຕ້ອງເປັນສ່ວນນຶ່ງຂອງບັນຫາ!
-ທ່ານຕ້ອງກາຣຣັກສາຣະບອບຜເດັຈກາຣໄວ້ ຫຼືວ່າທ່ານຕ້ອງກາຣມີເສຣີພາບຯ
-ທຳເພື່ອຊາຕິແລະປຼະຊາຊົນຢ່າງຈິງໃຈຫຼືວ່າກຸມອຳນາຈໄວ້ເຂັ່ນລ້າງເຜົ່າພັນທ໌ແລະພຽງເພື່ອ
 ຜານຊັພຍ໌ພຍາກອນທັມຊາຕິໃຫ້ຈິບຫາຍ?
-ບັລດາທ່ານຕ້ອງປະຕິຮູປຫຼືຈະປະຕິວັຕິປ່ຽນຣະບອບ?ເມື່ອຮູ້ວ່າທີ່ຜ່ານມາ 37 ປີນັ້ນຜິດພາດ?
-ຄຳວ່າ"ກາຣເມືອງ"ເປັນຄຳທີ່ຖືກໃຊ້ມາໂດຽຕຼອດແລະເປັນຄຳທີ່ຖືກຕີຄວາມໄປຕ່າງໆນາໆ
 ແລະໃຊ້ໃຫ້ເປັນປຼະໂຍຊນ໌ແກ່ກຸ່ມຕົນແລະພັຄພວກ ບໍ່ວ່າຈະໃນກາຣດີຫຼືກາຣຊາມ. ຖ້າເຮົາຈະ
 ທົດລອງເປີດພັຈນານຸກົມສບັບພາສາລາວເດີມໆບໍ່ແມ່ນພາສາ ປ.4 ສອນນົກແກ້ວແລ້ວເຮົາຈະ
ພົບວ່າ"ກາຣເມືອງ"ມີຄວາມໝາຽຫຼາຍຢ່າງຄືສ້າງຄວາມໝາຍຢ່າງແຄບໆແລະຄວາມໝາຽຢ່າງ
ກວ້າງ?
-ຄວາມໝາຍຢ່າງແຄບກໍມີເຊັ່ນກາຣເມືອງໝາຍເຖິງ"ສາສຕຣ໌ຫຼືສິລປະໃນກາຣປົກຄອງ"ຫຼືໝາຍ
ເຖິງ"ສາສຕຣ໌ແລະສິລປະທີ່ກ່ຽວກັບກາຣເອົາໄຊຊນະແລະມີອຳນາຈເໜືອກວ່າໃນກາຣປົກຄອງ"
ດັ່ງນັ້ນໃນຄວາມໝາຍແຄບໆ"ກາຣເມືອງ"ອາຈຈະເຂົ້າໃຈພຽງວ່າເປັນກັມຂອງບັລດານັກກາຣ
ເມືອງທັງຫຼາຍແລະເປັນກິຈກັມໃນຣະດັບສູງຫຼືເປັນເຮືອງຂອງກາຣແຍ້ງອຳນາຈກັນໃນກາຣປົກ
ຄອງແລະມັກມີໃຫ້ເຫັນປຼະຈຳໃນຄວາມໝາຍນີ້.
  ນອກນັ້ນຍັງຖືກມອງໄປໃນແງ່ຂອງຄວາມຊາມຫຼືໃນແງ່ຂອງກາຣແກ່ງແຍ້ງອຳນາຈຫຼືຄວາມທະ
ເຍີທະຍານ ມັກໃຫຍ໋ໄຝ່ສູງໃນເຣື້ອງຂອງຄົນຜູ່ຢາກຈະເປັນຣັຖບາລຫຼືມີອິດທິພົລໃນຣັຖບາລຣະ
ດັບສູງ.
  ແຕ່ຄວາມໝາຍຂອງ"ກາຣເມືອງ"ບໍ່ໄດ້ມີຢູ່ຢ່າງແຄບໆເທົ່ານັ້ນ"ກາຣເມືອງ"ຍັງມີຄວາມໝາຽ
ຢ່າງກວ້າງໆອີກດ້ວຽ..ແລະເປັນຄວາມໝາຍທີ່ບໍ່ຈຳເປັນຈະຕ້ອງຢູ່ໃນຣະດັບສູງສເມີໄປ ອາຈເປັນ
ເຣື້ອງຂອງຣະດັບຕ່ຳແລະເປັນຂອງສາມັນຊົນດ້ວຍ.
  ດັ່ງນັ້ນ"ກາຣເມືອງ"ບໍ່ແມ່ນເຣື້ອງຜູກຂາດ...ໃນຄວາມໝາຍຢ່າງກວ້າງໆພົຈນານຸກົມຈະໃຫ້
ຄວາມໝາຽວ່າ"ກາຣເມືອງ"ເປັນເຣື້ອງຂອງມະນຸສຍ໌ຕ່າງໆຫຼາຍເຜົ່າພັນທ໌ໃນສັງຄົມ ຊຶ່ງກໍໝາຍ
ເຖິງພຶຕຕິກັມທັງໝົດຂອງຄວາມສັມພັນທ໌ໃນທຸກໆດ້ານຂອງມວລມະນຸສຍ໌ທີ່ຢູ່ໃນສັງຄົມເຊື່ອແນ່
ວ່າຄົງບໍ່ມີມະນຸສຍ໌ເພສໃດໆເຜົ່າພັນທ໌ໃດໆຢູ່ນອກສັງຄົມໄດ້ເລີຍ.
  ດັ່ງນັ້ນແມ້ແຕ່ພໍ່ຄ້າແມ່ຄ້າຫາບເລ້ຈະຕໍ່ຣອງເພື່ອຂາຍຂອງໃນບໍຣິເວນສຖານທີ່ໃດໆກໍເປັນເຣື້ອງ
ກາຣເມືອງທັງສິ້ນ..ແລະໃນທາງກັບກັນນັ້ນທາງກາຣຫ້າມບໍ່ໃຫ້ຂາຍຕາມທາງເດີນກໍເປັນເຣື້ອງ
ກາຣເມືອງຢູ່ດີ..ຫຼືກາຣທີ່ນາຍຈ້າງຈັດກາຣງານຂອງຕົນໃຫ້ລູກຈ້າງມີຄ່າຈ້າງຊົ່ວໂມງທຳງານ
ໃນອັຕຼານຶ່ງໆກໍເປັນເຣື້ອງກາຣເມືອງ ຊຶ່ງໃນທາງກັບກັນ ລູກຈ້າງຕ້ອງກາຣອີກແບບນຶ່ງກໍເປັນ
ກາຣເມືອງອີກຢູ່ນັ້ນແຫຼະ!!
    ທັງນີ້ກໍເພາະທັງໝົດເປັນຄວາມສັມພັນທ໌ຂອງມະນຸສຍ໌ຕ່າງໆໃນສັງຄົມໃນໂລກໃບນີ້ຫຼືໃນປຼະ
ເທສຂອງເຮົາ ຊຶ່ງຖືເປັນໂລກຂອງບັນຫາ ຈະບໍ່ມີທີ່ແຫ່ງໃດ ບໍ່ວ່າໃນເວລາໃດທີ່ຈະບໍ່ມີບັນຫາ
ຈະແຕກຕ່າງກັນກໍແຕ່ວ່າ ຈະມີບັນຫາໜ້ອຍຫຼືຫຼາຽເທົ່ານັ້ນເອງ.
   ໃນເມື່ອມີບັນຫາຢູ່ໃນໂລກເປັນປຼະຈຳແລ້ວກໍຈະຕ້ອງມີກາຣແກ້ບັນຫາກັນຢູ່ຫຼາຽຣູປແບບຫຼື
ໃນຫຼາຍຈັງຫວະໄປຕາມກາລເທສະເປັນປຼະຈຳອີກເຊັ່ນກັນ. ສນັ້ນຄວາມພຍາຍາມແກ້ບັນຫາ
ກໍເປັນກາຣເມືອງອີກຢ່າງນຶ່ງ..ແລະກາຣຢູ່ນິ້ງເສີຽໂດຍບໍ່ຍອມຮັບຮູ້ໃນກາຣແກ້ບັນຫາກໍເປັນ
ເປັນກາຣເມືອງອີກຢ່າງນຶ່ງ ຊຶ່ງມັກມີຄຳກ່າວຂອງນັກປຣາຊຍ໌ທີ່ວ່າ"..ຄົນທີ່ວ່າຕົນເອງບໍ່ກ່ຽວ
ຂ້ອງກັບກາຣເມືອງ ກໍເປັນກາຣເມືອງຕັ້ງແຕ່ເຣິ້ມເອີ່ຍປາກແລ້ວ".
   ທັງນີ້ເພາະຄົນທີ່ບໍ່ຍອມກ່ຽວຂ້ອງແກ້ບັນຫາກໍກັບກາຍເປັນຄົນທີ່ດຶງໃຫ້ທຸກຢ່າງຢູ່ກັບທີ່ຈຶ່ງ
ເລີຍກາຍເປັນ"ຕົວບັນຫາ"ໄປໃນຕົວໂດຽບໍ່ຮູ້ສຶກຕົວ ຫຼືຈະກ່າວອີກນັຍນຶ່ງກໍຄື"ຖ້າທ່ານບໍ່ເປັນ
ສ່ວນນຶ່ງຂອງກາຣແກ້ບັນຫາ ທ່ານກໍເປັນສ່ວນນຶ່ງຂອງບັນຫານັ້ນເອງ"ດັ່ງນັ້ນຈຶ່ງຂໍຝາກໄວ້ແກ່
ຄົນລາວທຸກເຜົ່າພັນທ໌ໃຫ້ມີຈິຕສຳນຶກຕໍ່ຖານະນັລດອນຊາຕິກຳເນີດຂອງຕົນທຸກໆທ່ານ!!


                                  ລາວເສຣີຜູ່ມີເສຣີພາບ

No comments:

Post a Comment