Saturday, March 17, 2012

                              ຮະ​ບົບ​ພັ​ຄ​ໂທນ​ໃນ​ຮະ​ບອບ​ຜ​ເດັ​ຈ​ກາ​ຮ​ຄອງ​ເມືອງ

ອຳ​ນາ​ຈ​ນິ​ຕິ​ບັນ​ຍັ​ຕິ​ທີ່​ຜ​ລິ​ຕກົ​ຕຫມາຍອອກ​ມານັ້ນ ຫາກ​ກ​ອ່ມ​ໃດ​ເປັນ​ຮັ​ຖ​ບາ​ລ​ກຸ່ມນັ້ນໆ​ຍ່ອມຈະ​ຣ່າງ​ກົ​ຕຫມາຍ
ອອກ​ມາ​ໃຊ້​ເພື່ອ​ເຂົ້າ​ຂ້າງ​ຕົນ​ເອງເປັນ​ສ່ວນ​ໃຫ​ຍ່..ຫາກ​ກົ​ຕ​ຫມາຍ​ທີ່​ມາ​ຈາກ​ປ​ະ​ຊາ​ຊົນແນ່ນອນ​ວ່າ​ຕ້ອງ​ເພື່ອ​ປະ
ຊາ​ຊົນ..ແຕ່​ກົ​ຕ​ຫມາຍ​ໃນ​ຮະ​ບອບ​ຜ​ເດັ​ຈ​ກາ​ຮ​ເຊັ່ນ​ໃນ ສ​ປ​ປ ລາວ​ທີ່​ໃຊ້​ກັນ​ຢູ່​ປັ​ຈ​ຈຸ​ບັນ​ຄື​ກົ​ຕ​ຫມາຍ​ຜ​ເດັ​ຈ​ກາ​ຮ
ພວກ​ເຂົາຣ່າງ​ກົ​ຕຫມາຍ​ຂຶ້ນ​ມາ​ເພື່ອປົກ​ປ້ອງ​ຄຸ້ມ​ຄອງ​ຜົ​ລ​ປະ​ໂຍ​ຊຂອງພວກເຂົາ​ເອງບໍ່​ແມ່ນ​ປົກ​ປ້ອງ​ປະ​ຊາ​ຊົນ
ບໍ່​ວ່າ​ຈະ​ເປັນກົ​ຕ​ຫມາຍ​ແພ່ງ​ພາ​ນິ​ຊ​ກົ​ຕ​ຫມາຍ​ອາ​ຍາ​ແມ້​ແຕ່​ກົ​ຕ​ຫມາຍ​ປົກ​ຄອງ​ກໍ​ລ້ວນ​ແຕ່​ຣັບ​ໃຊ້​ໃນ​ຮະ​ບອບ
ຂອງ​ພວກ​ເຂົາຊຶ່ງພ້ອມ​ທັງ 3 ອຳ​ນາ​ຈ..ອຳ​ນາ​ຈ​ບໍ​ຮິ​ຫາ​ຮ ອຳ​ນາ​ຈ​ນິ​ຕິ​ບັນ​ຍັ​ຕິ​ແລະ​ອຳ​ນາ​ຈ​ຕຸ​ລາ​ກາ​ຮ​ນຳ​ໄປ​ກະ​ຈຸ
ຮວມ​ສູນ​ຢູ່​ທີ່​ກົມ​ກາ​ຮ​ເມືອງ​ສູນ​ກາງ​ພັ​ຄ​ໂທນ ຊຶ່ງ​ຜູ່​ຄວບ​ຄຸມ​ແລະ​ສັ່ງ​ກາ​ຮ​ແມ່ນ​ເລ​ຂາ​ທິ​ກາ​ຮ​ພັ​ຄ​ກໍ​ຄື​ສ​ຫາຍ​ຈູມ​ມະ
ລີ ໄຊ​ຍະ​ສອນນັ້ນ​ເອງ..​ສ່ວນ​ຄ​ນະ​ຮັ​ຖ​ມົນ​ຕ​ຮີ​ເປັນ​ພຽງ​ຄັນ​ຕ​ລາ​ບັ​ຕ​ຮ​ແລະ​ນາ​ຍົກຯ​ຫຸ່ນ​ໂດຽ​ເອົາ​ສະ​ພາ​ຕົບ​ມື
ເປັນ​ສູນ​ກາງ​ອ້າງ​ສຽງ​ສ່ວນ​ໃຫ​ຍ່​ເທົ່າ​ນັ້ນ​ເອງ.
   ດັ່ງ​ນັ້ນ​ຈະ​ເຫັນ​ໄດ້​ວ່າ​ຜ່ານ​ມາ 37 ປີ​ທາງ​ດ້ານ​ກາ​ຮ​ປົກ​ຄອງ​ບໍ​ຮິ​ຫາ​ຮ​ຈັດ​ກາ​ຮ​ມັນ​ຈຶ່ງ​ສົມ​ປຸ​ສົມ​ປຸ້ຍ​ປານ​ເຈັກ
ຂາຍ​ລວດ..ສາ​ມາດ​ເອົາ​ໃຜ​ເຂົ້າ​ຄຸກ​ເຂົ້າ​ຕ​ລາງ​ກໍ​ໄດ້​ຕາມ​ໃຈ​ຊອບ..ຜູ່​ທີ່​ແນວ​ຄິດ​ຕ່າງ​ພວກ​ມັນ​ກໍ​ຫາ​ວ່າ​ຕ້ານ​ພັ​ຄ-
ຮັ​ຖ​ແລ້ວ​ຈັບ​ເຂົ້າ​ຄຸກ​ເທົ່າ​ໃດ​ປີ​ສຸດ​ແລ້ວ​ແຕ່​ພວກ​ເຂົາ​ຈະ​ສັ່ງ​ກາ​ຮ​ແບບ​ມີ​ອະ​ພິ​ສິດ​ທິ​ເຫ​ນືອ​ມະ​ນຸ​ສ ມັນ​ຈຶ່ງ​ບໍ່​ສົນ​ໃຈ
ກັບ​ກົ​ຕ​ຫມາຍ​ສາ​ກົ​ລທີ່​ກ່ຽວ​ກັບກາ​ຮ​ລະ​ເມີດ​ສິດ​ທິ​ມະ​ນຸ​ສ​ຊົນ.
  ນອກນັ້ນ​ດ້ານ​ເສ​ຖ​ກິ​ຈ​ກາ​ຮ​ຕ​ລາດ​ພວກ​ເຂົາ​ກໍ​ໃຊ້​ຮະ​ບົບ​ຜູກ​ຂາດ​ຫລື​ເອີ້ນ​ວ່າ​ໝ​ຍຶດ​ເສ​ຖ​ກິ​ຈ​ພາ​ຄ​ຕ່າງໆ​ມາ
ເປັນ​ຂອງ​ຮັ​ຖຯ​ນາຍ​ທຶນ​ກໍ​ຄື​ຮັ​ຖຯ​ກາ​ຮ​ຕ​ລາດ​ກໍ​ເປັນ​ຂອງ​ຮັ​ຖຯ​ຄຳ​ວ່າ​ເອກ​ຊົນ​ກໍ​ຄື​ຄົນ​ຂອງ​ຮັ​ຖນັ້ນ​ເອງ.ໃນ​ຮະ
ບອບ​ຜ​ເດັ​ຈ​ກາ​ຮບໍ່​ວ່າ​ຮາ​ຊາ​ທິ​ປ​ໄຕ​ຍມີ​ຫຼາຍ​ພັ​ຄ​ກາ​ຮ​ເມືອງ​ກໍ​ຕາມ​ຫຼື​ຮະ​ບອບ​ພັ​ຄ​ດຽວມີ​ສະ​ພາ​ຕົບ​ມື​ຊຶ່ງ​ຜູ່​ແທນ
ປວງ​ຊົນ​ມາ​ຈາກ​ກາ​ຮ​ລາກ​ຕັ້ງ​ເຫລົ່າ​ນີ້​ມີ​ງ່າຍ​ແກ່​ກາ​ຮ​ໂກງ​ກິນ​ພວກ​ເຂົາຈຶ່ງ​ບໍ່​ຕ້ອງ​ກາ​ຮ​ຢາກ​ປ່ຽນ​ແລະ​ໃຫ້​ຄວາມ
ສຳ​ຄັນ​ກັບ​ນາ​ນາ​ຊາ​ຕິ​ຈຶ່ງ​ເອີນ​ວ່າ​ຮະ​ບອບ​ອັ​ຕາ​ກິນບໍ່​ມີ​ກວດ​ກາ​ໃຜ​ເຫມືອນ​ກັບຍາ​ລຸງ​ບົງ​ກ່າວ​ໄວ້​ວ່າ..ນົກ​ອ້ຽງ
ໂມ່ງ​ກິນ​ຫມາກ​ໂພ​ໄຣ..ແຊວໆ​ສຽງ​ບໍ່​ມີ​ໂຕຣ້ອງ..ບາດ​ວ່າ​ຣ້ອງ​ໂຕ​ດຽວ​ຫມົດ​ຫມູ່..ນັ້ນ​ກໍ​ຄື​ຜູ່​ດຽວ​ສັ່ງ​ແລ້ວ​ພໍ
ນີ້​ແຫລະ​ບ້ານ​ເມືອງ​ລາວ​ຈາກຄ​ນະ​ປົກ​ຄອງ​ບໍ​ຮິ​ຫາ​ຮ​ລາວຈຶ່ງ​ເຫມືອນກັບ​ກົບ​ໃນ​ນ້ຳ​ສ້າງ​ອັນ​ປະ​ກອບ​ກັບ​ກຸ່ມ
ຜູ່​ບໍ​ຮິ​ຫາ​ຮ​ກືກ​ຄວາມ​ຮູ້​ຮະ​ດັບ​ກາ​ຮ​ສຶກ​ສາ​ຕ່ຳ​ນັ້ນ​ເອງ.

                                     ໂສກ​ນາ​ຕ​ກັມ​ລາວ​ຄັ້ງ​ລາວ​ຂ້າ​ລາວ​ແລ້ວ​ນຳ​ແກວ​ມາ​ຊ້ຳຕຶ່ມ
                                                              (ພາ​ຄ​ທີ 7)
 -ຜົວ​ເມັຽ​ລອດ​ກະ​ເດີດ​ຟ້າວ                                      ຄວາ​ຫາ​ລູກ​ຫວິດ​ມື
ລູກ​ນ້ອຍ​ທັງ​ສາມ​ຄົນ                                                 ຈົມ​ຫາຍ​ລົງ​ກົ້ນ​ຍຶ້ງ
ສອງ​ຜົວ​ເມັຽ​ຫວິດ​ມ້ວຍ                                             ບຸກ​ບືນ​ຂຶ້ນ​ຕາ​ຝັ່ງ
ໄດ້​ແຕ່ດິ້ນ​ດັ່ນ​ໄຫ້                                                       ໂຣ່​ຣ້ອງຣ່ຳ​ຫາ..ລູກ​ແຫລ້ວ!

-ນ້ຳ​ຕາ​ປຸນ​ດັ່ງ​ນ້ຳ                                                       ເລືອດ​ຫລັ່ງ​ລິນ​ໄຫລ
ຢືນ​ແນມ​ຕາມ​ສາຍ​ຂອງ                                              ບາດ​ຕາ​ຫມຸນ​ຕິ້ວ
ນ້ຳ​ຂອງ​ເປັນ​ເຂັນ​ຫ້າວ                                                 ຫັນ​ຄື​ຫມາກ​ປິ່ນ
ອັ​ນ​ວ່າ ຄາບ​ລູກ​ນ້ອຍ                                                  ຈັກ​ຊິ​ຄ້າງ​ຢູ່​ບ່ອນ​ໃດ

-ລາງຄົວ​ຜົກ​ຈອບ​ລີ້                                                    ຫ​ນີ​ຫມອບ​ລົງ​ເຣືອ
ນ້ອຍ​ນຶ່ງ​ມີ​ຄົນ​ມາ                                                         ບອກ​ອາ​ສາ​ພາ​ຂ້າມ
ຄອບ​ວ່າ ເຖິງ​ກາງນ້ຳ                                                   ເອົາ​ປືນ​ຈີ້​ຂູ່
ຝູງ​ໂຈ​ຮ​ເອົາ​ເຄື່ອງ​ແລ້ວ                                                ກະ​ໂດດ​ນ້ຳ​ມຸດ​ຫ​ນີ

-ລາງ​ຜ່ອງຂ້າມ​ເກືອບມົ້ມ                                            ກາງ​ແມ່​ນ້ຳ​ຂອງ
ພວກ​ມັນ​ເອົາ​ປືນ​ຍິງ                                                    ໃສ່​ເຣືອ​ເລີຍ​ຫລົ້ມ
ພາ​ກັນ​ຕາຍ​ດິກນ້ຳ                                                       ມີ​ຫລາຍກວ່າ​ຫມູ່
ສົ​ພ​ອືດ​ຂຶ້ນ                                                                  ຟູ​ນ້ຳ​ເມື່ອ​ລຸນ

-ຄົນ​ລາວ​ຈົມ​ສູ່ນ້ຳ                                                        ກາງ​ແກ້ງ​ລຳ​ຂອງ
ດູ​ດັ່ງ​ເຫລືອ​ຄ​ນາ​ນັບ                                                     ແຕ່​ເຫ​ນືອ​ເຖິງ​ໃຕ້
ລາງ​ຜ່ອງ​ໄຫລ​ເມືອ​ຄ້າງ                                               ນອນ​ເປືອຍ​ກາງ​ໂງ່ນ ຫິນ​ແທ້​ແຫລ້ວ!!
ລາງ​ຜ່ອງ​ໄຫລ​ເປິະ​ຝັ່ງ​ນ້ຳ                                             ຝູງ​ແຣ້ງ​ແຫ່​ກິນ ຫ​ນ້າ​ສົງ​ສາ​ຮ​ແທ້​ນໍ!!

-ລາງ​ຜ່ອງ ຖືກ​ມັດ​ຂໍ້                                                     ມື​ໂຣບ​ຕິດ​ກັນ
ເປັນ​ສາວ​ຊອນ                                                              ຄູ່​ກັນ​ດູ​ຣ້າຍ
ຍັງ​ໄດ້​ຫລຽວ​ເຫັນ​ສິ້ນ                                                    ຕີນ​ໄຫມ​ທີ່​ນາງ​ນຸ່ງ
ຄັນ​ວ່າ ແນມ​ເບິ່ງ​ແລ້ວ                                                    ເປັນ​ຫ​ນ້າ​ສົງ​ສາ​ຮ ແທ້​ນາ! 

No comments:

Post a Comment