Thursday, November 8, 2012

ແຜນກາຮສົກປົກຂອງກຸ່ມຜເດັຈກາຮລາວໃນກາຮໄລ່ທີ່ແລະຍຶດທີ່ທຳກິນເພື່ອຂາຍເອງໃຫ້ກັບຕ່າງຊາຕິຂອງ
ກຸ່ມກຳອຳນາຈພາຍໃຕ້ກົຕຫມາຍເຖຶ່ອນທີ່ສ້າງຂຶ້ນເພື່ອປົກປ້ອງອຳນາຈຂອງພວກຕົນໄດ້ເຮິ້ມຂຶ້ນຢ່າງເປີດ
ແປນໂດຽບໍ່ສົນໃນຄວາມຈ່ົມດ່າສາບແຊ່ງຂອງປຼະຊາຊົນເວລານີ້ເກີດຂຶ້ນທຸກມຸມເມືຶອງ.
    ປຼະຊາຊົນລາວລາວຜູ່ເປັນເຈົ້າຂອງປຼະເທສໄດ້ກາຍເປັນປຼະຊາຊົນຊັ້ນສອງຂອງຈີນ-ວຽຕນາມແລະສຍາມ
ໂດຽຢູ່ກັນແບບປຮາສຈາກສິດທິ.
    ກາຮປຼະຊຸມທຸກຄັ້ງໃນຮະດັບສາກົລທີ່ປຼະເທສລາວແມ້ແຕ່ກອງປຼະຊຸມ ASEAM ທີ່ຜ່ານມາບໍ່ນານນີ້ຊຶ່ງໃນ
ນັ້ນຮັຖບາລຫຸ່ນພຽງໄດ້ຫນ້າແຕ່ປຼະຊາຊົນລາວທັງປຼະເທສເປັນຜູ່ແບກຫນີ້ບໍ່ຕ່ຳກວ່າ ພັນລ້ານດອລລາພຽງມີ
ຄວາມຫວັງວ່າຕ່າງຊາຕິຈະເຂົ້າມາລົງທຶນ ແຕ່ໃນຂນະດຽວກັນພວກກຸ່ມຜເດັຈກາຮບໍ່ໄດ້ຄຳນວນເຖິງຜົລເສັຽ
ຫາຍຈາກກາຮເປີດກວ້າງຂອງກາຮລົງທຶນທີ່ບັລດານາຍທຶນເຂົ້າມາຜານຊັພຍ໌ໃນດິນສິນໃນນ້ຳແລະສ້າງ
ຄວາມເດືອດຣ້ອນໃຫ້ກັບປຼະຊາຊົນລາວ.
    ຈົນເຖິງຂນາດນີ້ເຂື່ອນໄຟຟ້າພລັງນ້ຳນັບເປັນຣ້ອຍໆແຫ່ງທົ່ວປະເທສແລະຈະສ້າງເພິ້ມຂຶ້ນມາອີກນັບສິບ
ແຫ່ງ ແລະຮາຍໄດ້ຕ່າງໆໄປສູ່ມືປຼະຊາຊົນຍັງບໍ່ປຼາກົຕ ແຕ່ພັຄ-ຮັຖຯຫຸ່ນຍັງຫນ້າດ້ານປຼະກາສວ່າປີນັ້ນປີນີ້
ປຼະຊາຊົນຈະຫາຍຈົນ..ມັນແມ່ນປຼະຊາຊົນຫາຍຈົນຫຼືວ່າພວກສຫາຍຫາຍຈົນກັນແທ໊...ຖ້າຕ້ອງກາຮເຫັນ
ຄວາມຈິງຢ່າເບິ່ງສເພາະຕົວເມືອງໃຫຍ່ ໃຫ້ພາກັນອອກໄປເບິ່ງຕົວເມືອງທີ່ຫ່າງໄກຈະຣູ້ໄດ້ວ່າຄວາມຍາກ
ຈົນຂອງປຼະຊາຊົນນັ້ນເປັນຢ່າງໃດ?

No comments:

Post a Comment