Thursday, December 15, 2011

                  35 ປີແຫ່ງກາຣຂ້າກວາດລ້າງເຜົ່າພັນທ໌ແລະກີດກັນສ້າງຄວາມແຕກແຍກ
                    ພາຽໃນຊາຕິແລະຖືເປັນກາຣບອບຊ້ຳຢ່າງແສນສາຫັສຂອງຊາຕິລາວ!

 ຣະບອບກາຣປົກຄອງແຫ່ງຣັຖຯປັຈຈຸບັນຖືໄດ້ວ່າເປັນຣະບອບອັຕຕະວິສັຍບໍ່ແມ່ນຣະບອບທີ່
ປຼະຊາຊົນລາວແລະສັງຄົມລາວເພິ່ງປຼາຖນາເພາະປຼະຊາຊົນລາວຂາດສິດທິພຶ້ນຖານກາຣເປັນ
ປຼະຊາຊົນລາວເຕັມຂັ້ນພ້ອມທັງຂາດສິດທິກາຣເປັນເຈົ້າຂອງປຼະເທສຢ່າງແທ້ຈິງ..ພວກສຫາຍ
ເຄີຍກ່າວໄວ້ສເມີມາກ່ອນເຂົ້າປຸ້ນອຳນາຈຈາກປຼະຊາຊົນວ່າ"ປຼະຊາຊົນຕ້ອງເປັນໃຫ່ຍໃນແຜ່ນ
ດິນ..ນັ້ນກໍຄືຣະບອບປຼະຊາທິປໄຕຍຊຶ່ງປຼະຊາຊົນເປັນເຈົ້າຂອງ..ປຼະຊາຊົນຈຶ່ງເຫັນຜິດເປັນຖືກ
ໃຫ້ຄວາມຮ່ວມມືກັບພວກສຫາຍ ພໍພວກສຫາຍກຳອຳນາຈໄດ້ແລ້ວເປັນຫັຽງພວກສຫາຍຈຶ່ງບໍ່
ປະຕິບັຕິຕາມສັນຍາປຼະຊາຄົມ ອັນນີ້ສະແດງໃຫ້ເຫັນເຖິງຄວາມເປັນໂຈຣທີ່ບໍ່ມີສັຈຈະໃນໝູ່
ໂຈຣນັ້ນເອງ.
    ພຽງແຕ່ມີຄວາມເຫັນບໍ່ສອດຄ່ອງພວກສຫາຍກໍໃຊ້ນັກສືບສອດແນມຕາມຈັບກຸມຄຸມຂັງອັນນີ້
ຖືວ່າເປັນຣະບອບທີ່ເຖື່ອນຊຶ່ງຊາວໂລກກຳລັງປຼະນາມແລະຊຸກຍູ້ໃຫ້ເກີດປະຕິກິຣິຍາໂຕ້ຕອບ
ດັ່ງທີ່ພວກສຫາຍຮູ້ດີໃນຫຼາຍພາຄສ່ວນຂອງໂລກແລະກໍລຸກຄືຍໜ້າມາຍັງເອເຊັຽຕະວັນອອກ
ສຽງໃຕ້ບໍ່ວັນໃດກໍວັນນຶ່ງຫາກພວກສຫາຍຍັງບໍ່ຫັນປ່ຽນຣະວັງຈະກອດເຂົ່ານັ່ງໄຫ້ເສັຽໃຈ.
   ດັ່ງນັ້ນຈຶ່ງເຫັນວ່າກາຣປົກຄອງບໍຣິຫາຣຈັດກາຣກໍດີ ກາຣພັທນາຊາຕິກໍດີສິ່ງທີ່ກ່າວມາຂ້າງ
ເທິ່ງນັ້ນມັນເປັນວິທຍາສາສຕຣ໌ກາຣປົກຄອງ ຫາກສັງຄົມລາວບໍ່ມີເປັນເອກພາບໃນກາຣບໍຣິ
ຫາຣຈັດກາຣແລ້ວຍ່ອມຕ້ອງເກີດປະຕິກິຣິຍາຕອບໂຕ້ແລະຕໍ່ຕ້ານເປັນທັມດາຂອງມະນຸສຍ໌
ໃນສັງຄົມຊາຕິດຽວກັນ.
   ບັລດາສຫາຍຍິ່ງດື້ດຶງບໍ່ຟັງສຽງສ່ວນໃຫຍ່ໃນສັງຄົມກໍຍິ່ງເຮັດໃຫ້ຕ່າງຊາຕິສວຍໂອກາສສ້າງ
ຄວາມແຕກແຍກພາຽໃນ..ພວກສຫາຍເຄີຍສ່ອງກຼະຈົກບານໃຫຍ່ບໍ່ວ່າເປັນຫັຽງຈຶ່ງເກີດກາຣສໍ້
ຣາສບັງຫຼວງທຸກຍ່ອມຫຍ້າ? ອັນແຣກກໍຄືກຸ່ມກຳອຳນາຈທີ່ອ້າງຕົນເອງວ່າຫົວຈັກຣນັ້ນແຫຼະຄື
ຕົວກາຣທີ່ເປັນຕົວຢ່າງພາສໍ້ພາໂກງ..ໂດຽສເພາະຍິ່ງຣະດັບຄວາມຮັບຮູ້ບໍ່ເຖິງໃນພາຣະໜ້າທີ່
ຮັບຜິດຊອບເພາະໂລກຍຸກໂລກາພິວັຕນ໌ເຂົາໃຊ້ເທຄໂນໂລຍີສມັຍໃໝ່ຂອງໂລກເສຣີຣະບົບທຶນ
ນິຍົມ..ຂນະດຽວກັນພວກສຫາຍໄປຮຍນມາຈາກໂລກສັງຄົມນິຍົມມັນຈຶ່ງປີນກຽວກັນ ມີແຕ່ຈະ
ເຮັດໃຫ້ກຼະປຸກເກັຽແຕກ..ເມື່ອຣົຖຄັນທີ່ຂັບບໍ່ຮູ້ເຂົ້າເກັຽບໍ່ຮູ້ວິທີໃຊ້ເທັຄໂນໂລຍີສມັຍໃໝ່ກໍຈຶ່ງ
ພາກັນຫລັບຫູຫລັບຕາໂກງກັນຢ່າງສບັ້ຍຫັ່ນແຫຼກໃນໜ້າໜັງສືພິມຕ່າງປຼະເທສຣາຍງານຣະບຸ
ວ່າ ກຸ່ມກຳອຳນາຈລາວເກືອບຕິດອັນດັບທີ 28-29 ຈາກຮ້ອຍປຼະເທສ.
   ແລະຂໍເຕືອນອີກວ່າຫາກພວກສຫາຍແລ່ນນຳກົ້ນຈີນໃຊ້ຣະບອບປຼະຊາທິປຕາຍແລະນຳທຶສດີ
ເໝົາເຈິຕົງມາໃຊ້ຫຼືຍຶດໝັ້ນໃນຣະບອບປຼະຊາທິປຕາຍຂອງໂຮຈິມິນນັ້ນໝາຍເຖິງວ່າຈຸດຈົບ
ຂອງພວກສຫາຍໃກ້ມາເຖິງແລ້ວ..ຢາກຖາມວ່າພວກສຫາຍພ້ອມຈະເປັນສັຕຼູກັບສຫະຣັຖຯຫຼື
ໂລກໂລກາພິວັຕນ໌ແທ້ບໍ?ຣະວັງພວກສຫາຍຈະຖືກສັນໂດດຫຼືຖືກສັນຂວັນປຼະຊາຊົນແລ!!ສະ
ຫາຍຮູ້ບໍ່ວ່າສັງຄົມລາວບໍ່ຍອມຮັບໃນຣະບອບບ້າໆອັນນີ້?

                                   ເສຣີຊົນລາວ
                       

No comments:

Post a Comment