Tuesday, December 6, 2011

                                      ມັນບໍ່ແມ່ນເຣື້ອງເກີນຄວາມເປັນຈິງ ຫາກກຸ່ມຜເດັຈກາຣ
                 ຣັຖບາລຫຸ່ນຕ້ອງກາຣຄິດຢາກຈະແກ້ບັນຫາກາຣແກ້ບັນຫາມັນຕ້ອງແກ້ຕົ້ນຕໍຂອງ
              ບັນຫາ..ບັນຫາຕົ້ນຕໍຄືຄວາມບໍ່ເປັນເອກພາບຂອງຄົນໃນຊາຕິແລະພຶ້ນຖານຂອງຄົນທີ່
               ມີຣະດັບກາຣສຶກສາໂດຍກາຣຮັບຮູ້ຂອງນານາຊາຕິ!!ຫາກຈະຖາມວ່າໜັກໄປກວ່ານັ້ນ
               ແມ່ນຫັຽງເຮັດໃຫ້ຊາຕິຖອຍຫຼັງ? ຕອບສັ້ນໆໄດ້ວ່າ"ຣະບອບ"ເປັນຕົວກາຣຄວາມຖ່ວງ
               ດຶງທັງໝົດ.!!

 ມັນອາຈເປັນເວຣກັມຂອງຊາວລາວທັງຊາຕິກໍໄດ້ ເມື່ອຍຸຄສົງຄາມໂລກນັ້ນເມືອງລາວຖືກຄອບງຳ
ຈາກອິດທິພົລຝຼັ່ງເສສພ້ອມສອນໃຫ້ຄົນລາວໂງ່ ສອນໃຫ້ນອນກາງວັນ..47 ປຼະເທສປາກພາສາຝຼັ່ງ
ຊຶ່ງກໍເຄີຍເປັນເມືອງຂຶ້ນຂອງຝັຼ່ງເສສ ແຕ່ລະປຼະເທສທຸກຈົນແລະພົລເມືອງກາຍເປັນຄົນໂງ່ກັນທັງ
ປຼະເທສຈົນກາຍເປັນປຼະເທສດ້ອຍພັທນາເທົ່າທຸກວັນນີ້.
      ໃນຂນະຜ່ານມາແລ້ວ 37 ປີນຶກວ່າເວຣກັມຂອງຊາຕິລາວຈະໝົດໄປ ຊ້ຳພັດກັບຄືນມາເປັນປຼະ
ເທສອານານິຄົມຂອງວຽຕນາມຕຶ່ມອີກຍ້ອນຄົນລາວບາງກຸ່ມຕົກໄປເປັນສົງຄາມຕົວແທນຂອງແກວ
ພຽງຫວັງຢາກເປັນໃຫຍ່ໄຝ່ສູງເຖິງຂັ້ນເອົາດິນແດນລາວບາງພາຄສ່ວນໄປແລກກັບອຳນາຈເພື່ອມາ
ປຸ້ນອຳນາຈຈາກປຼະຊາຊົນກ້າວຂຶ້ນມາເປັນໃຫຍ່ເພື່ອກອບໂກຽໂກງກິນສເວີຍສຸຂບົນກອງທຸກຂ໌ຂອງ
ລາວທັງຊາຕິ ຍັງບໍ່ພໍຍັງນຳເອົາແກວເຂົ້າມາເຂັ່ນຂ້າຄົນໃນຊາຕິດຽວກັນຕື່ມອີກ.
      ໃນຊ່ວງ 37 ປີຈອດຮອດມື້ນີ້ພວກເຂົາບໍ່ເຄີຍຄິດໃນກາຣໂຮມຊາຕິເພື່ອກາຣພັທນາຊາຕິໃຫ້ກ້າວ
ໄປຂ້າງໜ້າເທົ່າທຽມອາຣະປຼະເທສເຂົາໃນຂນະທີ່ກຸ່ມກົງຈັກຣພັຄ-ຣັຖມືດບອດທາງປັນຍາເພາະແຕ່
ລະຄົນພາຽໃນກຸ່ມຜູ່ຮັບຜິດຊອບຕໍ່ຊະຕາກັມຂອງຊາຕິຊ່ວງຫົວລ້ຽວຫົວຕໍ່ນີ້ພວກຍັງບໍ່ຍອມຮັບຄວາມ
ເປັນຈິງຂອງຄວາມມືດບອດໃນປັນຍາຂອງພວກເຂົາ ຂໍຍົກເວັ້ນພຽງບາງບຸຄຄົນທີ່ມີປັນຍາແຕ່ທຳກາຣ
ໃດໆບໍ່ໄດ້ເພາະມັນໄປຂັດກັບກຸ່ມກຼົມກາຣເມືອງຂອງພັຄໂທນ ຊຶ່ງໃນນິ້ມີສຫາຍຈົມມະລີ ໄຊຍະສອນ
ເປັນເລຂາທິກາຣພັຄແລະສຫາຍທອງສິງ ທັມມະວົງເປັນນາຍົກແລະສຫາຍປານີເປັນປຼະທານສະພາ
ຕົບມືຜູ່ດ້ອຍກາຣສຶກສາ ບໍ່ມີແນວຄິດປຼະດິສສ້າງໃຫ້ສູງແລະທັນກັບສະພາບຄວາມເປັນຈິງຂອງໂລກ
ຍຸຄໂລກາພິວັຕນ໌ນັ້ນເອງ.
    ເມື່ອຣະດັບກາຣສຶກສາຕ່ຳ ຄວາມສາມາດກໍຕ່ຳ ປັນຍາກໍອ່ອນເປັນເງົາຕາມຕົວ ບໍ່ດັ່ງນັ້ນໂລກເຂົາ
ຄົງບໍ່ຕັ້ງຣະດັບມຫາວິທຍາລັຍໄວ້ຕ້ອນຮັບຜູ່ນຳຫຼືຜູ່ບໍຣິຫາຣໄວ້ໂດຍສເພາະກາຣເປັນນັກບໍຣິຫາຣ
ຈະຕ້ອງໄດ້ຜ່ານ"ຣັຖສາສຕຣ໌ ບໍຣິຫາຣສາສຕຣ໌"ເປັນຫຼັກບໍ່ແມ່ນຈັບເອົາລິງຢູ່ປ່າມາເປັນຜູ່ນຳ.
     ນອກຈາກບໍ່ຄິດແກ້ໄຂບັນຫາດັ່ງກ່າວແລ້ວ 37 ປີຜ່ານມາພວກເຂົາຍັງບໍ່ມີທາງອອກເພາະບໍ່ຮູ້ວິທີ
ທັ້ງໆທີ່ຄົນລາວມີທົ່ວໂລກສາມາດຊ່ອຍໄດ້ ແຕ່ພວກເຂົາຢ້ານລາວເສຣີມາເປັນນາຍແລະຢ້ານເກີດ
ກາຣເອົາຄືນເຣື້ອງທີ່ຜ່ານມານັ້ນເອງ.
     ກາຣທີ່ພວກເຂົາບໍ່ຄິດຢາກຊອກແກ້ໄຂບັນຫາໃຫ້ປຼະຊາຊົນຜູ່ເສັຽພາສີແລະເປັນເຈົ້າຂອງປຼະເທສ
ທີ່ແທ້ຈິງນັ້ນພວກເຂົາຖືວ່າມີພຽງພວກຕົນເທົ່ານັ້ນເປັນເຈົ້າຂອງປຼະເທສດັ່ງນັ້ນເມືອງລາວເຮົາຈຶ່ງຕົກ
ຢູ່ໃນວົງຈອນອຸບາທມາເທົ່າທຸກວັນນີ້.
     ໃນກາຣປ່າວປຼະກາສໂທຣະໂຂ່ງຄັ້ງແຣກວ່າໃນປີ 2012 ຈະເຮັດໃຫ້ປຼະຊາຊົນລາວຜ່ານພົ້ນູວາມ
ຍາກຈົນ ຕໍ່ມາວ່າໃນປີ 2016 2020 ຂຍາຍໄປເຣື້ອຽໆທັ້ງໆທີ່ຊັພຍ໌ໃນດິນສິນໃນນ້ຳຜານໄປໃກ້ຈະໝົດ
ຍັງບໍ່ປຼາກົຕຊັດເຈນວ່າລາວຈະພົ້ນຈາກຄວາມຍາກຈົນເລີຍມີແຕ່ດຳດິ່ງລົງກົ້ນເຫວ.  
     ທັງນີ້ຣະບອບຜເດັຈກາຣບໍ່ວ່າຊ້າຍຈັດຫຼືຂວາຈັດນັ້ນແຫຼະຄືຕົວຖ່ວງດຶງຄວາມຈເຣີນ..ດັ່ງນັ້ນພວກ
ໃດຍັງບໍ່ຕາສວ່າງລຸກຂຶ້ນຕໍ່ຕ້ານຖືວ່າພວກນັ້ນຍອມຈຳນົນເປັນສຸນັຂຮັບໃຊ້ຜເດັຈກາຣທັງນີ້ເພຼາະຣະ
ບອບຜເດັຈກາຣທຳລາຍຄວາມໜ້າເຊື່ອຖືຣະດັບນານາຊາຕິ,ທຳລາຍວັທນະທັມ ທຳລາຍສິດທິພຶ້ນ
ຖານຂອງຄົນໃນຊາຕິ ຈຶ່ງຖືໄດ້ວ່າຣະບອບດັ່ງກ່າວບໍ່ເໝາະສົມກັບຄົນລາວທຸກເຜົ່າພັນທ໌.
      ເຄື່ອງມືຮັບໃຊ້ຜເດັຈກາຣລາວຄື:ກຼົມກາຣເມືອງ, ຜູ່ມີອຳນາຈສູງສຸດໃນຜເດັຈກາຣລາວຄືເລຂາ
ທິກາຣພັຄ-ສາລທີ່ຕ້ອງປະຕິບັຕິຕາມອຳນາຈຂອງກຼົມກາຣເມືອງເພາະໃນກົຼມກາຣເມືອງເຂົາຣວມ
ເອົາ 3 ອຳນາຈເຂົ້າເປັນອັນດຽວກັນ ຜູ່ມີອຳນາຈສັ່ງກາຣຊ້າຍຫຼືຂວາກໍຄືສຫາຍຈູມມະລິ ໄຊຍະສອນ
ສະພາເປັນພຽງສະພາຕົບມື,ສາລເປັນພຽງສາລເຕັ້ຽຮັບສັ່ງມາຈາກເລຂາທິກາຣພັຄແລະກຼົມກາຣ
ເມືອງ. ດັ່ງນັ້ນລາຍເຊັນຂອງສຫາຍຈູມມະລີ ຖືວ່າເປັນລາຍເຊັນສູງສຸດຈະມອບດິນດອນໃຫ້ຊາຕິ
ໃດໆກໍໄດ້ເໝືອນກັບມື້ລາງສຫາຍໄກສອນ ພົມວິຫາຣທີ່ເຊັນໃຫ້ແກວຫອບລູກຈູງເຕົ້າເຂົ້າມາຢູ່ໃນ
ລາວສມັຍເປັນເລຂາທິກາຣພັຄໂທນ,ສມັຍຄຳໄຕ ສີພັນດອນບໍ່ຄ່ອຍຮຸນແຣງເທົ່າກັບສອງສຫາຽນີ້
ເພາະສຫາຍຄຳໄຕ ສີພັນດອນຈົບແຊກທີ່ຮ່າໂນຍສມັຍອິນໂດຈີນຕ່າງກັບສຫາຍຈູມມະລີແລະ
ສຫາຽທອງສິງ ທັມມະວົງຊຶ່ງບໍ່ມີປຼະຫວັຕຣະດັບກາຣສຶກສາ..ຈຶ່ງບໍ່ຮູ້ຜິດຫຼຶຖືກຈຶ່ງພາກັນກອບໂກຽ
ໂກງກິນກັນສນັ່ນເມືອງຈົນນານາປຼະເທສບໍ່ຢາກມາເຢືອນຢ້ານຂໍຢືນເງີນ.
      ຫາກຕ້ອງກາຣປົດໜີ້ສິນ ປອດຈາກກາຣດ້ອຍພັທນາຕ້ອງຍອມຮັບກາຣປ່ຽນຣະບອບຢ່າງດຽວ 
ອັນນີ້ແຫຼະພາສາລາວຈຶ່ງປ່ຽນແປງໄປເພາະຣະດັບກາຣສຶກສາເຂົາບໍ່ຮອດຊັ້ນປະຖົມຈຶ່ງຕັດດັດ
ແປງພາສາຕາມທີ່ພວກຕົນຮຽນມາພຽງໃນຣະດັບນີ້.


                                                     ລາວເສຣີ ຜູ່ມີອິສຣະເສຣີ
    
    

No comments:

Post a Comment