ພາຄທີ 3
ຄວາມສເມີພາບຫຼືຄວາມເທົ່າທຽມກັນບໍ່ແມ່ນຈະແປວ່າຄົນທຸກຄົນຕ້ອງໄດ້ຮັບເທົ່າກັນ ແຕ່ຄວາມ
ໝາຍວ່າ:
ເຖິງແມ່ນວ່າປຕິນຍາສາກົລວ່າດ້ວຽສິດທິມະນຸສຍ໌ຊົນຈະຖືເປັນມາຕຣຖານຂັ້ນຕ່ຳຂອງສິດທິມະນຸສຍ໌ຊົນໄດ້ຮັບ
ກາຣຍອມຮັບທົ່ວໄປກໍຕາມ ແຕ່ຂໍ້ຈຳກັດຂອງປຕິນຍາກໍຄື ກາຣເປັນພຽງຄຳປຼະກາສທີ່ບໍ່ມີສະພາບບັງຄັບເປັນ
ກົຕໝາຍ ຊຶ່ງປຼະເທສຕ່າງໆໃນໂລກອາຈເຫັນດ້ວຽຫຼືບໍ່ກໍໄດ້ ແລະຫາກມີກາຣລະເມີດຫຼັກກາຣຕາມທີ່ປຼະກາສ
ໃນປຕິນຍາກໍບໍ່ມີຜົລລົງໂທສຣັຖທີ່ທຳກາຣລະເມີດສິດທິມະນຸສຍ໌ຊົນແຕ່ຢ່າງໃດ.
ສຫະປຼະຊາຊາຕິຈຶ່ງໄດ້ເຣິ້ມໃຫ້ມີກາຣຈັດກາຣຂອງສິດທິມະນຸສຍ໌ຊົນໃຫ້ຢູ່ໃນຮູປຂອງກົຕໝາຍສິດທິມະ
ນຸສຍ໌ຊົນຣະຫວ່າງປຼະເທສ ເພື່ອໃຫ້ມີສະພາບບັງຄັບສຳລັບປຼະເທສທີ່ຕ້ອງກາຣຜູກພັນທ໌ຕົນຕາມສົນທິສັນ
ຍາ.
ກົຕໝາຍສິດທິມະນຸສຍ໌ຊົນຫຼືສົນທິສັນຍາສິດທິມະນຸສຍ໌ຊົນຣະຫວ່າງປຼະເທສມີ 4 ສບັບທີ່ຖືເປັນຫຼັກໃນກາຣ
ຄຸ້ມຄອງແລະສົ່ງເສິມສິດທິມະນຸສຍ໌ຊົນໄດ້ແກ່:
1.ກະຕິກາຣະຫວ່າງປຼະເທສວ່າດ້ວຍສິດທິທາງເສຖກິຈ ສັງຄົມ ແລະວັທນະທັມ(International Covenant on
Economic Social and Cultural Rights (ICESCR).
2.ກະຕິກາຣະຫວ່າງປຼະເທສວ່າດ້ວຽສິດທິພົລເມືອງແລະສິດທິທາງກາຣເມືອງ (International Covenant on
Civil and Political Rights (ICCPR)
3.ອະນຸສັນຍາວ່າດ້ວຽກາຣຂະຈັດກາຣເລືອກປະຕິບັຕິຕໍ່ສຕຼີໃນທຸກຮູປແບບ (Convention on the Elimination of
All Forms of Discrimination against Women - CEDAW)
4.ອະນຸສັນຍາວ່າດ້ວຽສິດທິ (Convention on the Rights of the Child - CRC)
ແຕ່ລະສບັບມີເນື້ອຫາຣາຍລະອຽດທີ່ສຳຄັນ ເພື່ອໃຫ້ກາຣຄຸ້ມຄອງແລະສົ່ງເສິມສິດທິມະນຸສຍ໌ຊົນດ້ານຕ່າງໆ
ດັ່ງນີ້:
1.ກະຕິກາຣະຫວ່າງປຼະເທສວ່າດ້ວຽສິດທິທາງເສຖກິຈ ສັງຄົມ ແລະວັທນະທັມ
(International Covenant on Economic Social and Cultural Rights - ICESCR)
ສມັຊຊາໃຫຍ່ແຫ່ງສຫະປຼະຊາຊາຕິໄດ້ຮັບຮອງກະຕິກາຣະຫວ່າງປຼະເທສວ່າດ້ວຽສິດທິທາງເສຖກິຈ ສັງຄົມ
ແລະວັທນະທັມເມື່ອວັນທີ 16 ທັນວາ 2509 ແລະມີຜົລບັງຄັບໃຊ້ເມື່ອ 3 ມົກຣາ ພ.ສ. 2519
ເນື້ອຫາຂອງກະຕິກາທີ່ສຳຄັນ:
ໃນສ່ວນທີ 3 (ຂໍ້ 6-15) ຂອງກະຕິກາສບັບນີ້ກ່າວເຖິງສິດທິໃນກາຣທຳງານແລະມີເງື່ອນໄຂໃນກາຣທຳງານ
ທີ່ເໝາະສົມເປັນທັມ ສິດທິທີ່ຈະກໍ່ຕັ້ງສຫະພາບແຮງງານ ແລະສິດທິທີ່ຈະຢຸດງານ ສິດທິທີ່ຈະໄດ້ຮັບສວັສດິ
ກາຣແລະກາຣປຼະກັນດ້ານສັງຄົມ ກາຣຄຸ້ມຄອງແລະຊ່ອຍເຫຼືອຄອບຄົວ ສິດທິທີ່ຈະມີມາຕຣຖານຊີວິຕທີ່ດີ
ພໍພຽງ ສິດທິທີ່ຈະມີສຸຂພາວະດ້ານກາຍແລະຈິຕໃຈ ທີ່ດີທີ່ສຸດທີ່ເປັນໄປໄດ້ ສິດທິໃນກາຣສຶກສາ ສິດທິໃນວັທ
ນະທັມແລະປຼະໂຍຊນ໌ຈາກຄວາມກ້າວໜ້າທາງວິທຍາສາສຕຣ໌ ໂດຍມີສ່ວນທີ່ກ່ຽວຂ້ອງດັ່ງນີ້:
ຂໍ້ 7 ຣັຖພາຄີແຫ່ງກະຕິການີ້ ຮັບຮອງສິດທິຂອງທຸກຄົນທີ່ຈະມີສະພາບກາຣທຳງານທີ່ຍຸຕິທັມແລະເພິ່ງພໍໃຈ
ຊຶ່ງປຼະກັນໂດຽສະເພາະຢ່າງຍິ່ງໃນເຣື້ອງ
(ກ) ຄ່າຕອບແທນຂັ້ນຕ່ຳທີ່ໃຫ້ແກ່ຜູ່ທຳງານທັງປວງປຼະກອບໄປດ້ວຽ
(1) ຄ່າຈ້າງທີ່ເປັນທັມແລະຄ່າຕອບແທນທີ່ເທົ່າທຽມກັນສຳລັບງານທີ່ມີຄຸນຄ່າເທົ່າກັນ ໂດຽປຼາສຈາກ
ຄວາມແຕກຕ່າງໃນເຣື້ອງໃດໆ ໂດຍສະເພາະຢ່າງຍິ່ງສຕຼີຈະໄດ້ຮັບກາຣປຼະກັນສະພາບກາຣທຳງານທີ່
ບໍ່ດ້ວຽກວ່າບຸຣຸສ ໂດຽໄດ້ຮັບຄ່າຈ້າງທີ່ເທົ່າທຽມກັນສຳຫລັບງານທີ່ເທົ່າທຽມກັນ.
(2) ຄວາມເປັນຢູ່ທີ່ເໝາະສົມສຳຫລັບຕົນແລະຄອບຄົວຕາມບົທບັນຍັຕິແຫ່ງກະຕິການີ້
(ຂ) ສະພາບກາຣທຳງານທີ່ປອດໄພຍແລະຖືກສຸຂລັກສນະ.
(ຄ) ໂອກາສເທົ່າທຽມກັນສຳລັບທຸກຄົນທີ່ຈະໄດ້ຮັບກາຣສົ່ງເສິມໃຫ້ມີຄວາມກ້າວໜ້າໃນກາຣທຳງານຂອງ
ຕົນໃນຣະດັບທີ່ສູງຂຶ້ນຕາມທີ່ເໝາະສົມໂດຽບໍ່ຂຶ້ນຢູ່ກັບຂໍ້ພິຈາຣນາໃດໆນອກຈາກອາວຸໂສແລະຄວາມ
ສາມາດ.
(ງ) ກາຣພັກຜ່ອນ ເວລາວ່າງແລະຂໍ້ຈຳກັດທີ່ສົມເຫຕຸສົມຜົລໃນເຣື້ອງເວລາທຳງານແລະວັນຢຸດເປັນຄັ້ງຄາວ
ໂດຽໄດ້ຮັບຄ່າຕອບແທນຕຼອດຈົນຄ່າຕອບແທນສຳລັບວັນຢຸດທາງກາຣດ້ວຽ.
No comments:
Post a Comment