ຄວາມກ້າວຫນ້າທາງສັງຄົມໃນຮະບອບຜເດັຈກາຮຫຸ່ນແກວ-ຈີນນັ້ນເຫັນໄດ້ວ່າໄປໄກເກີນກວ່າຄວາມຄາດ
ຄິດຊຶ່ງໃນນັ້ນກໍຄື:ເຍົາວຊົນລາວທັງຍິງຊາຍນ້ອຍໃຫຍ່ບໍ່ວ່າສຕຼີເພສຫຼືຊາຍດ້ວຍຄວາມຍາກຈົນບີບບັງຄັບໃຫ້
ຈຳຍອມເພື່ອປ້ອງກັນຄວາມອຶດຢາກນັ້ນ:
-ພວກນຶ່ງຈຳຕ້ອງຫນີອອກໄປຫາງານທຳທີ່ສ່ຽງຕໍ່ອັນຕຮາຍໃນປຼະເທສເພື່ອນບ້ານເພື່ອຫາເງິນມາລ້ຽງຄອບ
ຄົວສ່ົງເສັຽນ້ອງໃຫ້ຣຽນຫນັງສື..ໃນຂນະດຽວກັນກາຮເຂົ້າຣຽນຕ້ອງເສັຽເງິນນັບເປັນພັນໆບາທຫາກຫ້ອງ
ໃຫຍ່ຂຶ້ນໄປຕ້ອງຈ່າຍເປັນເງິນດອລລາ..ບາງຜ່ອງເສັຽເງິນແລ້ວຍັງບໍ່ພໍຍັງຕ້ອງເສັຽຕົວໃຫ້ກັບນາຍຄຮູອີກ
ຫາກເປັນສຕຼີ ສ່ວນເປັນຊາຍຕ້ອງໄດ້ເປັນໂຈຮຫາຮາຍໄດ້ທຸກຣູປແບບໂດຽສເພາະຢາເສພຕິດ ບໍ່ມີເງິນ
ຊື້ຕ້ອງລັກປຸ້ນຈີ້ແລະບາງທີຕ້ອງຍອມເປັນລູກນ້ອງພນັກງານຮັຖ ຕົກເປັນຜູ່ຕ້ອງຫາແລ້ວເວລາຢູ່ໃນຄຸກ
ຕ້ອງເອົາຢາເສພຕິດຈາກພນັກງານໄປຂາຍໃຫ້ກັບນັກໂທສໃນຄຸກອີກ.
-ພວກຢາບ້າແລະຢາເສພຕິດຕ່າງໆທີ່ເພື່ອນບ້ານຈັບໄດ້ນັ້ນຄືນະໂຍບາຍຂອງພນັກງານຮັຖທີ່ມອບໃຫ້
ປຼະຊາຊົນນັກຣຽນນັກສຶກສານຳໄປຈຳຫນ່າຍທັງໃນປຼະເທສແລະຕ່າງປຼະເທສ ແຕ່ເມ່ືອຖືກຈັບພວກດັ່ງ
ກ່າວກໍບໍ່ຍອມເປີດເຜີຍ ຫາກເປີດເຜີຍເມື່ອໃດຍ່ອມບໍ່ປອດໄພຍສຳລັບເຂົາແລະຄອບຄົວພ່ໍແມ່.
ດັ່ງນັ້ນທຸກຢ່າງທີ່ເກີດໃນ ສປປ ລາວດ້ານກາຮພັທນານັ້ນເປັນພຽງຈິນຕນາກາຮຂອງກຸ່ມກຳອຳນາຈຮັຖ
ແລະເປັນກາຮສ້າງຮາຍໄດ້ຄວາມຮັ່ງມີຂອງກຸ່ມກຳອຳນາຈທຸກພາຄສ່ວນເທົ່ານັ້ນເອງ.
No comments:
Post a Comment