Friday, December 23, 2011

                                                       ຫາກປຼະຊາຊົນບໍ່ມີເສຣີພາບ?
 
  ສັນຕິພາບ ສັນຕິສຸຂຈະເກີດຂຶ້ນໃນລາວໄດ້ຢ່າງສົມບູນກໍຕໍ່ເມື່ອມີກາຣຟຶ້ນຟູຣະບອບປຼະຊາ
ທິປໄຕຍໃຫ້ເກີດຂຶ້ນຢ່າງຈິງຈັງແລະມີເອກພາບຢ່າງເປັນສາກົລ  ແລະ  ມີຫຼັກນິຕິຣັຖຂອງ
ລາວທັງຊາຕິເທົ່ານັ້ນແລະຄຳວ່າ"ລາວທັງຊາຕິຈະມີພຽງກຸ່ມກຳອຳນາຈຣັຖ"ບໍ່ເປັນກາຣສົມ
ຄວນແກ່ຊາຕິແລະປຼະຊາຊົນລາວທັງມວລ.
        ກຸ່ມຜເດັຈກາຣຣັຖບາລຫຸ່ນທຣົງບໍ່ຄວນຈະປະຕິບັຕິຕໍ່ປຼະຊາຊົນລາວເໝືອນທາສໃນຍຸຄ
ຄ້າທາສຫຼືເປັນຣັຖເມືອງຂຶ້ນເໝືອນກັບຍຸຄນັກລ້າເມືອງຂຶ້ນຝຼັ່ງເສສແລະສຍາມໃນຍຸຄທ້າຽສັຕ
ວັຕິທີ 19- 20 ຜ່ານມາ. 
 ກຸ່ມຜເດັຈກາຣຣັຖບາລຫຸ່ນທຣົງກຳລັງມອງຂ້າມຫຼືເຮັດຫູທວນລົມລືມໄປວ່າຄວາມຂັດແຍ່ງ
ຄວາມແຕກແຍກຂອງຄົນໃນຊາຕິທີ່ເປັນຢູ່ຂນະນີ້ຄືຜົລພ່ວງຈາກກາຣປຸ້ນອຳນາຈຈາກປຼະຊາ
ຊົນໃນຣະບອບປຼະຊາທິປໄຕຍແລະໃຊ້ອຳນາຈເຖື່ອນກົດຂິ່ຂົ່ມເຫງ ສໍ້ໂກງກິນບໍ່ເລືອກຂາຍ
ກຼະທັງແຜ່ນດິນໃຫ້ຕ່າງຊາຕິແລ້ວກໍແມ່ນພວກສຫາຽເອງເປັນຜູ່ກໍ່ຂຶ້ນໂດຍອ້າງວ່າ"ປົດປ່ອຍ
ຊາຕິ"ທັ້ງໆທີ່ບໍ່ມີທຫາຣອະເມຣິກາຈັກຄົນຢູ່ໃນລາວ"ມີແຕ່ພຽງອົງຄ໌ກອນຊ່ວຍດ້ານມະນຸສຍ໌
ທັມທີ່ໃຫ້ກາຣຊ່ອຍເຫຼືອຣັຖບາລແລະປຼະຊາຊົນລາວ. ໃນຂນະທີ່ພວກສຫາຍລືມໄປວ່າທຫາຣ
ແກວ-ໂຊວຽຕທີ່ຢູ່ເບື້ອງຫຼັງພວກສຫາຍນຳມາຊ່ອຍຊຸກຍູ້ປຸ້ນອຳນາຈນັ້ນຈັກປີຜ່ານມາແລ້ວເປັນ
ຫັຽງພວກສຫາຍບໍ່ຂັບໄລ່ເຂົາອອກໜີຈາກດິນລາວ? ຍັງບໍ່ພໍຊ້ຳພັດນຳເອົາຈິນຫຼືກອງກຳລັງປຼະ
ກອບອາວຸທຂອງຈີນເຂົ້າມາຂົ່ມເຫງເຕັງເຕັກປຼະຊາຊົນລາວຜູ່ເປັນເຈົ້າຂອງປຼະເທສອີກ.?
     ຄວາມແຕກແຍກຂອງຊາວລາວເກີດຂຶ້ນຢ່າງຮຸນແຮງເຣິ້ມຕັ້ງແຕ່ປີ 1975 ຊຶ່ງໃນນັ້ນຖືວ່າເປັນ
ເຣື້ອງສະພາວະກາຣຂອງໂລກໜຸນສົ່ງໃຫ້ເກີດຣະຫວ່າງຣະບອບປຼະຊາທິປໄຕຍກັບຄອມຯ
ແລະຂນະນີ້ກໍຜ່ານມາໄດ້ 35+2=37 ປີແລ້ວ ແຕ່ພວກສຫາຽຍັ້ງຕັ້ງຕົວເປັນ
ໂຈທກ່າວຫາວ່າພວກຊາວລາວທີ່ມີອຸດົມກາຣທີ່ບໍ່ສອດຄ່ອງ ພວກສຫາຍຖືວ່າເປັນປໍຣະປັກສ໌
ສັຕຼູຫຼືກ່າວຫາວ່າເປັນ"ປະຕິກາຣ"ໂດຍລືມໄປວ່າພວກຕົນເອງນັ້ນແຫລະ  ເປັນທັງປະຕິກາຣ
ຫາກປ່ອຍຊ້າໄປກໍກາຍເປັນ"ປະຕິກູລ"ທັງຂອງສັງລາວແລະສັງຄົມໂລກໃນອະນາຄົຕອັນໃກ້ນີ້
   ໃນຄວາມເປັນຈິງນັ້ນຄົນລາວຜູ່ທີ່ມີແນວຄິດແຕກແຍກບໍ່ໄດ້ໝາຍເຖິງກາຣສ້າງຄວາມແຕກ
ແຍກ ແຕ່ມັນໝາຍເຖິງກາຣກໍ່ສ້າງເພື່ອໃຫ້ເກີດເປັນ"ປຼະຊາທິປໄຕຍ"ຕ່າງຫາກ. ຫາກພວກເຮົາ
ເປັນໂຈທ ພວກເຮົາບໍ່ໄດ້ຄິດດັ່ງທີ່ພວກສຫາຍຄິດກັນ ພວກເຮົາຕໍ່ສູ້ເພື່ອປຼະຊາທິປໄຕຍແລະ
ສິດທິມະນຸສຍ໌ຊົນໃນນັ້ນກໍຄື"ກາຣຕໍ່ສູ້ໃຫ້ເປັນເອກພາບແບບເສຣີ"ເພື່ອກ້າວໄປສູ່ຄວາມເປັນ
ປຼະຊາທິປໄຕຍຂອງລາວທັງຊາຕິ ຢ່າງບໍ່ມີຂອບເຂຕທາງແນວຄິດອຸດົມຄະຕິ ກາຣເຫັນຕ່າງບໍ່
ຖືວ່າເປັນສັຕຼູແລະຄວນນັບຖືສິດທິສ່ວນບຸຄຄົລແລະແນວຄິດອຸດົມກາຣນ໌ຊາຕິທີ່ເປັນປຼະຊາທິປ
ໄຕຍ..ເຖິງຈະມີຫຼາຍແນວຄິດຫຼາອຸດົມກາຣຫາກຣວມເຂົ້າກັນໄດ້ໂດຍບໍ່ມີອະຄຕິສ່ວນຕົນກໍຖື
ໄດ້ວ່າມີ"ປຼະຊາທິປໄຕຽ"ແລ້ວ.
    ແຕ່ພວກສຫາຍກັບໄປມອງວ່າພວກເຫັນຕ່າງເປັນສັຕຼູຈຶ່ງຖືວ່າພວກສຫາຍລະເມີດອຸດົມກາຣ
ຂອງແນວລາວຮັກຊາຕິ ຊຶ່ງມີບົທນຶ່ງຂຽນໄວ້ວ່າ"ລາວສ້າງຊາຕິ"ບໍ່ແມ່ນລາວມ້າງຊາຕິພວກເຮົາ
ຂັບໄລ່ນັກລ້າເມືອງຂຶ້ນແລະອີກຄຳນຶ່ງມີວ່າ"ປຼະຊາຊົນຕ້ອງເປັນໃຫຍ່ໃນແຜ່ນດິນ". ມາເຖິງວັນ
ນີ້ແມ່ນປຼະຊາຊົນເປັນໃຫຍ່ໃນແຜ່ນດິນຫຼືກຸ່ມພວກສຫາຍເປັນໃຫຍ່ໃນແຜ່ນດິນກັນແນ່?ພວກ
ເຮົາຈຶ່ງໄດ້ປຼະກາສໃຫ້ໂລກຮູ້ວ່າ"ກຸ່ມກຳອຳນາຈຣັຖບາລຫຸ່ນທຣົງ"ໃນລາວຄືທາຕຸແທ້ຮັບໃຊ້
ແກວແລະຈີນກາຣຊ່ອຍເຫຼືອປຼະຊາຊົນລາວບໍ່ໄດ້ເຖິງມືປຼະຊາຊົນລາວນັບແຕ່ເປີດປຼະເທສ.
    ສນັ້ນຣະບອບກຳອຳນາຈໃນກາຣປົກຄອງຣັຖຂອງພວກສຫາຍຈຶ່ງຖືເປັນຣັຖບາລໂຈຣຊຶ່ງບໍ່
ສາມາດຈະຢູ່ຮ່ວມໃນສັງຄົມມະນຸສຍ໌ຊາຕິໄດ້ຫາກພວກສຫາຍຈະຖຶເອົາແຕ່ພຽງຄວາມແຕກ
ແຍກທາງຄວາມຄິດ ອຸດົມຄະຕິມາເປັນຕົວບັນຫາຂອງສັງຄົມໃນປຼະເທສ.
    ຢ່າງໃດກໍຕາມ ພວກຄົນລາວທີ່ຕ່າງແນວຄິດອຸດົມຄະຕິເຫຼົ່ານັ້ນບໍ່ແມ່ນຄົນລາວເຈົ້າ
ຂອງແຜ່ນດິນບໍ່? ຫາກຈະກ່າວກັນໃຫ້ຖືກນັ້ນພວກສຫາຍເອງເປັນຜູ່ທຳລາຍທັບມ້າງສ້າງແຕ່
ຄວາມແຕກແຍກພາຽໃນຊາຕິຕຼອດມານັບຕັ້ງແຕ່ເກີດສັນຍາໂຮມລາວຄັ້ງແຣກທີ່ທົ່ງໄຫຫິນຈົນ
ມາເຖິງປີ 1973 ພວກສຫາຍລະເມີດສັນຍາຂໍ້ຕົກລົງທີ່ເອົາມືເຊັນເອົາຕີນລຶບມາຕຼອດກາລ.
   ພວກທີ່ເຫັນຕ່າງມຸມເຂົາກໍແມ່ນຄົນລາວເໝືອນກັບພວກສຫາຍແລະເຂົາເຫຼົ່ານັ້ນກໍເປັນຄົນ
ນຶ່ງທີ່ຮັກສາຊາຕິຮັກສາອະທິປໄຕຍມາໄວ້ຈົນພວກສຫາຍມີວາສນາຂຶ້ນກຳອຳນາຈ ຫາກບໍ່ມີ
ພວກຄວາມເຫັນຕ່າງເຫຼົ່ານັ້ນປົກປັກຮັກສາໄວ້ເຊື່ອວ່າຄົງບໍ່ມີຊື່ລາວໃນແຜນທີ່ໂລກໄວ້ໃຫ້
ພວກສຫາຍນັ່ງແດກກັນໄດ້ເທົ່າທຸກວັນນີ້ດອກ!! ສນັ້ນຢຸດກ່າວໄດ້ແລ້ວວ່າ"ພວກເຂົາເປັນປໍ
ຣະປັກສ໌ແລະເປັນສັຕຼູຂອງຊາຕິ ສັຕຼູທີ່ແທ້ຈິງຂອງຊາຕິກໍຄືກຸ່ມຂອງພວກສຫາຍນັ້ນແຫລະ.!!


                                          ລາວເສຣີຜູ່ມີເສຣີພາບ

No comments:

Post a Comment