Friday, December 9, 2011

                                      ໄຟຟ້າພລັງນ້ຳໃນຖໂຄງກາຣຣັຖບາລຫຸ່ນຜເດັຈກາຣລາວ
                                          ເມື່ອແມ່ນ້ຳ ໄຟຟ້າ ແລະຄົນຫາປາເປັນເຣື້ອງດຽວກັນ!!

   ຈາກຄົນລາວສອງຝັ່ງຂອງປຼາກົຕວ່າທັງສອງຝັ່ງແມ່ນ້ຳຂອງ ຊຶ່ງເປັນຍາຕິໂກໂຫຕິກາອັນດຽວ
ກັນມາຕັ້ງແຕ່ຍຸຄສມັຍກ່ອນສົງຄາມອິນໂດຈິນ ຊຶ່ງອາໃສລຳແມ່ນ້ຳຂອງເປັນບ່ອນຕໍ່ຊີວິຕປຼະຈຳ
ວັນຂອງເຂົາເຈົ້າມາຕັ້ງແຕ່ດຶກດຳບັນພ໌ມາຖືກກຸ່ມຫາຜົລປຼະໂຍຊນ໌ຈາກແມ່ນ້ຳຂອງທີ່ມາທຳລາຍ
ອະນາຄົຕຂອງຄວາມເປັນຄົນຈຶ່ງເກີດມີປະຕິກິຍາລຸກຂຶ້ນຕໍ່ຕ້ານຢ່າງພ້ອມພຽງກັນ..
   ໃນເຫຕຸກາຣນ໌ເຣື້ອງນີ້ທາງກາຣໄທຍຈຶ່ງຈັດນິທັສກາຣແມ່ນ້ຳຂອງຂຶ້ນ"ເມື່ອແມ່ນ້ຳ ໄຟຟ້າແລະ
ຄົນຫາປາ ເປັນເຣື້ອງດຽວກັນ" ຣາຽງານແຈ້ງວ່າ ມີກາຣຈັດສະແດງຢ່າງເປັນທາງກາຣຕັ້ງແຕ່ວັນ
ທີ 3 ທັນວາ 2011 ເປັນຕົ້ນມາທີ່ບໍຣິເວນລານຊຸມຊົນໂຮງສູບນ້ຳ ຊອບ 10 ເຂຕເທສບາລ ຈ.ເລີຍ
ດ້ວຍຄວາມຮ່ວມມືຂອງຫຼາຍຝ່າຽໄດ້ແກ່ໂຄງກາຣຟຶ້ນຟູນິເວສໃນພູມິພາຄແມ່ນ້ຳຂອງ,ແມ່ນ້ຳຂອງ
ອິສຣະແຫ່ງສາຍນ້ຳແລະອີກຫຼາຍອົງຄ໌ກາຣ
   ໃນເຣື້ອງນີ້ມີຫຼາຍອົງຄ໌ກອນໄດ້ສະແດງຄວາມເປັນຫ່ວງຕໍ່ຜົລກຼະທົບດ້ານທ້າຽນ້ຳທີ່ຈະເກີດຂຶ້ນ
ຕໍ່ຊຸມຊົນແລະຣະບົບນິເວສແມ່ນ້ຳຂອງແລະທ່ານທ່ານໄດ້ສແດງຄວາມກັງວົລວ່າປຼະເທສອື່ນໆອີກ 
3 ປຼະເທສຈະສາມາດຄວບຄຸມກາຣດຳເນີນກາຣຂອງ ສປປລາວໄດ້ໜ້ອຽຫຼາຽພຽງໃດເພາະຍັງຄົງ
ມີກຼະແສຂ່າວສ້າງເຂື່ອນໄຊຍບຸຣີໃນພື້ນທີ່ອອກມາຢ່າງຕໍ່ເນື່ອງຊຶ່ງບຸຄຄົລພາຽນອກຍາກທີ່ຈະເຂົ້າ
ໄປຕຼວຈສອບໄດ້ທັ້ງໆທີ່ໂຄງກາຣນີ້ຍັງບໍ່ຜ່ານຄວາມເຫັນຊອບຮ່ວມກັນຂອງ 4 ປຼະເທສ.
    ໃນນິທັສກາຣດັ່ງກ່າວເພື່ອຈັດສແດງໃຫ້ເຫັນເຖິງຄວາມອຸດົມສົມບູນຂອງຣະບົບນິເວສວິທຍາ
ວິຖີຊີວິຕຂອງຊຸມຊົນຕຼອດແນວແມ່ນ້ຳຂອງແລະແຜນກາຣສ້າງເຂື່ອນຜລິຕກຼະແສໄຟຟ້າບົນແມ່ນ້ຳ
ຂອງຈຳນວນ 12 ເຂື່ອນ ຊຶ່ງນຶ່ງໃນຈຳນວນນີ້ຄືໂຄງກາຣເຂື່ອນໄຊຍບຸຣີໃນ ສປປ ລາວເປັນໂຄງກາຣ
ທີ່ມີຄວາມກ້າວໜ້າໃນກາຣພັທນາໂຄງກາຣ ຊຶ່ງໄດ້ເຂົ້າສູ່ຂະບວນກາຣພິຈາຣນາຕັດສິນໃຈຮ່ວມກັນ
ຂອງ 4 ປຼະເທສສມາຊິກພາຽໃຕ້ຂໍ້ຕົກລົງກາຣໃຊ້ແມ່ນ້ຳຂອງຢ່າງຢັ້ງຢືນຊຶ່ງໄດ້ລົງນາມຮ່ວມກັນມາ
ຕັ້ງແຕ່ປີ ພ.ສ. 2538.
    ຄັ້ງລ້າສຸດກາຣປຼະຊຸມຄນະກັມມາທິກາຣແມ່ນ້ຳຂອງຣະດັບຣັຖມົນຕຼີຂອງ 4ປຼະເທສທີ່ເມືອງສຽມ
ຣຽບປຼະເທສກັມພູຊາເມື່ອ 8 ທັນວາຜ່ານມາຄນະກັມມາທິກາຣດັ່ງກ່າວມີຄວາມເຫັນຮ່ວມກັນໃຫ້
ຊະລໍໂຄງກາຣເຂື່ອນໄຊຍບຸຣີອອກໄປກ່ອນ ແລະມີກາຣສຶກສາເພີ້ມເຕິມໃນເຣື້ອງຜົລກຼະທົບໃນ
ດ້ານຕ່າງໆເພື່ອປຼະກອບກາຣຕັດສິນໃຈ.
    ເຖິງແມ່ນໂຄງກາຣເຂື່ອນໄຊຍບຸຣີຈະຕັ້ງຢູ່ໃນປຼະເທສລາວ ແຕ່ກໍມີຄວາມກ່ຽວຂ້ອງກັບປຼະເທສ
ໄທຍຢ່າງໃກ້ຊິດ ເນື່ອງຈາກໄທຍຈະເປັນຜູ່ຊື້ໄຟເຖິງ 95% ແລະເປັນຜູ່ດຳເນີນກາຣກໍ່ສ້າງໂດຍ
ບໍຣິສັທເອກຊົນໄທຍ ຣວມທັງທນາຄາຣພານິຊຍ໌ໃນຂອງໄທຍ 4 ແຫ່ງກໍຈະໃຫ້ເງິນກູ້ກັບໂຄງ
ກາຣນີ້ສູງເຖິງ 75,000 ລ້ານບາທແຕ່ປຼະເດັນສຳຄັນຄື ຜົລກຼະທົບຂ້າມພຼົມແດນດ້ານທ້າຍນ້ຳຈະ
ເກີດຂຶ້ນຢ່າງຫຼີກລ້ຽງບໍ່ໄດ້ໃນທຸກປຼະເທສແມ່ນ້ຳຂອງຕອນລ່າງໄດ້ແກ່:ໄທຍ-ກັມພູຊາແລະວຽຕ
ນາມ.
    ຊຶ່ງໃນໂຄງກາຣເຂື່ອນໄຊຍບຸຣີນີ້ນາຍົກຯໄທຍຮຽກຮ້ອງໃຫ້ຣະງັບກາຣຊື້ໄຟຟ້າຈາກເຂື່ອນ
ໄຊຍບຸຣີແລະບໍ່ສນັບສນຸນເຂື່ອນໄຟຟ້າພລັງນ້ຳຂນາດໃຫຍ່ທັງ 12 ເຂື່ອນແລະກໍມີກາຣລຸກຮືຕໍ້
ຕ້ານຢ່າງຮຸນແຮງຈາກບັລດານັກອະນຸຣັກສ໌ນິຍົມ.
    ນັກເຄື່ອນໄຫວເຕືອນວ່າເຂື່ອນຂນາດ 1,260 ເມກະວັຕຕ໌ໃນລາວທີ່ເປັນ 1ໃນເຂື່ອນ 11 ແຫ່ງ
ທີ່ວາງແຜນຈະສ້າງຂຶ້ນໃນລຳແມ່ນ້ຳຂອງຕອນລ່າງ ຈະສົ່ງຜົລກຼະທົບຕໍ່ປຼະຊາຊົນປຼະມານ 60
ລ້ານຄົນທີ່ໃຊ້ຊີວິຕຢູ່ກັບລຳນ້ຳຂອງ. ໃນກອງປຼະຊຸມຝ່າຍໄທຍຜູ່ຈະຊື້ໄຟຟ້າຈາກເຂື່ອນແຫ່ງນີ້
ເຖິງ 95% ໄດ້ຣະບຸໃນກາຣປຼະຊຸມຣັຖມົນຕຼີສິ່ງແວດລ້ອມທີ່ມີຂຶ້ນໃນວັນນີ້ວ່າຈະບໍ່ຄັດຄ້ານໃນ
ໂຄງກາຣດັ່ງກ່າວ ແຕ່ວຽຕນາມແລະກັມພູຊາວິຕົກກັງວົລເຖິງຜົລກຼະທົບທີ່ຈະເກີດຂຶ້ນຈາກເຂື່ອນ
ຕໍ່ກາຣທຳຟາຣ໌ມປາແລະອຸຕສາຫະກັມປຼະມົງຈຶ່ງເຫັນຄວນສເນີໃຫ້ສຶກສາເພິ້ມເຕິມໃໝ່ພ້ອມທັງ
ສເນີເລື່ອນກາຣປຼະຊຸມກາຣສ້າງເຂື່ອນໃນຕອນລ່າງແມ່ນ້ຳຂອງອອກໄປອີກ 10 ປີ.
    ເຖິງແມ່ນຈະເກີດຄວາມວິຕົກກັງວົລເຖິງປຼະເດັນຕ່າງໆ ແຕ່ທຸກກາຣຕັດສິນໃຈທີ່ມີຂຶ້ນໃນກາຣ
ປຼະຊຸມວັນນີ້ຈະຍັງບໍ່ມີຜົລຜູກພັນທ໌ຕາມກົຕໝາຽລາວເພາະກົຕໝາຍລາວອ້າງອິງໃສ່ປຼະຊາຊົນ
ລາວວ່າຍັງຍາກຈົນຢູ່..
   ໃນເຣື້ອງນີ້ສຫາຽວີລະພົນ ວີຣະວົງ ຣມຕ.ຊ່ອຍກຼະຊວງພລັງງານແລະເໝືອງແຮ່ກ່າວກັບໜັງ
ສືພິມວຽງຈັນທຣ໌ທາຍສ໌ກຼະບອກສຽງແຫ່ງຣັຖວ່າຄວນອະນຸມັຕິດຳເນີນກາຣກໍ່ສ້າງຕໍ່ໄປເພາະຈະ
ບໍ່ກຼະທົບຕໍ່ປຼະເທສທີ່ຢູ່ໃນພຶ້ນທີ່ຕອນລ່າງ.
   ຂນະນັກສິ່ງແວດລ້ອມກ່າວວ່າຈະກຼະທົບຕໍ່ດັກສາຣອາຫາຣສຳຄັນຫຼາຽຊນິດ ສົ່ງຜົລໃຫ້ເທົາ
ເຕີບໂຕເພີ້ມຫຼາຍຂຶ້ນແລະຂັດຂວາງປາຫຼາຍສາຍພັນທ໌ທີ່ຈະລອຍນ້ຳຂຶ້ນມາເພື່ອວາງໄຂ່.
 ກົຕໝາຍລາວຍຸຄຜເດັຈກາຣໂຈຣຫ້າຮ້ອຍຄອງເມືອງ ຈະເອີ້ນວ່າເປັນກົຕໝາຍບໍ່ຖືກເພາະ
ພວກເຂົາຂຽນກັຍຢູ່ໃນຄນະກົມກາຣເມືອງແລ້ວນຳຜ່ານສະພາຕົບມືເພື່ອເຫັນຊອບເທົ່ານັ້ນ
ຕາມຈິງແລ້ວບໍ່ຜ່ານສະພາຕົບມືກໍໄດ້ເພາະເລຂາທິກາຣພັຄຕົກລົງພ້ອມຄນະໂປລິຕບູໂຣແລ້ວ
ໃຊ້ຕາງໄດ້ທັນທີຢູ່ແລ້ວ.

                                                    ລາວເສຣີ ຜູ່ມີເສຣີພາບ

No comments:

Post a Comment